ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ

 

ໃນວັນທີ 22 ເມສາ 2026 ທີ່ຫ້ອງປະຊຸມ ສະຖາບັນພັດທະນາການບໍລິຫານການສຶກສາ (ຫຼັກ 😎 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ລົງພົບປະ ແລະ ບັນຍາຍແລກປ່ຽນບົດຮຽນໃຫ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ຂອງກະຊວງສຶກສາທິການ ແລະ ກິລາ ໃນຫົວຂໍ້ “ບົດບາດຄວາມສໍາຄັນຂອງການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ ໃນໄລຍະໃໝ່” ໂດຍມີ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ກໍາມະການປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະພັກ, ຄະນະກົມ, ສໍາມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ກ່າວໃຫ້ຮູ້ວ່າ: ຈຸດປະສົງໃນການເຕົ້າໂຮມກັນໃນມື້ນີ້ ແມ່ນເພື່ອຮັບຟັງການບັນຍາຍບົດຮຽນທີ່ສໍາຄັນຍິ່ງຕໍ່ຊີວິດ ແລະ ໜ້າທີ່ການເມືອງ ຂອງການນໍາຂັ້ນສູງຂອງປະເທດ ແລະ ການສູງສຸດຂອງກະຊວງສຶກສາທິການແລະກິລາ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ, ຕິດພັນກັບການຝຶກຝົນຫຼໍ່ຫຼອມຄຸນທາດ ການເມືອງ, ສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ-ນໍາພາ, ກຳແໜ້ນແນວທາງການເມືອງ ແລະ ອຸດົມການ ຂອງພັກ ພິເສດ ແມ່ນວຽກງານສຶກສາ, ວິທະຍາສາດ ແລະ ການກິລາ.
ຈາກນັ້ນ, ສະຫາຍ ສົມສີ ໄຊຍະລາດ ຫົວໜ້າຫ້ອງຊຸດຮຽນທິດສະດີການເມືອງ-ການປົກຄອງຂັ້ນຕົ້ນ ຍັງໄດ້ລາຍງານໃຫ້ຮູ້ເຖິງສະພາບລວມ ການຈັດຕັ້ງການຮຽນການສອນ, ກິດຈະກຳການເຄື່ອນໄຫວ ໃນໄລຍະຜ່ານມາ ພ້ອມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ລວມທັງຂໍ້ສະເໜີຈຳນວນໜຶ່ງໃນການຈັດຕັ້ງການຮຽນການສອນ.
ໃນໂອກາດນີ້, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດ ຊອບຈັດຕັ້ງການຮຽນການສອນທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ຂອງກະຊວງສຶກສາທິການ ແລະ ກິລາ ທຸກພາກສ່ວນເຮັດໃຫ້ການຮຽນການສອນຊຸດນີ້ດຳເນີນໄປດ້ວຍດີ ພ້ອມຊົມເຊີຍນັກສຶກສາທັງ 63 ສະຫາຍ ທີ່ໄດ້ສຸມຈິດສຸມໃຈໃສ່ໃນການສຶກສາຮ່ຳຮຽນ ຈົນມີຜົນສຳລັດຕາມລະດັບຄາດໝາຍ. ຫຼັງຈາກນັ້ນ, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ນໍາສະເໜີກ່ຽວກັບບົດບາດຄວາມສໍາຄັນຂອງການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ ໃນໄລຍະໃໝ່ ໂດຍເນັ້ນໃຫ້ເຫັນເຖິງຄວາມສໍານຶກ, ຄວາມສໍາຄັນ, ຈຸດພິເສດຂອງການສຶກສາໃນໄລຍະໃໝ່; ຄວາມສໍານຶກກ່ຽວກັບວິທະຍາສາດ, ສາຍກ່ຽວພັນວິທະຍາສາດ ກັບການສຶກສາ ແລະ ທິດທາງການພັດທະນາການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ ຂອງພັກເຮົາໃນຊຸມປີຕໍ່ໜ້າ ເພື່ອໃຫ້ນັກສຶກສາທິດສະດີການເມືອງຊຸດນີ້ ເຂົ້າໃຈເລິກເຊິ່ງ ແລະ ກຳໄດ້ເນື້ອໃນ ແລ້ວນຳໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ໃຫ້ເກີດດອກອອກຜົນສູງສຸດ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ679141948_122126665731228259_6047011305212183253_n.jpg678471609_122126665827228259_3104629830985119462_n.jpg
 
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ