ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
ໃນຕອນບ່າຍຂອງວັນທີ 23 ເມສາ 2026 ທີ່ວິທະຍາໄລເຕັກນິກວິຊາຊີບການລົດໄຟ, ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດກອງປະຊຸມເຊື່ອມຊືມເຜີຍແຜ່ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 90/ນຍ, ລົງວັນທີ 20 ເມສາ 2026 ໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ທົ່ວສໍານັກກະຊວງ ແລະ ອ້ອມຂ້າງ ຂອງກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ມີຈຸດປະສົງ ເພື່ອປັບປຸງກົງຈັກການຈັດຕັ້ງຂອງ ຂະແໜງການສຶກສາສ, ວິທະຍາສາດ ແລະ ກິລາ ໃຫ້ ກະທັດຮັດ ແລະ ສອດຄ່ອງກັບ ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ໃຫ້ໄປຕາມທິດ ກະຊວງໜຶ່ງ, ກົມໜຶ່ງ, ພະແນກໜຶ່ງຄຸ້ມຄອງຫຼາຍວຽກ ແລະ ແບ່ງຄວາມຮັບຜິດຊອບ ຕາມການແບ່ງຂັ້ນຄຸ້ມຄອງ ພ້ອມທັງ ປັບປຸງກົນໄກການບໍລິຫານຄຸ້ມຄອງ ແຕ່ລະຂັ້ນ ໃຫ້ມີຄວາມຈະແຈ້ງ, ຊັດເຈນ ແລະ ຫຼີກລ່ຽງວຽກງານ ທີ່ຊ້ຳຊ້ອນກັນ ແລະ ຕາມທິດຊີ້ນໍາໃນການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ໃຫ້ສອດຄ່ອງກັບ ແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ສອດຄ່ອງກັບຈຸດພິເສດ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ໂດຍໄດ້ມີການຄົ້ນຄວ້າ, ກໍານົດ ແລະ ສັບຊ້ອນ ກົງຈັກຊ່ວຍໜູນ ຂອງກະຊວງສຶກສາທິການ ແລະ ກິລາ, ປັບປຸງ ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງບັນດາ ຫ້ອງການ, ກົມ, ອົງການທຽບເທົ່າກົມ, ພະແນກ ແລະ ໜ່ວຍງານ ໃຫ້ໄປຕາມທິດ ກົມໜຶ່ງ, ພະແນກໜຶ່ງ, ຂະແໜງໜຶ່ງ ແລະ ຜູ້ໜຶ່ງ ເຮັດຫຼາຍວຽກ ແລະ ຄົ້ນຄວ້າສ້າງແຜນປັບປຸງ ສັບຊ້ອນ ແລະ ຈັດວາງ ບຸກຄະລາກອນ ຄືນໃໝ່ ໃຫ້ແທດເໝາະກັບຕົວຈິງ, ເນັ້ນຄຸນນະພາບວຽກງານເປັນຕົ້ນຕໍ, ແກ້ໄຂສະພາບພະນັກງານເຫຼືອບໍພໍ, ຊຸກຍູ້, ສົ່ງເສີມ ຜູ້ດີ-ຜູ້ເກັ່ງ, ເຮັດວຽກມີຄຸນນະພາບ, ຜູ້ໜຶ່ງເຮັດໄດ້ຫຼາຍວຽກ, ອຸທິດຕົນ ເພື່ອຮັບໃຊ້ປະຊາຊົນ ແລະ ປະເທດຊາດຢ່າງແທ້ຈິງ ແລະ ປັບປຸງ ກົນໄກ, ລະບອບນຳພາ, ແບບແຜນວິທີເຮັດວຽກ ຂອງຄະນະພັກ, ຄະນະນຳ, ຮາກຖານພັກ, ໜ່ວຍພັກ ຫ້ອງການ, ກົມ, ສະຖາບັນ, ສູນ, ພະແນກ ແລະ ໜ່ວຍງານ ໃຫ້ມີຄວາມຄອງຕົວ, ສອດຄ່ອງກັບສະພາບ, ແທດແໜາະກັບຕົວຈິງ ແລະ ມີວິທະຍາສາດ ຮັບປະກັນໄດ້ຄວາມສະຫງົບ ຢູ່ພາຍໃນ, ທັງຮັບປະກັນ ປະສິດທິຜົນ ຂອງວຽກງານ.
ໃນປັດຈຸບັນໄດ້ຮັບອະນຸມັດ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງສຶກສາທິການ ແລະ ກິລາ ຈາກສະບັບເລກທີ 633/ນຍ, ລົງວັນທີ 18 ພະຈິກ 2021 ມາເປັນສະບັບເລກທີ 90/ນຍ, ລົງວັນທີ 20 ເມສາ 2026 ຈາກ 02 ຫ້ອງການ, 16 ກົມ ແລະ 03 ສະຖາບັນ ມາເປັນ 02 ຫ້ອງການ, 14 ກົມ, 02 ສະຖາບັນ, 01 ສູນ ແລະ 01 ສໍານັກພິມ ໂດຍໄດ້ໂຮມ ກົມແຜນການ ເຂົ້າກັບ ກົມການເງິນ ເປັນກົມແຜນການ ແລະ ການເງິນ; ໂຮມ ກົມສ້າງຄູ ແລະ ສະຖາບັນພັດທະນາການບໍຫານການສຶກສາ ເຂົ້າກັນເປັນ ກົມພັດທະນາຄູ ແລະ ບໍລິຫານການສຶກສາ, ຄົ້ນຄວ້າຍຸບກົມກິດຈະການນັກສຶກສາ ແລ້ວໂອນວຽກຂອງກົມດັ່ງກ່າວໄປຂຶ້ນກັບ ກົມຮ່ວມມືຕ່າງປະເທດ, ຍຸບສູນໄອຊີທີ ແລ້ວໂອນວຽກຂອງສູນດັ່ງກ່າວ ໄປຂຶ້ນກັບກົມແຜນການ ແລະ ການເງິນ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ. ພ້ອມທັງຄົ້ນຄວ້າວຽກງານຄຸ້ມຄອງຊັບສິນ ແລະ ຈັດຊື້ ຈັດຈ້າງ ຈາກກົມການເງິນ ແລະ ສຳນັກພິມສຶກສາ ແລະ ກິລາ ລວມທັງວຽກງານຄຸ້ມຄອງສາງ ແລະ ການຂົນສົ່ງ ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ທີ່ຂຶ້ນກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄປຂຶ້ນກັບ ຫ້ອງການກະຊວງ ແລະ ໂອນວຽກງານນິຕິກຳ ຈາກກົມປະກັນຄຸນນະພາບການສຶກສາ ແລະ ຫ້ອງການພັດທະນາຊັບພະຍາກອນມະນຸດ ຈາກກົມແຜນການ ຂື້ນກັບ ກົມຈັດຕັ້ງ ເຫັນວ່າ ກົງຈັກການຈັດຕັ້ງຂອງ ກະຊວງສຶກສາທິການ ແລະ ກິລາ ຫຼຸດລົງ ຈຳນວນ 03 ພາກສ່ວນ (02 ກົມ ແລະ 01 ສະຖາບັນ) ພ້ອມກັນນັ້ນ, ຈະໄດ້ຄົ້ນຄວ້າປັບປຸງ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາ ຫ້ອງການ, ກົມ, ສະຖາບັນ ແລະ ສຳນັກພິມສຶກສາ ແລະ ກິລາ ໃນການກຳນົດ ພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ໂຄງປະກອບກົງຈັກ ໃຫ້ມີຄວາມຖຶກຕ້ອງ ແລະ ສອດຄ່ອງ ຕາມສະພາບ ແລະ ເງື່ອນໄຂຕົວຈິງ.
ພາບ-ຂ່າວ: ສົງການ ພັນແພງດີ