ສະຫຼຸບການສອບເສັງແຂ່ງຂັນນັກຮຽນເກັ່ງ ປ.5, ມ.4 ແລະ ມ.7 ທົ່ວນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2025-2026

 

ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບຜົນການສອບເສັງແຂ່ງຂັນນັກຮຽນເກັ່ງ ປ.5, ມ.4 ແລະ ມ.7 ທົ່ວນະຄອນຫຼວງວຽງຈັນ ປະຈຳ ສົກຮຽນ 2025-2026 ໃນວັນທີ 7 ເມສາ 2026 ຢູ່ທີ່ສູນການຄ້າລາວ-ໄອເຕັກ, ໃຫ້ກຽດເປັນປະທານຂອງ ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ມີບັນດາຫົວໜ້າພະແນກການອ້ອມຂ້າງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ໃຫ້ການສະໜັບສະໜູນ, ຜູ້ອໍານວຍການໂຮງຮຽນ, ຄູສອນ, ນັກຮຽນເກັ່ງ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.
ໂອກາດນີ້, ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ໄດ້ກ່າວໃຫ້ຮູ້ວ່າ: ການສອບເສັງແຂ່ງຂັນນັກຮຽນເກັ່ງ ແມ່ນກິດຈະກຳທີ່ສໍາຄັນ ແລະ ເປັນບູລິມະສິດໜຶ່ງຂອງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ. ເຊິ່ງໄດ້ຈັດຕັ້ງປະຕິບັດມາຢ່າງຕໍ່ເນື່ອງໃນແຕ່ລະສົກຮຽນ ໂດຍມີຈຸດປະສົງ ເພື່ອກະຕຸກຊຸກຍູ້ຂະບວນການການຮຽນການສອນຂອງຄູ-ອາຈານ ແລະ ນັກຮຽນໃຫ້ມີຄວາມຫ້າວຫັນ ເພື່ອຮັບປະກັນໃນການປະຕິບັດໂຄງການຫຼັກສູດໃຫ້ສຳເລັດຕາມລະດັບຄາດໝາຍ ແລະ ປັບປຸງຄຸນນະພາບຂອງການສຶກສາໃຫ້ສູງຂຶ້ນ. ພ້ອມທັງສ້າງໂອກາດ ໃຫ້ນັກຮຽນທີ່ມີພອນສະຫວັນ ໄດ້ສະແດງອອກດ້ານຄວາມຮູ້, ຄວາມສາມາດ, ແລະ ຫົວຄິດປະດິດສ້າງຂອງຕົນເອງ. ນອກນັ້ນ, ຍັງແນໃສ່ສົ່ງເສີມການຮຽນການສອນ ຢູ່ໃນໂຮງຮຽນສາຍສາມັນສຶກສາ ໂດຍສະເພາະແມ່ນຊັ້ນປະຖົມ ແລະ ມັດທະຍົມໃນທົ່ວນະຄອນຫຼວງໃຫ້ມີບັນຍາກາດຟົດຟື້ນ, ມີລັກສະນະແຂ່ງຂັນ, ສົ່ງເສີມຂະບວນການສອນດີຮຽນເກັ່ງ ພ້ອມທັງເປັນການຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກໃຫ້ປາກົດຜົນເປັນຈິງ. ພາຍຫຼັງສອບເສັງຄັດເລືອກຂັ້ນເມືອງແລ້ວ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ໄດ້ຄັດເລືອກນັກຮຽນເກັ່ງ ເພື່ອເປັນຕົວແທນເຂົ້າຮ່ວມການສອບເສັງຂັ້ນນະຄອນຫຼວງວຽງຈັນ ວິຊາລະ 5 ນ້ອງ ອີງຕາມສະພາບຄວາມເປັນຈິງຂອງແຕ່ລະເມືອງ, ຜ່ານການສອບເສັງແຕ່ລະຂັ້ນເຫັນວ່າມີລັກສະນະຟົດຟື້ນດີ, ຄູ-ອາຈານ ນ້ອງໆນັກຮຽນ ກໍມີຄວາມສົນໃຈຕັ້ງໜ້າເຂົ້າຮ່ວມ. ສໍາລັບຂັ້ນນະຄອນຫຼວງວຽງຈັນ ແມ່ນຈັດຂຶ້ນໃນວັນທີ 3 ເມສາ 2026 ທີ່ ມສ ວຽງຈັນ. ໃນນັ້ນ, ຂັ້ນ ປ.5 ມີນັກສອບເສັງທັງໝົດ 228 ຄົນ, ຍິງ 155 ຄົນ ຈັດສອບເສັງ 3 ວິຊາຄື: ພາສາລາວ, ຄະນິດສາດ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ; ຂັ້ນ ມ.4 ມີນັກສອບເສັງ ທັງໝົດ 248 ນ້ອງ, ຍິງ 175 ນ້ອງ; ຂັ້ນ ມ.7 ມີນັກສອບເສັງ ທັງໝົດ 260 ນ້ອງ, ຍິງ 180 ນ້ອງ ຈັດສອບເສັງ 4 ວິຊາຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ.
ໃນພິທີດັ່ງກ່າວ, ກໍມີບັນດາບໍລິສັດ ໄດ້ມອບເງິນອຸປະຖໍາການສອບເສັງແຂ່ງຂັນນັກຮຽນເກັ່ງ, ມອບໃບຍ້ອງຍໍໃຫ້ຄະນະກໍາກະການຈັດການສອບເສັງ, ໂຮງຮຽນທີ່ສ້າງນັກຮຽນເກັ່ງ, ຄູ-ອາຈານສອນ, ຜູ້ອໍານວຍການໂຮງຮຽນ. ພ້ອມທັງມອບເງິນລາງວັນ ແລະ ໃບຍ້ອງຍໍໃຫ້ນັກຮຽນເກັ່ງທີ່ສອບເສັງໄດ້ ທີ 3 ,ທີ 2 ແລະ ທີ 1 ໃນແຕ່ລະວິຊາໃນແຕ່ລະຂັ້ນ.
ສໍາລັບນັກຮຽນເກັ່ງ ທີ່ໄດ້ອັນດັບທີ 1 ຂັ້ນນະຄອນຫຼວງວຽງຈັນ ໃນສົກຮຽນ 2025-2026 ຂັ້ນ ປ.5 ວິຊາຄະນິດສາດ ທ້າວ ກິດຊະນະ ແກ້ວສັນຕິ ໂຮງຮຽນປະຖົມສິນໄຊ ເມືອງຈັນທະບູລີ; ວິຊາ ພາສາລາວ ນາງ ດາວິກາ ເທບພະວົງ ໂຮງຮຽນປະຖົມ ວົງຄໍາສີ ເມືອງຈັນທະບູລີ; ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ນາງ ທິດາພອນ ແກ້ວສະຫວັນ ແລະ ນາງ ຊິນ່າກັນລະຍາ ຄາເຕີ ໂຮງຮຽນປະຖົມສັນທະລັກ ເມືອງໄຊເສດຖາ. ຂັ້ນ ມ.4 ວິຊາພາສາລາວ-ວັນນະຄະດີ ນາງ ເພັດອານົງ ວົງສຸດໃຈ; ວິຊາຄະນິດສາດ ນາງ ອິນທິດາ ໄຊຍະສຸກ ມສ ສິນໄຊ ເມືອງຈັນທະບູລີ; ວິຊາ ຟິຊິກສາດ ນາງ ອັກສອນສະຫວັນ ວິໄລແສງ ມສ ປາດຖະໜາ ແລະ ວິຊາເຄມີສາດ ນາງ ແອນນິຕ່າ ໄຊສື ມສ ປາດຖະໜາ ໄຊເສດຖາ; ສໍາລັບຂັ້ນ ມ.7 ວິຊາຄະນິດສາດ ທ້າວ ແກ້ວອາທິດ ເຢັ້ງຊີ້ມົວ ມສ ພອນສະຫວັນ ເມືອງໄຊທານີ; ວິຊາພາສາລາວ-ວັນະຄະດີ ນາງ ອິນທະລາ ນົດສະຫວາດວົງສາ ມສ ຫ້ອມສະຫວັນ ເມືອງຫາດຊາຍຟອງ ແລະ ວິຊາຟິຊິກສາດ ທ້າວ ຄໍາມີໂຊກ ສີເດືອນເພັງ ມສ ວຽງຈັນ ເມືອງຈັນທະບູລີ ແລະ ວິຊາເຄມີສາດ ນາງ ມະນີລິນ ໄຊທອງປາ ມສ ພອນສະຫວັນ ເມືອງໄຊທານີ. ພິເສດໃນສົກຮຽນນີ້ ສາມາດສົ່ງນັກຮຽນ ເຂົ້າສອບເສັງນັກຮຽນເກັ່ງລະດັບຊາດ ຂັ້ນ ມ.4 ແລະ ຂັ້ນມ.7 ວິຊາລະສອງຄົນຄື ທີ 1 ແລະ ທີ 2 ໃນແຕ່ລະວິຊາ.
ພາບ-ຂ່າວໂດຍ: ການຈະນາ
665861617_122123439843228259_2057114617454940997_n.jpg665906543_122123439663228259_1428539470606914861_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ