ທ່ານຮອງນາຍົກ, ລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດສິງກະໂປ ປະຈຳລາວ

 

ໃນວັນທີ 7 ເມສາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອອງ ຊິວ ເກ (Ong Siew Gay) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ພ້ອມຄະນະ ເນື່ອງໃນໂອກາດມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ສິງກະໂປ ຄົນໃໝ່ ປະຈຳ ສປປ ລາວ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດທີ່ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງການທູດຢູ່ ສປປ ລາວ, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ພ້ອມທັງສະແດງຄວາມຊົມເຊີຍຕໍ່ການຮ່ວມມືອັນດີ ທີ່ຜ່ານມາ ແລະ ຂອບໃຈ ລັດຖະບານ ສິງກະໂປ ທີ່ໄດ້ສະໜັບສະໜູນ ສປປ ລາວ ໃນຫຼາຍດ້ານເປັນຕົ້ນກໍຄືດ້ານການສຶກສາ, ການກໍ່ສ້າງບຸກຄະລາກອນ, ການຊ່ວຍເຫຼືອດ້ານການຝຶກອົບຮົມ ພາສາອັງກິດ ແລະ ວິຊາສະເພາະອື່ນໆ. ພ້ອມນັ້ນ, ທ່ານ ຍັງໄດ້ເນັ້ນໃຫ້ ສອງຝ່າຍ ສືບຕໍ່ ສົ່ງເສີມ ແລະ ຂະຫຍາຍການຮ່ວມມື ໃຫ້ມີຄວາມແໜ້ນແຟ້ນ ແລະ ເກີດຜົນປະໂຫຍດ ຢ່າງເປັນຮູບທຳຫຼາຍຂຶ້ນ.
ໃນໂອກາດນີ້, ທ່ານທູດສິງກະໂປ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນ ວ່າ ຈະສືບຕໍ່ສົ່ງເສີມ ການຮ່ວມມື ກັບ ສປປ ລາວ ໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ໃນການພົບປະ, ທັງສອງຝ່າຍໄດ້ຫາລື ແລະ ແລກປ່ຽນຄວາມເຫັນ ກ່ຽວກັບ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ສິງກະໂປ ໂດຍສະເພາະ ດ້ານການສຶກສາ ການພັດທະນາຊັບພະຍາກອນມະນຸດ, ການໃຫ້ທຶນການສຶກສາ ແລະ ໂຄງການແລກປ່ຽນນັກຮຽນ-ນັກສຶກສາ.
ພາບ-ຂ່າວ: ບຸນທະວີ ນະວົງສາ
668746482_122123424249228259_1592814896148181501_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ