ສວສ ຈັດກອງປະຊຸມຂຽນຄູ່ມືແນະນໍາ "ການອ່ານຢູ່ບ້ານ" ສໍາລັບເດັກກ່ອນໄວຮຽນ ເພື່ອສົ່ງເສີມການຮຽນຮ່ວມກັບຄອບຄົວ

 

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຂຽນໂຄງຮ່າງ ແລະ ເນື້ອໃນຄູ່ມືແນະນໍາການຈັດຕັ້ງປະຕິບັດການອ່ານຢູ່ບ້ານ (ສະບັບທົດລອງ) ສໍາລັບໂຮງຮຽນເປົ້າໝາຍການກຽມຄວາມພ້ອມດ້ານການອ່ານ ສໍາລັບເດັກອາຍຸ 5 ປີ ໃນວັນທີ 2 ມິຖຸນາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ປອ ວົງເພັດ ອຸດົມລິດ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງມາຈາກແຂວງຜົ້ງສາລີ, ຫຼວງນໍ້າທາ, ສະຫວັນນະເຂດ, ສາລະວັນ, ບໍລິຄໍາໄຊ, ວິຊາການພາຍໃນ ສວສ, ວິຊາການກົມການສຶກສາກ່ອນໄວຮຽນ, ວິຊາການຂະແໜງການສຶກສາກ່ອນໄວຮຽນ ແລະ ຫ້ອງການປະສານງານສາກົນເພື່ອການສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ປອ ວົງເພັດ ອຸດົມລິດ ກໍໄດ້ມີຄຳເຫັນ ແລະ ກ່າວເປີດງານວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ຕໍ່ກັບການພັດທະນາການສຶກສາກ່ອນໄວຮຽນ ເຊິ່ງເປັນວຽກງານບຸລິມະສິດໃນການສະໜັບສະໜູນເດັກອາຍຸ 3-5 ປີ ບໍ່ວ່າຈະເປັນໃນຮູບແບບຂອງກຸ່ມພັດທະນາເດັກໃນຊຸມຊົນ, ຮູບແບບການສອນຄວບອາຍຸ ແລະ ຮູບແບບຫ້ອງກຽມປະຖົມ ໃຫ້ມີຄຸນນະພາບດີຂຶ້ນ. ກິດຈະກໍາ "ການອ່ານຢູ່ບ້ານ" ແມ່ນກິດຈະກໍາໜຶ່ງທີ່ຊ່ວຍຊຸກຍູ້ໃຫ້ພໍ່ແມ່ ແລະ ຜູ້ປົກຄອງໄດ້ເຂົ້າມາມີສ່ວນຮ່ວມຢ່າງຕັ້ງໜ້າໃກ້ຊິດຕິດແທດໃນການອ່ານປຶ້ມຮ່ວມກັບລູກຫຼານຢູ່ບ້ານ. ສໍາລັບເປົ້າໝາຍຫຼັກທີ່ໂຄງການເນັ້ນໃສ່ແມ່ນເດັກນ້ອຍໃນເກນອາຍຸ 3-5 ປີ ໂດຍສະເພາະແມ່ນໃນໂຮງຮຽນເປົ້າໝາຍທີ່ມີກິດຈະກໍາການກຽມຄວາມພ້ອມດ້ານການອ່ານສໍາລັບເດັກອາຍຸ 5 ປີ, ກຸ່ມພັດທະນາເດັກໃນຊຸມຊົນອາຍຸ 3-4 ປີ ແລະ ການສອນຄວບອາຍຸເດັກ 3-5 ປີ. ເຊ່ິງຜ່ານມາ, ທີມງານວິຊາການກໍໄດ້ມີການລົງເກັບຂໍ້ມູນ ແລະ ຈັດກິດຈະກໍາທົດລອງຕົວຈິງຢູ່ແຂວງບໍລິຄໍາໄຊ ແລະ ແຂວງຫຼວງພະບາງ ໂດຍມີການນໍາໃຊ້ແບບຟອມເກັບຂໍ້ມູນ, ຈັດ ການແລກປ່ຽນສົນທະນາ ແລະ ສະເໜີກິດຈະກໍາການອ່ານປຶ້ມເລື່ອງຢູ່ບ້ານໃຫ້ແກ່ຄະນະສຶກສາຂັ້ນບ້ານ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ເຊິ່ງທຸກພາກສ່ວນຕ່າງກໍສະແດງຄວາມດີໃຈ, ສະໜັບສະໜູນ ແລະ ຍິນດີທີ່ຈະໄດ້ມີສ່ວນຮ່ວມໃນການສົ່ງເສີມການຮຽນຮູ້ຂອງລູກຫຼານຕົນເອງ. ພ້ອມນັ້ນ, ຍັງໄດ້ເນັ້ນໜັກເຖິງຄວາມຈໍາເປັນໃນການສ້າງຄູ່ມືໃນຄັ້ງນີີ້ ເພາະເຫັນວ່າມີຄວາມຈຳເປັນຕ້ອງໄດ້ສ້າງໂຄງຮ່າງ, ຂຽນເນື້ອໃນຄູ່ມືແນະນໍາການຈັດຕັ້ງປະຕິບັດການອ່ານຢູ່ບ້ານ, ພ້ອມທັງສ້າງຄຣິບສຽງ ແລະ ວີດີໂອການອ່ານບົດເລື່ອງ (ສະບັບທົດລອງ) ເພື່ອເປັນບ່ອນອີງໃຫ້ແກ່ແຂວງເປົ້າໝາຍ ໃຫ້ມີຄວາມເອກະພາບກັນທາງດ້ານເນື້ອໃນ, ຈຸດປະສົງ, ພາລະບົດບາດຂອງແຕ່ລະຂັ້ນ ທີ່ຈະໄດ້ນໍາໄປຈັດຕັ້ງປະຕິບັດໃຫ້ມີຄວາມເຂົ້າໃຈງ່າຍ ແລະ ມີປະສິດທິຜົນສູງສຸດ.
ສຳລັບກອງປະຊຸມ ແມ່ນຈະດຳເນີນໄປເປັນເວລາ 4 ວັນ ລະຫວ່າງວັນທີ 2-5 ມິຖຸນາ 2026 ໂດຍມີການຜ່ານໂຄງຮ່າງເນື້ອໃນຄູ່ມືແນະນໍາຈັດຕັ້ງປະຕິບັດການອ່ານປຶ້ມເລື່ອງຢູ່ບ້ານ (ສະບັບທົດລອງ), ແບ່ງກຸ່ມຂຽນເນື້ອໃນຄູ່ມືຄູແນະນໍາການຈັດຕັ້ງປະຕິບັດການອ່ານປຶ້ມເລື່ອງຢູ່ບ້ານ, ຂຽນ ແລະ ຜ່ານເນື້ອໃນຄູ່ມືຄູແນະນໍາການຈັດຕັ້ງປະຕິບັດການອ່ານປຶ້ມເລື່ອງຢູ່ບ້ານ ແລະ ອັດສຽງບົດເລື່ອງໃນ 8 ເລື່ອງ, ປັບປຸງຄືນເນື້ອໃນຄູ່ມືຄູແນະນໍາການຈັດຕັ້ງປະຕິບັດການອ່ານປຶ້ມເລື່ອງຢູ່ບ້ານ ແລະ ຮັບຮອງເອົາເນື້ອໃນຄູ່ມືຄູແນະນໍາການຈັດຕັ້ງປະຕິບັດການອ່ານປຶ້ມເລື່ອງຢູ່ບ້ານ. ຄາດໝາຍວ່າຈະໄດ້ຮັບຮ່າງຕົ້ນສະບັບຂອງປຶ້ມຄູ່ມືແນະນໍາການຈັດຕັ້ງປະຕິບັດການອ່ານຢູ່ບ້ານ ທີ່ມີຄວາມສົມບູນ ແລະ ເປັນເອກະພາບກັນໃນຂັ້ນສຸດທ້າຍ ເພື່ອນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດທົດລອງໃນຂັ້ນຕໍ່ໄປ ໃຫ້ປະກົດຜົນເປັນຈິງ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ
714737477_122133357297228259_3074420156976897044_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ