ສສກ ມອບລາງວັນຊະນະເລີດ ອັນດັບ I ໃຫ້ແກ່ນັກຮຽນເກັ່ງ ແຂວງຈຳປາສັກ

 

ໃນວັນທີ 27 ເມສາ 2026 ທີ່ໂຮງແຮມ ດອນຈັນພາເລດ ນະຄອນຫຼວງວຽງຈັນ, ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບ-ຮັບລາງວັນຊະນະເລີດ ອັນດັບທີ I ໃຫ້ແກ່ນັກຮຽນເກັ່ງ ແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັັນດາຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ແຂກທີ່ຖືກເຊີນ ແລະ ພໍ່ແມ່ຜູ້ປົກຄອງນ້ອງນັກຮຽນຢ່າງພ້ອມພຽງ.
ໃນພິທີ່ດັ່ງກ່າວ, ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານໃຫ້ຮູ້ວ່າ: ດັ່ງທີ່ຊາບນຳກັນແລ້ວວ່າການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ປະຈໍາສົກຮຽນ 2025-2026 ໄດ້ຈັດຕັ້ງປະຕິບັດໃນວັນທີ 20-24 ເມສາ 2026 ແລະ ໄດ້ຈັດພິທີປະກາດຜົນມອບ-ຮັບລາງວັນ ການສອບເສັງແຂ່ງຂັນນັກຮຽນເກັ່ງ ລະດັບຊາດ ຊັ້ນມັດທະຍົມສຶກສາ ປະຈໍາສົກຮຽນ 2025-2026 ໃນວັນທີ 24 ເມສາ 2026. ມາຮອດວັນທີ 27 ເມສາ 2024 ກະຊວງສຶກສາທິການ ແລະ ກິລາ ໄດ້ປະກາດລາງວັນ ເພີ່ມຕື່ມອີກ 1 ລາງວັນ, ເຫດຜົນແມ່ນເນື່ອງຈາກມີການບັນທຶກເຂົ້າຄະແນນຂອງຄະນະກຳມະການບັນທຶກຄະແນນລົງໃນຟອມຜິດພາດ. ສະນັ້ນ, ເພື່ອເຮັດໃຫ້ຜູ້ກ່ຽວໄດ້ຮັບຄວາມຍຸຕິທໍາ ກົມສາມັນສຶກສາ ສສກ ຈຶ່ງໄດ້ດຳເນີນການກວດກາຄືນ ນຳຄະນະກຳມະການຮັບຜິດຊອບກວດບົດ (ເຈັ້ຍຄຳຕອບ) ໃນວິຊາດັ່ງກ່າວ ແລະ ເຫັນໄດ້ວ່າ ຄະແນນຂອງ ທ້າວ ພອນພະສິດ ບົວລະວົງ ນັກຮຽນ ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ຈາກແຂວງຈຳປາສັກ ໄດ້ຕິດອັນດັບ I ໃນວິຊາຄະນິດສາດ. ສະນັ້ນ, ຈຶ່ງໄດ້ມີການຄົ້ນຄວ້າພິຈາລະນາຮັບຮອງຜູ້ກ່ຽວເປັນນັກຮຽນເກັ່ງລະດັບຊາດ ໃນສົກຮຽນ 2025-2026 ປະເພດທີ I ໃນວິຊາ ຄະນິດສາດ ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ພ້ອມທັງສະເໜີໃຫ້ໄດ້ຮັບຫຼຽນຄໍາ ແລະ ເງິນລາງວັນຕາມຈໍານວນທີ່ນັກສອບເສັງຄົນອື່ນໄດ້ຮັບໃນປະເພດດຽວກັນ ແລະ ໄດ້ອອກຂໍ້ຕົກລົງຄືນໃໝ່ ເພື່ອປ່ຽນແທນສະບັບເລກທີ1890/ສສກ, ລົງວັນທີ 23 ເມສາ 2026. ເຊິ່ງໃນຂໍ້ຕົກລົງ ໄດ້ເຫັນດີຮັບຮອງເອົານັກຮຽນ ເກັ່ງຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ລະດັບຊາດ ຈໍານວນ 26 ຄົນ ທີ່ມີຜົນງານດີເດັ່ນ ໃນການເຂົ້າຮ່ວມສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ລະດັບຊາດ ປະຈຳສົກຮຽນ 2025-2026 ທີ່ສາມາດຍາດໄດ້ຄະແນນດີເລີດອັນດັບທີ 1, 2, 3 ທີ່ນະຄອນຫຼວງວຽງຈັນ, ຄັ້ງວັນທີ 20-24 ເມສາ 2026. ສະນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ຈັດພິທີປະກາດມອບລາງວັນໃຫ້ຜູ້ກ່ຽວ.
ພາບ-ຂ່າວໂດຍ: ການຈະນາ
682836162_122127486591228259_4189474373924591811_n.jpg682332359_122127486081228259_6615302832500309722_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ