ຮອງລັດຖະມົນຕີ ສສກ ຕ້ອນຮັບ ຄະນະຜູ້ແທນວິທະຍາໄລວິຊາຊີບເມືອງຫຼິວໂຈວ ສປ ຈີນ

 

ເມື່ອວັນທີ 2 ມິຖຸນາ 2026, ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ເຫວີຍ ຫາຍຈິ້ນ, ເລຂາທິການ ຄະນະກຳມະການພັກ ວິທະຍາໄລວິຊາຊີບເມືອງຫຼິວໂຈວ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ນາງ ປອ ດາລາວອນ ກິດຕິພັນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນໃນຄັ້ງນີ້, ເຊິ່ງເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືດ້ານການສຶກສາ, ໂດຍສະເພາະແມ່ນການພັດທະນາອາຊີວະສຶກສາ ລະຫວ່າງ ສປປ ລາວ ແລະ ວິທະຍາໄລວິຊາຊີບເມືອງຫຼີວໂຈວ ສປ ຈີນ ໃຫ້ມີຜົນສໍາເລັດຍິ່ງຂຶ້ນ.
ໃນການພົບປະປຶກສາຫາລືຄັ້ງນີ້, ທັງສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ. ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີ ໄດ້ເນັ້ນໜັກເຖິງເນື້ອໃນ ແລະ ທິດທາງແຜນການຮ່ວມມືທີ່ສຳຄັນໃນຕໍ່ໜ້າ ເປັນຕົ້ນແມ່ນການຍົກລະດັບຄຸນນະພາບອາຊີວະສຶກສາ ໂດຍເນັ້ນໃສ່ການພັດທະນາຫຼັກສູດການຮຽນ-ການສອນ ແລະ ການຝຶກອົບຮົມວິຊາຊີບໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນ; ສໍາລັບການພັດທະນາບຸກຄະລາກອນ ແມ່ນສືບຕໍ່ຊຸກຍູ້ການແລກປ່ຽນຄູ-ອາຈານ, ການຍົກລະດັບສະມັດຖະພາບການສອນ ແລະ ການສະໜອງທຶນການສຶກສາໃຫ້ແກ່ນັກສຶກສາລາວ ໄປສຶກສາຕໍ່ ທີ່ ວິທະຍາໄລວິຊາຊີບເມືອງຫຼິວໂຈວ. ສ່ວນການຮ່ວມມືດ້ານເຕັກນິກ ແລະ ເຕັກໂນໂລຊີ ແມ່ນການຖ່າຍທອດຄວາມຮູ້ ແລະ ບົດຮຽນຕົວຈິງຈາກ ສປ ຈີນ ເພື່ອພັດທະນາສູນຝຶກອົບຮົມວິຊາຊີບຢູ່ລາວໃຫ້ມີຄວາມທັນສະໄໝ.
ໃນຕອນທ້າຍ, ທ່ານ ເຫວີຍ ຫາຍຈິ້ນ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານຮອງລັດຖະມົນຕີ ທີ່ໄດ້ສະຫຼະເວລາອັນມີຄຸນຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຢືນຢັນວ່າ ວິທະຍາໄລວິຊາຊີບເມືອງຫຼິວໂຈວ ຈະສືບຕໍ່ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຈັດຕັ້ງຜັນຂະຫຍາຍບັນດາກິດຈະກຳຮ່ວມມືຕ່າງໆ ໃຫ້ປາກົດຜົນເປັນຈິງ ເພື່ອຮ່ວມກັນພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃຫ້ມີຄຸນນະພາບສູງຂຶ້ນໃນອະນາຄົດ.
ພາບ-ຂ່າວ: ບົວລະພາ
714765427_122133358557228259_4735867929128211463_n.jpg711076437_122133358461228259_6627291086306032680_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ