ທູດຈີນປະຈຳ ລາວ ເຂົ້າຢ້ຽມຂ່ຳນັບ ທ່ານຮອງນາຍົກ, ລັດຖະມົນຕີ ສສກ

 

ເມື່ອຕອນບ່າຍວັນທີ 7 ເມສາ 2024 ທີ່ສຳນັກກະຊວງສຶກສາທິການ ແລະ ກິລາ (ສສກ) ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາ ແລະ ກິລາ ຢ່າງເປັນທາງການ ເພື່ອສະແດງຄວາມຍິນດີ ໃນໂອກາດທ່ານໄດ້ຮັບຕຳແໜ່ງໃໝ່ ແລະ ສືບຕໍ່ສາຍພົວພັນຮ່ວມມືອັນດີລະຫວ່າງສອງປະເທດ, ໂດຍມີຫົວໜ້າກົມ, ຮອງກົມ, ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນການເຂົ້າຢ້ຽມຂ່ຳນັບຄັ້ງນີ້, ທ່ານ ນາງ ຟາງ ຫົງ ໄດ້ກ່າວສະແດງຄວາມຍິນດີຕໍ່ການທີ່ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງໃໝ່ ພ້ອມທັງຢືນຢັນວ່າ ຝ່າຍຈີນຈະສືບຕໍ່ຜັກດັນ ແລະ ເສີມຂະຫຍາຍການຮ່ວມມື ກັບ ສປປ ລາວ ໃນຫຼາຍຂົງເຂດ ໂດຍສະເພາະດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ. ພ້ອມນີ້, ທັງສອງຝ່າຍໄດ້ຫາລືກັນຢ່າງກວ້າງຂວາງ ກ່ຽວກັບວຽກງານການສຶກສາ ເຊັ່ນ: ການໃຫ້ທຶນການສຶກສາ ແລະ ທຶນແລກປ່ຽນນັກສຶກສາ ການສ້າງບຸກຄະລາກອນມີຄຸນນະພາບ ພ້ອມທັງການສົ່ງເສີມການຮ່ວມມືລະດັບສະຖາບັນ. ນອກນັ້ນ ຍັງໄດ້ຫາລືເຖິງການຊ່ວຍເຫຼືອດ້ານພື້ນຖານໂຄງລ່າງການສຶກສາ ເປັນຕົ້ນແມ່ນ ການກໍ່ສ້າງ-ປັບປຸງໂຮງຮຽນ ແລະ ການສະໜອງອຸປະກອນການຮຽນການສອນ ເພື່ອຍົກສູງຄຸນນະພາບການສຶກສາໃນ ສປປ ລາວ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວຂອບໃຈຕໍ່ຄຳອວຍພອນ ແລະ ການໃສ່ໃຈຂອງຝ່າຍຈີນ ພ້ອມທັງໄດ້ຢືນຢັນວ່າ ຈະສືບຕໍ່ປະສານງານ ແລະ ຂະຫຍາຍການຮ່ວມມື ໃຫ້ເກີດຜົນສຳເລັດຫຼາຍຂຶ້ນ ໃນອະນາຄົດ.
ພາບ-ຂ່າວ : ບຸນທະວີ ນະວົງສາ668172219_122123421219228259_1965117856233406583_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ