ສສກ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກວິທີການເຮັດວຽກ ເພື່ອຫັນເຂົ້າສູ່ລະບົບທັນສະໄໝ

 

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຜ່ານຮ່າງຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກວິທີການເຮັດວຽກ ເພື່ອຫັນເຂົ້າສູ່ລະບົບທັນສະໄໝ. ວັນທີ 12 ມິຖຸນາ 2026 ຜ່ານມານີ້ ທີ່ຫ້ອງປະຊຸມໃຫຍ່ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ (ຫຼັກ 16) ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ. ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການ-ຮອງຜູ້ອຳນວຍການສະຖາບັນ, ສູນ, ຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ພ້ອມດ້ວຍຫົວໜ້າພະແນກ-ຮອງພະແນກທົ່ວຂະແໜງການສຶກສາ ແລະ ກິລາເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ແລະ ປັບປຸງກົນໄກການເຮັດວຽກ, ສ້າງຄວາມເປັນເອກະພາບ ຂອງກະຊວງສຶກສາທິການ ແລະ ກິລາ ເຊິ່ງເປັນບັນຫາໃໝ່ ແລະ ເປັນບັນຫາທີ່ມີຄວາມຊັບຊ້ອນໃນກະຊວງ ແລະ ອົງການຂອງພັກ-ລັດ, ເປັນບັນຫາທີ່ເວົ້າກັນຫຼາຍໃນເວລາສໍາຫຼວດກວດກາ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ລະຫວ່າງຂັ້ນເທິງຕໍ່ຂັ້ນລຸ່ມ ແລະ ຂັ້ນລຸ່ມຕໍ່ຂັ້ນເທິງ. ຍ້ອນແນວນັ້ນ ພາຍຫຼັງທີ່ກະຊວງສຶກສາທິການ ແລະ ກິລາ ປັບປຸງກົງຈັກການຈັດຕັ້ງສໍາເລັດ, ກະຊວງສຶກສາທິການ ແລະກິລາ ຈຶ່ງໄດ້ສ້າງນິຕິກໍານີ້ອອກມາ ເພື່ອແນໃສ່ຍົກສູງສະຕິຄວາມຮັບຜິດຊອບຂອງພະນັກງານຂັ້ນຕ່າງ ຈົນຮອດວິຊາການ, ໃຫ້ຮັບປະກັນຄວາມວ່ອງໄວ, ໂປ່ງໃສ ແລະ ສອດຄ່ອງກັບແນວທາງຂອງພັກ-ນະໂຍບາຍຂອງລັດ.

ໃນກອງປະຊຸມດັ່ງກ່າວ ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກວິທີການເຮັດວຽກຂອງກະຊວງສຶກສາທິການ ແລະ ກິລາ ຂອງທ່ານລັດຖະມົນຕີ ສສກ ເຊິ່ງມີທັງໝົດ 7 ໝວດ, 36 ມາດຕາ ໄດ້ແກ: ໝວດທີ 1 ບົດບັນຍັດທົ່ວໄປ; ໝວດທີ 2 ຄວາມຮັບຜິດຊອບ ແລະ ຂອບເຂດສິດ ການແກ້ໄຂວຽກງານ; ໝວດທີ 3 ການພົວພັນປະສານງານ ແລະ ວຽກງານແຜນການ; ໝວດທີ 4 ປະເພດກອງປະຊຸມ ແລະ ການຈັດກອງປະຊຸມ; ໝວດທີ 5 ການໄປເຄື່ອນໄຫວວຽກພາຍໃນ, ຕ່າງປະເທດ, ການຕ້ອນຮັບແຂກ ແລະ ການລາພັກ; ໝວດທີ 6 ລະບອບສ່ອງແສງລາຍງານ ແລະ ໝວດທີ 7 ການຕິດຕາມ, ຕີລາຄາ ແລະ ມາດຕະການ ຈັດຕັ້ງປະຕິບັດ.

ທ່ານ ຮອງລັດຖະມົນຕີ ຍັງໄດ້ເນັ້ນຕື່ມວ່າ ເນື້ອໃນຂອງແຕ່ລະມາດຕາ ຈະເປັນບ່ອນອີງ ຫຼື ຫຼັກຖານທີ່ສໍາຄັນ ໃຫ້ແກ່ພວກເຮົາ ທີ່ຈະຈັດຕັ້ງປະຕິບັດວຽກງານໃນຂອບເຂດທີ່ຕົນຮັບຜິດຊອບ, ທີ່ໄດ້ຮັບການມອບໝາຍ ແລະ ສອດຄ່ອງກັບບູລິມະສິດຂອງແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈໍາປີ 2026 ກໍຄືແຜນ 5 ປີ ຄັ້ງທີ X ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ກໍໃຫ້ເກີດປະໂຫຍດສູງສຸດ ມາສູ່ກົມກອງພວກເຮົາ ຂໍໃຫ້ທຸກທ່ານ ມີຄໍາເຫັນຢ່າງກົງໄປກົງມາ ຊັດເຈນ ແລະ ໃຫ້ກອງເລຂານໍາໄປປັບປຸງ ກ່ອນຈະລົງລາຍເຊັນຮັບຮອງ ແລະ ປະກາດນໍາໃຊ້.

ຫລັງຈາກນັ້ນ, ກໍໄດ້ມີການປະກອບຄໍາຄໍາເຫັນ ຈາກຫລາຍພາກສ່ວນ ເຊິ່ງເຮັດໃຫ້ມີເນື້ອໃນລະອຽດຂຶ້ນກວ່າເກົ່າ. ຕອນທ້າຍຂອງກອງປະຊຸມ ທ່ານປະທານກອງປະຊຸມ ຍັງໄດ້ມອບໝາຍໃຫ້ແຕ່ລະພາກສ່ວນໄປຈັດກອງປະຊຸມລະດົມແນວຄວາມຄິດ ໃນພາກຕົນ ແລ້ວ ສົ່ງໃຫ້ກອງເລຂາ ໃນເວລາອັນສົມຄວນ.

ພາບ-ຂ່າວໂດຍ: ບົວລະພາ

725649048_122135406579228259_6021132817978328843_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງບໍລິການ ການຜະລິດ ວິດີໂອ YouTube ເພື່ອການຝຶກອົບຮົມກ່ຽວກັບການນໍາໃຊ້ EMIS, LESMIS, School Meal App, LIST ແລະ TETH, ສູນສະຖິຕິການສຶກສາ ແລະ ກິລາ (ESSC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 01 – 15 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)

ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງຊຸດ VDO Conference ເພື່ອສະໜອງໃຫ້ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາພາຍໃຕ້ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 12-26 ມິຖຸນາ 2026, ດັ່ງລາຍລະອຽດ ໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)


♦ ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງອຸປະກອນໄອທີ ປະເພດຄອມພີວເຕີ ເພື່ອສະໜອງໃຫ້ 19 ເມືອງ, 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນ ຊຸມຊົນ (Shelter) ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກ ສາທິການ ແລະ ກິລາ ໃນວັນທີ 09 24 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:  ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.ເອກກະສານຄັດຕິດ


♦ ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງເຟີນິເຈີໃຫ້ ຫ້ອງການປະສານງານສາກົນເພື່ອການສຶກສາ ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ກົມແຜນການ ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 11-26 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ


ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງ ລົດຈັກ 110 ຊີຊີ, ຈໍານວນ 19 ຄັນ ໃຫ້ 19 ເມືອງ ໃນ 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນຊຸມຊົນ (Shelter) ພາຍ ໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP. ສະນັ້ນ, ຈຶ່ງຮຽນສະເໜີມາຍັງ ທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 09 - 24 ມິຖຸນາ 2026, ດັ່ງລາຍ ລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.  

ເອກະສານປະກາດ (1 ສະບັບ)