ຍົກລະດັບບຸກຄະລາກອນການສຶກສາຊັ້ນສູງ ພ້ອມປິດໂຄງການຮ່ວມມື ລາວ-ໄທ ເພື່ອສ້າງຂີດຄວາມສາມາດດ້ານການຄຸ້ມຄອງການຄົ້ນຄວ້າ ແລະ ນະວັດຕະກຳ

 

ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮ່ວມມືກັບ ສະຖາບັນນະໂຍບາຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (STIPI) ພາຍໃຕ້ມະຫາວິທະຍາໄລເຕັກໂນໂລຊີພຣະຈອມເກົ້າທົນບູຣີ (ມຈທ) ແລະ ກົມຄວາມຮ່ວມມືລະຫວ່າງປະເທດ (TICA) ກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກໄທ ຈັດກອງປະຊຸມສຳມະນາ ແລະ ພິທີປິດໂຄງການ Research Management and Capacity Building (RMCB) ພາຍໃຕ້ແຜນງານການຮ່ວມມື ລາວ-ໄທ ຂຶ້ນໃນວັນທີ 26 ພຶດສະພາ 2026 ທີ່ຫ້ອງປະຊຸມສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ, ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ປອ ຄຳແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ແບ້ງ ງາມອະຣຸນໂຊດ ຜູ້ອຳນວຍການສະຖາບັນນະໂຍບາຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (STIPI) ແລະ ທ່ານ ປອ ພິເຊດ ດຸຣົງຄະເວໂຣດ ກຳມະການບໍລິຫານບໍລິສັດທະນາຄານກຸງເທບ ຈຳກັດ, ອະດີດລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກະຊວງດິຈິຕອນ ເພື່ອເສດຖະກິດ ແລະ ສັງຄົມ ແຫ່ງ ຣາຊະອານາຈັກໄທ. ນອກຈາກນີ້ ຍັງມີບັນດາຮອງອະທິການບໍດີ/ຮອງຜູ້ອຳນວຍການມະຫາວິທະຍາໄລ, ຄະນະຜູ້ແທນຈາກຝ່າຍໄທ, ຜູ້ເຂົ້າຮ່ວມການຝຶກອົບຮົມຮຸ່ນທີ 1 ແລະ ຮຸ່ນທີ 2 ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການ Research Management and Capacity Building (RMCB) ແມ່ນໜຶ່ງໃນໂຄງການພາຍໃຕ້ແຜນງານຮ່ວມມື ລາວ-ໄທ ໄລຍະ 3 ປີ (2023-2025) ໃນຂະແໜງການສຶກສາ ໂດຍມີຈຸດປະສົງຫຼັກເພື່ອພັດທະນາລະບົບ ແລະ ສ້າງຂີດຄວາມສາມາດດ້ານການຄຸ້ມຄອງວຽກງານຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ໃນລະບົບການສຶກສາຊັ້ນສູງຂອງ ສປປ ລາວ. ເຊິ່ງຕະຫຼອດໄລຍະການຈັດຕັ້ງປະຕິບັດໂຄງການທີ່ຜ່ານມາ, ໄດ້ມີການດຳເນີນການຝຶກອົບຮົມທັງໝົດ 2 ຮຸ່ນ ເຊິ່ງສາມາດສ້າງ ແລະ ຍົກລະດັບຄວາມຮູ້ໃຫ້ແກ່ຜູ້ບໍລິຫານ ແລະ ນັກຄົ້ນຄວ້າ ຈາກກະຊວງສຶກສາທິການ ແລະ ກິລາ ພ້ອມທັງ 4 ມະຫາວິທະຍາໄລ ລວມທັງໝົດ 39 ທ່ານ. ນອກຈາກນັ້ນ, ໂຄງການຍັງໄດ້ຄັດເລືອກເອົາຜູ້ເຂົ້າຮ່ວມທີ່ມີຄວາມໂດດເດັ່ນຈຳນວນ 6 ທ່ານ ເຂົ້າຮ່ວມກິດຈະກຳແລກປ່ຽນບົດຮຽນແບບລົງເລິກ (Fellowship Programme) ເພື່ອຮັບການຝຶກອົບຮົມ ແລະ ຮ່ວມກັນພັດທະນາຂໍ້ສະເໜີໂຄງການຄົ້ນຄວ້າດ້ານນະໂຍບາຍ.
ໃນໂອກາດອັນສະຫງ່າລາສີນີ້, ຜູ້ເຂົ້າຮ່ວມທີ່ໄດ້ຮັບການຄັດເລືອກໃນແຜນງານ Fellowship Programme ທັງ 6 ທ່ານ ໄດ້ຂຶ້ນນຳສະເໜີຂໍ້ສະເໜີໂຄງການຄົ້ນຄວ້າດ້ານນະໂຍບາຍ ເພື່ອແລກປ່ຽນບົດຮຽນ, ທັດສະນະ ແລະ ຮັບຟັງຄຳເຫັນ ພ້ອມທັງຂໍ້ແນະນຳອັນເປັນປະໂຫຍດຈາກຜູ້ຊ່ຽວຊານຝ່າຍໄທ ແລະ ລາວ. ພ້ອມກັນນັ້ນ, ພາຍໃນງານຍັງໄດ້ມີພິທີມອບໃບຢັ້ງຢືນໃຫ້ແກ່ຜູ້ຜ່ານການຝຶກອົບຮົມຢ່າງເປັນທາງການ ແລະ ຈັດກິດຈະກຳພົບປະສ້າງສັນ (Reunion) ເພື່ອສ້າງສາຍພົວພັນ, ແລກປ່ຽນປະສົບການ ແລະ ຮ່ວມກັນສ້າງເຄືອຂ່າຍການຮ່ວມມືດ້ານການຄົ້ນຄວ້າລະຫວ່າງຜູ້ເຂົ້າຮ່ວມໂຄງການທັງສອງຮຸ່ນໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
ໂອກາດນີ້, ທ່ານ ປອ ຄຳແກ້ວ ຫານຊະນະ ໄດ້ມີຄຳເຫັນກ່າວໃນພິທີວ່າ: "ວຽກງານການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ແມ່ນກຸນແຈ ແລະ ເປັນຫົວຈັກສຳຄັນໃນການຂັບເຄື່ອນການພັດທະນາປະເທດຊາດ. ໂຄງການ RMCB ໃນຄັ້ງນີ້ ໄດ້ຊ່ວຍຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນດ້ານການຄຸ້ມຄອງການຄົ້ນຄວ້າ ໃຫ້ແກ່ຂະແໜງການສຶກສາຊັ້ນສູງຂອງລາວ ໃຫ້ປະກົດຜົນເປັນຮູບປະທຳຢ່າງແທ້ຈິງ." ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງ TICA, STIPI ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງທັງໝົດ ທີ່ໄດ້ໃຫ້ການສະໜັບສະໜູນທັງດ້ານວິຊາການ, ຄວາມຮູ້ ແລະ ງົບປະມານອັນມີຄ່າ ຈົນເຮັດໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດຢ່າງຈົບງາມຕາມຄາດໝາຍທີ່ວາງໄວ້.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
708854855_122132402523228259_4480059353797100878_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ