ສສກ ຖະແຫຼງຂ່າວຄວາມພ້ອມບັ້ນສອບເສັງຈົບຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026 ເອກະພາບທົ່ວປະເທດ ເນັ້ນຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ

 

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດງານຖະແຫຼງຂ່າວຢ່າງເປັນທາງການ ໃນຕອນບ່າຍວັນທີ 29 ພຶດສະພາ 2025 ທີ່ກະຊວງດັ່ງກ່າວ ໃຫ້ກຽດຖະແຫຼງໂດຍ ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງ ສສກ ເພື່ອແຈ້ງຄວາມພ້ອມຮອບດ້ານໃນການຈັດຕັ້ງບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ໂດຍເນັ້ນໜັກໃສ່ຄວາມໂປ່ງໃສ, ຍຸຕິທຳ ແລະ ຮັບປະກັນຄຸນນະພາບການສຶກສາທີ່ແທ້ຈິງ ພ້ອມຮຽກຮ້ອງໃຫ້ທົ່ວສັງຄົມ, ຜູ້ປົກຄອງ ແລະ ນັກຮຽນ ເປັນເຈົ້າການຮ່ວມກັນ.
ການສອບເສັງຈົບຊັ້ນໃນປີນີ້ ຖືເປັນວຽກງານບູລິມະສິດລະດັບຊາດ ທີ່ແນໃສ່ວັດ ແລະ ປະເມີນຜົນການຮຽນ-ການສອນຢ່າງເປັນຮູບປະທຳ ໂດຍມີການຮ່ວມມືຢ່າງໃກ້ຊິດລະຫວ່າງ 4 ກະຊວງ ແລະ 4 ບໍລິສັດໂທລະຄົມມະນາຄົມ ເພື່ອອຳນວຍຄວາມສະດວກ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ຕະຫຼອດໄລຍະການສອບເສັງ. ສຳລັບບັ້ນສອບເສັງຈະຖືກຈັດຂຶ້ນເປັນ 2 ໄລຍະ ຄື: ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ຈັດຂຶ້ນລະຫວ່າງ ວັນທີ 10-12 ມິຖຸນາ 2026ມີການສອບເສັງທັງໝົດ 5 ວິຊາ ປະກອບມີ: ພາສາລາວ-ວັນນະຄະດີ 120 ນາທີ, ວິທະຍາສາດສັງຄົມ 90 ນາທີ,ວິທະຍາສາດທຳມະຊາດ 120 ນາທີ, ພາສາອັງກິດ 90 ນາທີ ແລະ ຄະນິດສາດ 120 ນາທີ. ສ່ວນຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ຈັດຂຶ້ນລະຫວ່າງ ວັນທີ 17-19 ມິຖຸນາ 2026, ສອບເສັງທັງໝົດ 5 ວິຊາ ປະກອບມີ ພາສາລາວ-ວັນນະຄະດີ 120 ນາທີ, ກຸ່ມວິຊາວິທະຍາສາດສັງຄົມ 120 ນາທີ, ກຸ່ມວິຊາວິທະຍາສາດທຳມະຊາດ 90 ນາທີ, ພາສາອັງກິດ 90 ນາທີ ແລະ ຄະນິດສາດ 120 ນາທີ. ນອກຈາກນີ້, ທາງຄະນະຈັດການສອບເສັງ ມີນະໂຍບາຍກຳນົດເວລາສອບເສັງຄືນ ສຳລັບນັກຮຽນທີ່ມີເຫດຜົນຈຳເປັນ ເຊັ່ນ: ເຈັບເປັນ, ເກີດເຫດສຸກເສີນກະທັນຫັນ ຫຼື ນັກກິລາທີ່ຕາງໜ້າໄປແຂ່ງຂັນລາຍການຕ່າງໆ.
ໃນສົກຮຽນ 2025-2026 ທົ່ວປະເທດ ມີໂຮງຮຽນມັດທະຍົມທັງໝົດ 1,866 ແຫ່ງ ເພີ່ມຂຶ້ນ 5 ແຫ່ງ ຫາກທຽບໃສ່ສົກຮຽນຜ່ານມາ, ມີໂຮງຮຽນເອກະຊົນ 165 ແຫ່ງ. ໃນນີ້, ຊັ້ນ ມ.4 ມີນັກສອບເສັງທັງໝົດ 71,427 ຄົນ ຍິງ 35,319 ຄົນ, ເພີ່ມຂຶ້ນຈາກປີຜ່ານມາ 2,263 ຄົນ; ມີນັກສອບເສັງສອງພາສາ (Bilingual) ຈຳນວນ 247 ຄົນ ຍິງ 141 ຄົນ ແລະ ພະສົງ-ສາມະເນນ 698 ອົງ ແລະ ມີສູນສອບເສັງທັງໝົດ 588 ສູນ ປະກອບມີ 3,578 ຫ້ອງສອບເສັງ. ສ່ວນ ຊັ້ນ ມ.7 ມີນັກສອບເສັງທັງໝົດ 40,722 ຄົນ ຍິງ 19,848 ຄົນ, ຫຼຸດລົງຈາກປີຜ່ານມາ 1,035 ຄົນ; ມີນັກສອບເສັງສອງພາສາ ຈຳນວນ 208 ຄົນ ຍິງ 139 ຄົນ ແລະ ພະສົງ-ສາມະເນນ 415 ອົງ ແລະ ມີສູນສອບເສັງທັງໝົດ 278 ສູນ ປະກອບມີ 2,022 ຫ້ອງສອບເສັງ.
ດ້ານມາດຕະການເຂັ້ມງວດ ກ່ຽວກັບໂປ່ງໃສ, ຍຸຕິທຳ ແລະ ຕ້ານປະກົດການຫຍໍ້ທໍ້ ເພື່ອຮັບປະກັນໃຫ້ຜົນການສອບເສັງສະທ້ອນເຖິງຄຸນນະພາບທີ່ແທ້ຈິງ ກະຊວງສຶກສາທິການ ແລະ ກິລາ ໄດ້ວາງມາດຕະການຢ່າງຮັດກຸມ ການອອກຫົວບົດສອບເສັງ ດຳເນີນການໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພາຍໃຕ້ລະບຽບການເຂົ້າສູນອອກຫົວບົດຢ່າງເຂັ້ມງວດ, ຫົວບົດມີຄວາມສົມດຸນ (ງ່າຍ 20%, ປານກາງ 65%, ຍາກ 15%) ໂດຍແບ່ງເປັນ 2 ຊຸດ (ຊຸດ A ແລະ ຊຸດ B) ພ້ອມມີຫົວບົດສຳຮອງ; ນຳໃຊ້ເຄື່ອງຈັກກວດບົດສອບເສັງອັດຕະໂນມັດ ເພື່ອຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ເປັນເອກະພາບທົ່ວປະເທດ; ປະສານງານຮ່ວມກັບ 4 ກະຊວງ ຄື: ກະຊວງສຶກສາທິການ ແລະ ກິລາ, ກະຊວງວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ ແລະ 4 ບໍລິສັດໂທລະຄົມ (ລາວໂທລະຄົມ, ທີພລັດ, ຢູນິເທວ, ອີທີແອວ) ເພື່ອສະກັດກັ້ນການຮົ່ວໄຫຼຂອງຂໍ້ມູນ ແລະ ການສໍ້ໂກງທຸກຮູບແບບ; ແຕ່ງຕັ້ງຄະນະກຳມະການ ແລະ ພະນັກງານຂັ້ນສູນກາງລົງຊີ້ນຳ, ຕິດຕາມ ແລະ ຕັດສິນຜົນການສອບເສັງຢູ່ແຕ່ລະແຂວງຢ່າງໃກ້ຊິດ.
ສຳລັບເກນການຕັດສິນຜົນການສອບເສັງ ແມ່ນອີງຕາມແຈ້ງການ ກໍານົດເກນ ການຕັດສິນຄະແນນສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.4) ແລະ (ມ.7) ສະບັບເລກທີ 3243/ຫກ, ລົງວັນທີ 6 ມິຖຸນາ 2024 ເຊິ່ງໄດ້ກໍານົດເກນການຕັດສິນຜົນການສອບເສັງ ດັ່ງນີ້: ເງື່ອນໄຂການຕັດສິນຜົນການສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.4) ແລະ (ມ.7) ໃຫ້ເອົາຄະແນນແຕ່ລະວິຊາທີ່ສອບເສັງມາບວກກັບຄະແນນສະເລ່ຍປະຈໍາປີແລ້ວຫານໃຫ້ 2 ຖ້າຄະແນນສະເລ່ຍໄດ້ 5,00 ຂຶ້ນໄປຖືວ່າສອບເສັງໄດ້, ແຕ່ຄະແນນສອບເສັງຕ້ອງໄດ້ 3,00 ຂຶ້ນໄປ ຈຶ່ງມີເງື່ອນໄຂບວກກັບຄະແນນສະເລ່ຍປະຈໍາປີ; ການບັນທຶກຄະແນນສະເລ່ຍປະຈໍາປີ, ຄະແນນສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.4) ແລະ (ມ.7) ແລະ ຄະແນນສະເລ່ຍລະຫວ່າງ ຄະແນນສອບເສັງກັບຄະແນນສະເລ່ຍປະຈໍາປີ ໃສ່ປຶ້ມທະບຽນ ແລະ ບັນທຶກຄະແນນນັກສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.4) ແລະ (ມ.7) ໃຫ້ບັນທຶກເປັນເລກເສດ ໂດຍກໍານົດເອົາຫຼັງຈຸດສອງຕົວເລກ.
ຫຼັງຈາກການຖະແຫຼງຂ່າວໃນມື້ນີ້, ກະຊວງສຶກສາທິການ ແລະ ກິລາ ຈະສືບຕໍ່ຈັດກອງປະຊຸມເປີດບັ້ນສອບເສັງໃນຂອບເຂດທົ່ວປະເທດ, ຈັດຝຶກອົບຮົມໃຫ້ແກ່ຄະນະກຳມະການຊີ້ນຳ ແລະ ສົ່ງຄະນະສະເພາະກິດຮ່ວມກັບຂະແໜງການປ້ອງກັນຄວາມສະຫງົບ ແລະ ໂທລະຄົມ ລົງຕິດຕາມສູນສອບເສັງຕົວຈິງຢ່າງໃກ້ຊິດ. ສະນັ້ນ, ໃນນາມຄະນະຮັບຜິດຊອບຈັດການສອບເສັງ ຂໍຮຽກຮ້ອງມາຍັງ ຜູ້ປົກຄອງ, ຊຸມຊົນ ແລະ ທົ່ວສັງຄົມ ຈົ່ງຮ່ວມກັນເປັນຫູເປັນຕາ, ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ລູກຫຼານໄດ້ຄົ້ນຄວ້າຮ່ຳຮຽນ, ເດີນທາງໄປສອບເສັງໃຫ້ທັນໂມງ ແລະ ເວລາ ພ້ອມທັງປະຕິບັດລະບຽບການສອບເສັງຢ່າງເຂັ້ມງວດ ເພື່ອຮ່ວມກັນຍົກສູງຄຸນນະພາບການສຶກສາຂອງຊາດ ໃຫ້ມີຄວາມກ້າວໜ້າຢ່າງຍືນຍົງ.
713685564_122133326655228259_5002560108043440814_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ