ສສກ ຈັດກອງປະຊຸມສະໄໝວິສາມັນຄົບຄະນະເປີດກວ້າງຂອງຄະນະບໍລິຫານງານພັກກະຊວງ ຄັ້ງທີ 2 ສະໄໝທີ X

 

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມສະໄໝວິສາມັນຄົບຄະນະເປີດກວ້າງຂອງຄະນະບໍລິຫານງານພັກກະຊວງ ສສກ ຄັ້ງທີ 2 ສະໄໝທີ X ໃນວັນທີ 22 ເມສາ 2026 ທີ່ສຳນັກງານ ສສກ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕິກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຮອງເລຂາ, ກຳມະການປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ມະຫາວິທະຍາໄລແຫ່ງຊາດ, ສະຖາບັນ, ວິທະຍາໄລ, ສູນອ້ອມຂ້າງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ດຳເນີນວາລະ 3 ເນື້ອໃນຫຼັກ ຄື: ການເຜີຍແຜ່ເຊື່ອມຊຶມເອກະສານດຳລັດ 90 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ສສກ ສະບັບປັບປຸງ, ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການກຳນົດ ໂຄງປະກອບກົງຈັກການຈັດຕັ້ງທີ່ຂຶ້ນກັບບັນດາຫ້ອງການ, ກົມ, ສະຖາບັນ ແລະ ສຳນັກພິມສຶກສາ ແລະ ກິລາ ຂອງກະຊວງ ສສກ ສະບັບເລກທີ 1772/ສສກ ແລະ ການນຳສະເໜີການປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກ ໃນໄລຍະໃໝ່.
ໃນກອງປະຊຸມດັ່ງກ່າວ ແມ່ນໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງທີ່ຂຶ້ນກັບບັນດາຫ້ອງການ, ກົມ, ສະຖາບັນ ແລະ ສຳນັກພິມສຶກສາ ແລະ ກິລາ ຂອງກະຊວງ ສສກ ມີທັງໝົດ 10 ພາກສ່ວນ ກໍຄື ຫ້ອງການ ສສກ ປັບປຸງໃຫ້ມີ 8 ພະແນກການ, ກົມຈັດຕັ້ງ ແລະ ພະນັກງານ ມີ 7 ພະແນກ ແລະ 1 ຫ້ອງການ, ກົມກວດກາ ມີ 4 ພະແນກ, ກົມແຜນການ ແລະ ການເງິນ ມີ 7 ພະແນກ ແລະ 1 ຫ້ອງການ, ກົມຮ່ວມມືກັບຕ່າງປະເທດ ມີ 5 ພະແນກ ແລະ 2 ຫ້ອງການ, ກົມປະກັນຄຸນນະພາບການສຶກສາ ມີ 5 ພະແນກ, ກົມສາມັນສຶກສາ ມີ 8 ພະແນກ, ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ມີ 6 ພະແນກ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ມີ 1 ພະແນກ, 4 ສູນ ແລະ 1 ຫໍສະໝຸດ ແລະ ສຳນັກພິມສຶກສາ ແລະ ກິລາ ມີ 6 ພະແນກ ແລະ 2 ວິສາຫະກິດ.
ສ່ວນແບບແຜນວິທີເຮັດວຽກໄລຍະໃໝ່ຂອງກະຊວງ ສສກ ແມ່ນຈະສຸມໃສ່ການເຮັດວຽກມີແຜນການ, ແຜນງານ ແລະ ໂຄງການລະອຽດແກ້ໄຂວຽກຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ, ປະສານສົມທົບຢ່າງແໜ້ນແຟ້ນກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ແນໃສ່ໝູນໃຊ້ກຳລັງແຮງຂອງທຸກພາກສ່ວນ ເພື່ອພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ.
ພ້ອມທັງມີການກວດກາ, ຕິດຕາມ ແລະ ຊຸກຍູ້, ສະຫຼຸບຖອດຖອນບົດຮຽນ, ຕີລາຄາຜົນໄດ້-ຜົນເສຍ ພ້ອມທັງລາຍງານສ່ອງແສງຢ່າງເຂັ້ມງວດ ແລະ ປະຕິບັດລະບອບປະຊຸມປະຈຳເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ຫຼື ກອງປະຊຸມວິຊາການ ແລະ ປະຕິບັດລະບອບລາຍງານໃຫ້ລັດຖະບານ ແລະ ນາຍົກລັດຖະມົນຕີ ເປັນປົກກະຕິ ພ້ອມທັງປະຕິບັດພົວພັນການປະສານງານ ພາຍໃນ ແລະ ພາຍນອກ ໃຫ້ສອດຄ່ອງຕາມລະບຽບຫຼັກການຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
675489362_122126275503228259_4450210225629528555_n.jpg674328121_122126275443228259_8853144560686902418_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ