ຄະນະຜູ້ແທນລຸກຊຳບວກ ເຂົ້າຢ້ຽມພົບປະ ຮອງລັດຖະມົນຕີ ສສກ ພ້ອມຕີລາຄາຜົນສຳເລັດ ແລະ ວາງແຜນຄູ່ຮ່ວມມືສອງຝ່າຍ

 

ໃນວັນທີ 25 ພຶດສະພາ 2026 ທີ່ສຳນັກກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເຣເນ ລໍເອີ (Mr. René LAUER) ຫົວໜ້າພະແນກຮ່ວມມືສອງຝ່າຍ, ກົມຮ່ວມມືເພື່ອການພັດທະນາ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳ, ທ່ານ ໂທມັດ ລຳມາ (Mr. Thomas LAMMAR) ອຸປະທູດຊົ່ວຄາວ, ສະຖານທູດລຸກຊຳບວກ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມພົບປະ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເນື່ອງໃນໂອກາດທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢູ່ ສ ປປ ລາວ.
ການເຂົ້າຢ້ຽມຢາມພົບປະໃນຄັ້ງນີ້, ເພື່ອສະຫຼຸບຕີລາຄາຄືນໝາກຜົນຂອງການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ປະເທດ ລຸກຊຳບວກ ໃນໄລຍະຜ່ານມາ, ໂດຍສະເພາະການຈັດຕັ້ງປະຕິບັດແຜນງານໃຫຍ່ 2 ໂຄງການ ທີ່ແນໃສ່ການຍົກລະດັບອາຊີວະສຶກສາ, ການສ້າງວຽກເຮັດງານທຳ ແລະ ການສົ່ງເສີມລັດແຫ່ງກົດໝາຍເພື່ອປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ. ສຳລັບການຮ່ວມມື ລະຫວ່າງສອງປະເທດໃນໄລຍະຜ່ານມາ ແມ່ນສາມາດຍາດໄດ້ຜົນສຳເລັດອັນພົ້ນເດັ່ນໃນ 2 ຂົງເຂດຫຼັກ ດັ່ງນີ້: 1) ແຜນງານການຮ່ວມມືທັກສະທາງດ້ານການທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ (LAO/336), ແຜນງານນີ້ເປັນການຮ່ວມມືສາມຝ່າຍ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ, ລັດຖະບານລຸກຊຳບວກ ແລະ ລັດຖະບານສະວິດເຊີແລນ (ພ້ອມດ້ວຍສະຫະພາບເອີຣົບ) ໂດຍມີມູນຄ່າການສະໜັບສະໜູນງົບປະມານທັງໝົດ 26,180,000 ເອີໂຣ. ຜົນງານດັ່ງກ່າວ, ໄດ້ເຮັດວຽກຮ່ວມກັບ ກົມອາຊີວະສຶກສາ ເພື່ອພັດທະນາຫຼັກສູດ ແລະ ຝຶກອົບຮົມວິຊາຊີບ ໃນສະຖານອາຊີວະສຶກສາ 10 ແຫ່ງ ໂດຍຄວບຄຸມ 8 ແຂວງ ແລະ ນະຄອນຫຼວງວຽງຈັນ. ມີໝາກຜົນທີ່ເປັນຮູບປະທຳຄື: ສ້າງອາຊີບໃຫ້ແກ່ປະຊາຊົນ ໂດຍສຳເລັດການຝຶກອົບຮົມວິຊາຊີບໃຫ້ແກ່ພໍ່ແມ່ປະຊາຊົນທັງໝົດ 4,934 ຄົນ (ໃນນີ້ມີເພດຍິງສູງເຖິງ 61%). ທີ່ສຳຄັນແມ່ນ 79% ຂອງຜູ້ສຳເລັດການຝຶກອົບຮົມ ແມ່ນມີວຽກເຮັດງານທຳ ແລະ ມີລາຍໄດ້ທີ່ໝັ້ນຄົງ, ການວາງແຜນລະດັບຊາດ ແມ່ນສຳເລັດການພັດທະນາ, ອະນຸມັດ ແລະ ເຜີຍແຜ່ ແຜນພັດທະນາອາຊີວະສຶກສາ 5 ປີ (2026-2030), ຍົກລະດັບພື້ນຖານໂຄງລ່າງ ແມ່ນໄດ້ປັບປຸງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກໃນ 3 ສະຖາບັນການສຶກສາຫຼັກ ຄື: ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ, ວິທະຍາໄລເຕັກນິກແຂວງວຽງຈັນ ແລະ ວິທະຍາໄລເຕັກນິກປາກປາສັກ, ການພັດທະນາລະບົບ ແລະ ຫຼັກສູດ ພັດທະນາມາດຕະຖານອາຊີບແຫ່ງຊາດ ແລະ ຫຼັກສູດວິຊາຊີບລະດັບ 3 ແລະ ຊັ້ນສູງໃນຂົງເຂດກະສິກຳ, ຍົກລະດັບທັກສະຄູສອນ-ຄູຝຶກ ພ້ອມທັງສ້າງຄູ່ມືກອງທຶນພັດທະນາອາຊີວະສຶກສາ, 2) ແຜນງານການສົ່ງເສີມລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ແລະ ການປົກຄອງທີ່ດີ (LAO/037), ແຜນງານນີ້ເນັ້ນໃສ່ການສ້າງຂີດຄວາມສາມາດທາງດ້ານກົດໝາຍ. ໂດຍຮ່ວມມືກັບ ຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະ ຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລຈຳປາສັກ ແລະ ສະຖາບັນຍຸຕິທຳແຫ່ງຊາດ ເຊິ່ງມີຜົນງານທີ່ພົ້ນເດັ່ນ ດັ່ງນີ້: ຍົກລະດັບມາດຕະຖານສາກົນ ສຳເລັດການຮັບຮອງການປະກັນຄຸນນະພາບການສຶກສາ ຂອງເຄືອຂ່າຍມະຫາວິທະຍາໄລອາ ຊຽນ (AUN-QA) ໃນ 5 ຫຼັກສູດໃໝ່ ຂອງຄະນະນິຕິສາດ ແລະ ລັດຖະສາດ ມຊ (ສາຂາພົວພັນສາກົນ, ລັດຖະສາດ, ກົດໝາຍແພ່ງ, ກົດໝາຍອາຍາ ແລະ ກົດໝາຍທຸລະກິດ), ພັດທະນາບຸກຄະລາກອນ ແລະ ໄອທີໃນການປັບປຸງພື້ນຖານໂຄງລ່າງ ພ້ອມທັງຕິດຕັ້ງອຸປະກອນໄອທີ ແລະ ເຟີນີເຈີໃນຫ້ອງຮຽນ, ຫ້ອງສະໝຸດ ແລະ ຖານຂໍ້ມູນວິຊາການ; ພ້ອມທັງໄດ້ຈັດຝຶກອົບຮົມ ແລະ ແລກປ່ຽນບົດຮຽນໃຫ້ແກ່ພະນັກງານຫຼາຍກວ່າ 2,000 ຄົນ.
ສຳລັບທິດທາງແຜນການໃນຕໍ່ໜ້າ ເພື່ອເປັນການສືບຕໍ່ເສີມຂະຫຍາຍໝາກຜົນດັ່ງກ່າວ ແລະ ແກ້ໄຂຂໍ້ຄົງຄ້າງ. ໂດຍສະເພາະຜົນກະທົບຈາກສະພາບເສດຖະກິດ ແລະ ການເຄື່ອນຍ້າຍແຮງງານຂອງໄວໜຸ່ມ, ກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດທິດທາງແຜນການໃນຕໍ່ໜ້າ ດັ່ງນີ້: 1) ສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກໃນສະຖາບັນອາຊີວະສຶກສາເປົ້າໝາຍທີ່ຍັງເຫຼືອ, 2) ເລັ່ງຜັນຂະຫຍາຍກິດຈະກຳໂຄສະນາ ແລະ ສົ່ງເສີມການຮຽນວິຊາຊີບໃຫ້ແກ່ກຸ່ມໄວໜຸ່ມ ແລະ ສັງຄົມ, 3) ສືບຕໍ່ໃຫ້ທຶນຝຶກອົບຮົມໄລຍະສັ້ນວິຊາຊີບລະດັບ 1 ໃນຂະແໜງການບູລິມະສິດ (ການປຸງແຕ່ງອາຫານ, ການບໍລິການອາຫານ-ເຄື່ອງດື່ມ ແລະ ກະສິກຳ) ພ້ອມທັງປັບປຸງຫຼັກສູດໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ, 4) ສ້າງຄູ່ມື ແລະ ເຄື່ອງມືໃນການສ້າງລາຍຮັບວິຊາການໃນສະ ຖານອາຊີວະສຶກສາ ແລະ ຈັດຕັ້ງກອງທຶນພັດທະນາອາຊີວະສຶກສາ, 5) ສືບຕໍ່ຮ່ວມມືສ້າງແຜນກິດຈະກຳທາງດ້ານກົດໝາຍ ແລະ ການຊ່ວຍເຫຼືອດ້ານເຕັກນິກວິຊາການ ພາຍໃຕ້ໂຄງການ ROLAG (LAO/037) ໃນໄລຍະຕໍ່ໜ້າ.
ຜົນສຳເລັດທັງໝົດນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນດີງາມ ແລະ ຍາວນານລະຫວ່າງ ສປປ ລາວ ແລະ ປະເທດ ລຸກຊຳບວກ ເທົ່ານັ້ນ, ແຕ່ຍັງເປັນການຍົກລະດັບຄຸນນະພາບການສຶກສາ ແລະ ສ້າງໂອກາດໃຫ້ແກ່ໄວໜຸ່ມລາວໄດ້ມີວິຊາຊີບທີ່ໝັ້ນຄົງ, ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະ ກິດ-ສັງຄົມຂອງຊາດຢ່າງຍືນຍົງ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ
705698759_122132304849228259_7867849921600633174_n.jpg703633034_122132304807228259_2113931062137656593_n.jpg
 
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ