ສສກ ຮ່ວມກັບລັດຖະບານອົດສະຕຣາລີ ສ້າງເຄື່ອງມືການຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ

 

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ເລິ່ມຕົ້ນການພັດທະນາ ເຄື່ອງມືການຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ (GEM) ເພື່ອຊ່ວຍໃຫ້ສະຖານ ທີ່ເຮັດວຽກໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ສາມາດປະເມີນ ແລະ ເສີມສ້າງ ການປະຕິບັດການຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ ໃນວັນທີ 20 ເມສາ 2026 ທີ່ໂຮງແຮມ ລີຊາ ແກຣນ ເມືອງວັງວຽງ ແຂວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພິມມະສອນ ສີສະອາດ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 60 ທ່ານ ຈາກຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຜູ້ຕາງໜ້າ ຈາກຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລຄູ ແລະ ຜູ້ຊ່ຽວຊານແຜນງານບີຄວາ ຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ພິມມະສອນ ສີສະອາດ ໄດ້ກ່າວໃຫ້ຮູ້ວ່າ: ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ກຳນົດຄວາມຕ້ອງການເຄື່ອງມືທີ່ໃຊ້ໄດ້ງ່າຍ ແລະ ໃຊ້ໄດ້ຈິງ ເພື່ອຫັນປ່ຽນວັດທະນະທຳໃນບ່ອນເຮັດວຽກຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ. ເຄື່ອງມື GEM ຈະຊ່ວຍໃຫ້ພະແນກການຍ່ອຍຕ່າງໆ ຂອງ ສສກ, ວິທະຍາໄລຄູ, ສກຂ ແລະ ສກມ ປະເມີນການປະຕິບັດໜ້າວຽກຂອງຕົນ, ໃນການພັດທະນາແຜນປະຕິບັດງານ ແລະ ແກ້ໄຂຂໍ້ຫຍຸ້ງຍາກ ເພື່ອສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງ ໃນການເປັນຜູ້ນຳ. ພ້ອມກັນນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມກອງປະຊຸມທຸກທ່ານ ຈົ່ງຊ່ວຍກັນ ປະກອບຄຳເຫັນຢ່າງກົງໄປກົງມາ, ໃນການມີສ່ວນຮ່ວມຢ່າງເອົາໃຈໃສ່ ແລະ ຮັບຟັງຢ່າງລະອຽດ. ພວກເຮົາຈະຮ່ວມກັນສຶກສາ ວ່າເພດ ແລະ ມາດຕະຖານທາງສັງຄົມ ທີ່ມີອິດທິພົນຕໍ່ໂຮງຮຽນ ແລະ ສະຖານທີ່ເຮັດວຽກຂອງພວກເຮົາເປັນຄືແນວໃດ, ໃນການທົດສອບສົມມຸດຖານ ແລະ ສ້າງຂັ້ນຕອນການປະຕິບັດຕົວຈິງເພື່ອສົ່ງເສີມການປ່ຽນແປງ. ໂດຍການເຮັດວຽກຮ່ວມກັນ, ພ້ອມທັງສ້າງເຄື່ອງມືທີ່ເສີມສ້າງຄວາມເປັນຜູ້ນຳ, ສະໜັບສະໜູນຄູ ແລະ ປັບປຸງການຮຽນຮູ້ທີ່ເໝາະສົມສຳລັບນັກຮຽນທຸກຄົນໃນອະນາຄົດ.
ກອງປະຊຸມດັ່ງກ່າວ, ແມ່ນດຳເນີນເປັນເວລາ 5 ວັນ ລະຫວ່າງວັນທີ 20-24 ເມສາ 2026, ເຊິ່ງຜູ້ເຂົ້າຮ່ວມ ຈະໄດ້ມີສ່ວນຮ່ວມໃນກິດຈະກຳຕ່າງໆ ທີ່ຖືກອອກແບບມາເພື່ອສ້າງຄວາມເຂົ້າໃຈດ້ານເພດ ແລະ ມາດຕະຖານທາງສັງຄົມ ພ້ອມທັງເສີມສ້າງຄວາມຮູ້ດັ່ງກ່າວ ໃຫ້ເປັນເຄື່ອງມືທີ່ນຳໃຊ້ໄດ້ຈິງ. ໃນກອງປະຊຸມ ຍັງໄດ້ມີການວິເຄາະຂໍ້ມູນທີ່ເກັບກຳຈາກຜູ້ເຮັດວຽກສຶກສານິເທດພາຍໃນ. ພ້ອມນັ້ນ, ທີມງານຍັງໄດ້ທົບທວນໂປສະເຕີຂໍ້ມູນ, ສົນທະນາຮູບແບບຕ່າງໆໃນກຸ່ມຍ່ອຍ ແລະ ສະທ້ອນຄືນເຖິງສິ່ງທີ່ການຄົ້ນພົບ ທີ່ເຮັດໃຫ້ຮູ້ກ່ຽວກັບຄວາມເຊື່ອ ແລະ ພຶດຕິກຳໃນບ່ອນເຮັດວຽກ. ຫຼັງຈາກນັ້ນ, ກໍ່ຍັງມີກິດຈະກຳ “ກະຕຸ້ນການມີສ່ວນຮ່ວມ” ໄດ້ເຊື່ອມໂຍງພຶດຕິກຳທີ່ເບິ່ງເຫັນໄດ້, ສິ່ງທີ່ຄົນເວົ້າ ແລະ ສິ່ງທີ່ປະຕິບັດ, ກັບທັດສະນະຄະຕິທີ່ເລິກເຊິ່ງກວ່າເກົ່າ, ມາດຕະຖານທາງສັງຄົມ ແລະ ສົມມຸດຕິຖານທີ່ຂັບເຄື່ອນປັດໄຈດັ່ງກ່າວ. ພ້ອມກັນນັ້ນ, ຜູ້ເຂົ້າຮວ່ມຍັງໄດ້ມີການສົນທະນາ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ.
 
ພາບ-ຂ່າວ: ການຈະນາ
672706096_122125911051228259_546265173572838441_n.jpg673828255_2042992716656054_5379436546929689016_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ