ສສກ ຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ແກ່ຄະນະພັກ-ຄະນະນຳ ແລະ ຜູ້ເຮັດວຽກງານກວດກາທີ່ຂຶ້ນກັບກະຊວງ

 

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ແກ່ຄະນະພັກ-ຄະນະນຳແຕ່ລະຂັ້ນ ແລະ ຜູ້ເຮັດວຽກງານກວດກາ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ໃນວັນທີ 26 ພຶດສະພາ 2026 ທີ່ສະໂມສອນຊັ້ນ 2 ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ໂດຍມີຄະນະປະຈຳພັກກະຊວງ, ຄະນະບໍລິຫານງານພັກ, ປະທານ-ຮອງປະທານກວດກາພັກກະຊວງ, ອົງການກວດກາແຫ່ງລັດ, ເລຂາຄະນະພັກຮາກຖານ, ຄະນະກວດກາຄະນະພັກຮາກຖານ, ຜູ້ກວດກາໜ່ວຍພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງ/ແຂວງ, ພະນັກງານກວດກາ ແລະ ພາກສ່ວນຕ່າງໆ ທີ່ຂຶ້ນກັບກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມວ່າ: ກອງປະຊຸມຝຶກອົບຮົມວຽກງານກວດກາພັກ-ລັດໃນຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນທີ່ສຸດສຳລັບຄະນະພັກ, ຄະນະນຳ ແລະ ຜູ້ຮັບຜິດຊອບວຽກງານກວດກາແຕ່ລະຂັ້ນ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າແລກປ່ຽນຄວາມຄິດເຫັນ ແລະ ປົບສົບການຮ່ວມມື, ກອງປະຊຸມຈະໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຄະນະກວດກາພັກກະຊວງສຶກສາທິການ ແລະ ກິລາ ແລະ ການນຳສະເໜີບົດຮຽນຂອງວິທະຍາກອນ ຈາກ ສສ ຫວຽດນາມ, ວິທະຍາກອນຈາກຄະນະກວດກາສູນກາງພັກກ່ຽວກັບກົງຈັກການຈັດຕັ້ງຂອງຄະນະກວດກາພັກ, ອົງການກວດກາລັດ, ອົງການຕ້ານການສໍ້ລາດບັງຫຼວງ ແລະ ການບຳລຸງສ້າງພະນັກງານກວດກາ; ຄວາມຮູ້ທົ່ວໄປກ່ຽວກັບວຽກງານກວດກາພັກ; ວຽກງານຕິດຕາມຂອງພັກ; ການກວດກາການຈັດຕັ້ງພັກ; ຄວາມຮຫບຜິດຊອບໜ້າທີ່ການເມືອງຂອງພັກ, ສະມາຊິກພັກ, ການຈັດຕັ້ງລັດ ແລະ ພະນັກງານ-ລັດຖະກອນ; ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ວຽກງານຄົ້ນຄວ້າ, ພິຈາລະນາ ແລະ ແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ; ລະບຽບວິໄນຂອງພັກ ແລະ ການລົງວິໄນພາຍໃນພັກ; ກວດກາພິສູດໃນວຽກງານກວດກາພັກ; ບາງບັນຫາພຶ້ນຖານກ່ຽວກັບຈິດຕະສາດໃນວຽກງານກວດກາ; ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ; ຄວາມຮູ້ພຶ້ນຖານກ່ຽວກັບການສືບສວນ-ສອບສວນ; ຄວາມຮູ້ພຶ້ນຖານກ່ຽວກັບວຽກງານຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ; ການແກ້ໄຂຜົນການກວດກາ ແລະ ການຕິດຕາມ, ຊຸກຍູ້, ກວດກາການແກ້ໄຂຜົນການກວດກາ; ການສ້າງເອກະສານ ແລະ ສຳນວນ, ສຳເນົາເອກະສານວຽກງານກວດກາ. ດັ້ງທີ່ຮູ້ກັນແລ້ວວ່າວຽກງານກວດກາແມ່ນວຽກງານໜຶ່ງທີ່ສຳຄັນຂອງພັກ, ແມ່ນໜຶ່ງໃນພາລະບົດບາດການນຳພາຂອງຄະນະພັກ, ຄະນະນຳທຸກຂັ້ນ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ກວດກາ ແມ່ນການຊອກຮູ້, ການເກັບກຳຂໍ້ມູນ ແລະ ຫຼັກຖານກ່ຽວກັບການຊີ້ນຳ-ນຳພາ, ການຈັດຕັ້ງແນວທາງຂອງພັກ, ນະໂຍບາຍຂອງລັດ, ກົດໜາຍ, ລະບຽບການ ແລະ ການປະຕິບັດພາລະບົດບາດ, ສິດ, ໜ້າທີ່, ຄວາມຮັບຜິດຊອບຂອງການຈັດຕັ້ງ, ບຸກຄົນທີ່ຢູ່ໃນອົງການຈັດຕັ້ງພັກ-ລັດ ເພື່ອພິຈາລະນາ, ຕີລາຄາ, ປະເມີນຜົນ ການຈັດຕັ້ງຂັ້ນເທິງຂອງເປົ້າໝາຍຖືກກວດກາ ພິຈາລະນາ ຕາມກົດໝາຍ ແລະ ລະບຽບທີ່ວາງໄວ້; ການກວດກາ ບໍ່ແມ່ນການຈັດຕັ້ງປະຕິບັດວຽກງານໃນໄລຍະໃດ ໄລຍະໜຶ່ງເທົ່ານັ້ນ, ມັນແມ່ນວຽກຂອງການຈັດຕັ້ງພັກ-ລັດທຸກຂັ້ນ ແລະ ເປັນວຽກຂອງໝົດທຸກຄົນ ທີ່ຈະຕ້ອງໄດ້ມີສ່ວນຮ່ວມໃນວຽກງານກວດກາ, ພ້ອມທັງເຮັດປົກກະຕິ ແລະ ຕໍ່ເນື່ອງ. ສະນັ້ນ, ຄະນະກວດກາແຕ່ລະຂັ້ນ ຕ້ອງມີຫົວຄິດປະດິດສ້າງໃນການກວດກາ, ບໍ່ແມ່ນກວດກາເພື່ອຊອກເອົາຄວາມຜິດ ຫຼື ຈຸດອ່ອນ/ຂໍ້ຄົງຄ້າງຕ່າງໆເທົ່ານັ້ນ, ການກວດກາ ແມ່ນຈະຕ້ອງໄດ້ຊອກໃຫ້ເຫັນດ້ານດີ ເພື່ອພ້ອມກັນສົ່ງເສີມ ແລະ ໃຫ້ຄຳຍ້ອງຍໍຊົມເຊີຍ, ສຳລັບຈຸດອ່ອນ/ຂໍ້ຄົງຄ້າງ ຫຼື ຂໍ້ຜິດພາດຕ່າງໆ ກໍຈະໄດ້ພ້ອມກັນຊອກຫາວິທີທາງໃນການປັບປຸງ, ແກ້ໄຂໃຫ້ດີຂຶ້ນ.
ສຳລັບກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນຈະດຳເນີນໄປເປັນເວລາ 5 ວັນ (26-30 ພຶດສະພາ 2026 ) ຈຶ່ງຈະສຳເລັດ. ມີຫຼາຍເນື້ອໃນທີ່ຈຳໄດ້ຄົ້ນຄວ້າ, ແລກປ່ຽນ ຈຶ່ງຮຽກຮ້ອງໃຫ້ບັນດາສະຫຼາຍຜູ້ແທກກອງປະຊຸມທັງໝົດຈົ່ງຍົກສູງຄວາມຮັບຜິດຊອບ, ສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າ, ສົນທະນາ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອເຮັດໃຫ້ກອງປະຊຸມມີຄວາມໝາຍຄວາມສຳຄັນ ແລະ ໄດ້ຮັບຜົນສຳເລັດຕາມແຜນທີ່ວາງໄວ້.
ໂດຍ: ບຸນທະວີ ນະວົງສາ
706397084_122132301195228259_5890372598035374469_n.jpg703563839_122132301279228259_7330878447999983954_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ