ສະຫາຍ ຮສ.ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
ໃນວັນທີ 27 ເມສາ 2026 ທີ່ຫ້ອງຮຽນຂອງສະຖາບັນພັດທະນາການບໍລິຫານການສຶກສາ (ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ສະຫາຍ ຮສ.ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຂຶ້ນຫ້ອງບັນຍາຍແລກປ່ຽນບົດຮຽນໃຫ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ຂອງກະຊວງສຶກສາທິການ ແລະ ກິລາ ໃນຫົວຂໍ້ “ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ” ແລະ “ສະພາບການຂອງໂລກ ແລະ ນະໂຍບາຍການຕ່າງປະເທດຂອງພັກໃນໄລຍະໃໝ່”, ມີ ສະຫາຍ ປອ ສົມສີ ໄຊຍະລາດ ຫົວໜ້າຫ້ອງທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ຂອງກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ, ຫົວໜ້າໜ່ວຍ, ຮອງໜ່ວຍ ແລະ ບັນດານັກສຶກສາ ຈຳນວນ 63 ສະຫາຍ ເຂົ້າຮ່ວມຮັງຟັງຢ່າງພ້ອມພຽງ.
ໂອກາດນີ້, ສະຫາຍ ຮສ.ປອ ດາວສະຫວັນ ເຄືອມີໄຊ ໄດ້ບັນຍາຍຫົວຂໍ້ “ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ” ເຊິ່ງສະຫາຍໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນຂອງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເປັນຕົ້ນແມ່ນການເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບດ້ານການເມືອງ ແລະ ຄວາມສະຫງົບສຸກຂອງສັງຄົມ; ການສືບຕໍ່ສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ເຂັ້ມແຂງ, ນຳພາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາຢ່າງໂລ່ງລ່ຽນ ແລະ ຍືນຍົງ; ການກໍ່ສ້າງຮາກຖານການເມືອງໃຫ້ມີຄວາມເຂັ້ມແຂງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງມີຈຸດສຸມ ແລະ ມີປະສິດທິຜົນ, ປັບປຸງອົງການປົກຄອງຂັ້ນທ້ອງຖິ່ນ ໃຫ້ມີຄວາມເປັນເຈົ້າຕົນເອງຮອບດ້ານ; ຍົກລະດັບການພັດທະນາ ຂົງເຂດວັດທະນະທຳ-ສັງຄົມໄລຍະໃໝ່; ອົງການລັດ ສືບຕໍ່ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ຕາມທິດສ້າງລັດປະຊາທິປະໄຕປະຊາຊົນທີ່ປົກຄອງດ້ວຍກົດໝາຍ; ເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ; ຕັ້ງໜ້າປະຕິວັດແນວທາງການຮ່ວມມືກັບຕ່າງປະເທດ ຕາມທິດການທູດປ້ອງກັນປະເທດ, ການທູດເສດຖະກິດ ແລະ ບຸກທະລຸ, ເປີດກວ້າງການຮ່ວມມືດ້ວຍຫຼາຍທິດ, ຫຼາຍຝ່າຍ, ຫຼາຍຮູບແບບ ແລະ ຫຼາຍລະດັບຢ່າງຕັ້ງໜ້າ; ເພີ່ມທະວີບົດບາດ, ຍົກສູງຄວາມ ສາມາດນຳພາຂອງພັກ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ເພີ່ມທະວີບົດບາດການນຳພາຂອງພັກ ໃນທຸກວຽກງານພະນັກງານ, ສ້າງການຫັນປ່ຽນວຽກງານຄຸ້ມຄອງພະນັກງານໃຫ້ມີຄຸນນະພາບ; ເພີ່ມທະວີວຽກງານຕິດຕາມ, ກວດກາ, ການປ້ອງກັນ, ຕ້ານ, ສະກັດກັ້ນ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ໃຫ້ເຂັ້ມແຂງ, ເຂັ້ມງວດ ແລະ ເດັດຂາດ.
ພ້ອມນັ້ນ, ສະຫາຍຍັງໄດ້ຍົກໃຫ້ເຫັນກ່ຽວກັບສະພາບການຂອງໂລກ ແລະ ນະໂຍບາຍການຕ່າງປະເທດຂອງພັກໃນໄລຍະໃໝ່ ເປັນຕົ້ນແມ່ນການຕີລາຄາບັນຫາພາກພື້ນ ແລະ ສາກົນ, ເຫດການທີ່ເປັນບາດລ້ຽວໃນພາກພື້ນ ແລະ ໃນໂລກ, ປັດໄຈສຳຄັນທີ່ເຮັດໃຫ້ເກີດສະພາບການຕ່າງໆໃນພາກພື້ນ ແລະ ສາກົນໃນແຕ່ລະໄລຍະ, ນະໂຍບາຍການຕ່າງປະເທດຂອງພັກ, ນະໂຍບາຍການຕ່າງປະເທດແມ່ນຫຍັງ?, ແມ່ນຫຍັງເປັນປັດໄຈຂອງການກຳນົດນະໂຍບາຍການຕ່າງປະເທດ ແລະ ການກຳນົດນະໂຍ ບາຍການຕ່າງປະເທດຂອງພັກແຕ່ລະໄລຍະ. ຫຼັງຈາກນັ້ນ, ບັນດານັກສຶກສາໄດ້ຕັ້ງບັນຫາຂຶ້ນມາແລກປ່ຽນບົດຮຽນກັບອາຈານຢ່າງສ້າງສັນ ແລະ ກົງໄປກົງມາດ້ວຍບັນຍາກາດຟົດຟື້ນ.
ພາບໂດຍ: ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ