ຄະນະປະຈຳພັກ ກະຊວງ ສສກ ເນັ້ນສາມອົງການຈັດຕັ້ງມະຫາຊົນ ຕ້ອງກ້າຄິດ, ກ້າຫັນປ່ຽນ ແລະ ກຳແໜ້ນລະບຽບຫຼັກການພັກ ຢ່າງເຂັ້ມງວດ

 

ເມື່ອວັນທີ 15 ມິຖຸນາ 2026 ທີ່ສະໂມສອນ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໄດ້ຈັດກອງປະຊຸມພົບປະໂອ້ລົມ ແລະ ສ່ອງແສງລາຍງານວຽກງານຂອງສາມອົງການຈັດຕັ້ງມະຫາຊົນ (ສະຫະພັນກຳມະບານ, ຄະນະບໍລິຫານງານຊາວໜຸ່ມ ແລະ ສະຫະພັນແມ່ຍິງ) ໂດຍພາຍໃຕ້ການເປັນປະທານ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຜູ້ຊີ້ນໍາວຽກງານອົງການຈັດຕັັ້ງມະຫາຊົນ, ທັງເປັນເລຂາໜ່ວຍພັກຮາກຖານກົມ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ, ມີສະຫາຍປະທານ, ຮອງປະທານ, ເລຂາ, ຮອງເລຂາ, ຄະນະບໍລິຫານງານຂອງສາມອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ແລະ ໜ່ວຍຮາກຖານທີ່ຂຶ້ນກັບເຂົ້າຮ່ວມພ້ອມພຽງ.

ໃນກອງປະຊຸມ, ຜູ້ຕາງໜ້າຄະນະບໍລິຫານງານ ຂອງສາມອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ກຳມະບານ ແລະ ແມ່ຍິງ) ໄດ້ຜັດປ່ຽນກັນຂຶ້ນລາຍງານສ່ອງແສງ ແລະ ຜ່ານບົດລາຍງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າ ທີ່ຕິດພັນກັບການສ້າງຂະບວນການ ແລະ ການຫັນປ່ຽນດ້ານຕ່າງໆ ພາຍໃນກະຊວງ.

ໂອກາດນີ້, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ໃຫ້ທິດຊີ້ນຳຢ່າງກົງໄປຕົງມາ ເພື່ອເປັນເຂັມທິດເຍືອງທາງໃນການປັບປຸງກົງຈັກ ແລະ ແບບແຜນວິທີເຮັດວຽກ ໂດຍເນັ້ນໜັກບັນຫາສຳຄັນ ໃຫ້ສະມາຊິກພັກ ແລະ ມະຫາຊົນ ຕ້ອງກຳແໜ້ນກົດລະບຽບພັກ, 10 ຂໍ້ຫ້າມ, ບົດບາດສິດໜ້າທີ່ຂອງໜ່ວຍພັກຮາກຖານ ແລະ ຄະນະພັກທຸກຂັ້ນໃຫ້ເລິກເຊິ່ງ. ພ້ອມທັງຕ້ອງຈຳແນກ ແລະ ນຳໃຊ້ຄຳສັບທາງການ ເຊັ່ນ: ທ່ານ, ສະຫາຍ ໃຫ້ຖືກຕ້ອງຕາມບົດບາດ ແລະ ສະຖານະ; ກົມວິຊາການຕ້ອງຫັນປ່ຽນຈາກການລົງໄປຈັດຝຶກອົບຮົມເອງຢູ່ທ້ອງຖິ່ນ ມາເປັນການເນັ້ນບົດບາດອອກນິຕິກຳ, ວາງນະໂຍບາຍ, ຊຸກຍູ້ ແລະ ຕິດຕາມກວດກາ ເພື່ອໃຫ້ທ້ອງຖິ່ນເປັນເຈົ້າການແກ້ໄຂບັນຫາ. ຫົວໜ້າທຸກລະດັບຕ້ອງເຂັ້ມງວດຕໍ່ລະບຽບວິໄນການປະຈຳການ; ຕ້ອງສ້າງພະນັກງານໃຫ້ມີ "4 ກ້າ" ຄື: ກ້າຄິດ, ກ້າຫັນປ່ຽນ, ກ້າຮັບຜິດຊອບ ແລະ ກ້າຕຳນິຕິຊົມ. ພະນັກງານສືບທອດຕ້ອງມີຄົບ 4 ອົງປະກອບຄື: ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ ແລະ ຮູ້ເຄົາລົບຜູ້ອາວຸໂສ; ຕ້ອງດຸໝັ່ນຄົ້ນຄວ້າເອກະສານ ແລະ ນິຕິກຳ, ບໍ່ໃຫ້ເຮັດວຽກແບບມັກງ່າຍ, ເອົາໃຈໃສ່ປັບປຸງຫຼັກສູດການຮຽນ-ການສອນ ໂດຍສະເພາະວິຊາປະຫວັດສາດ ແລະ ຫຼັກສູດ 6-3-3 ໃຫ້ຖືກຕ້ອງ. ພ້ອມທັງພັດທະນາຕົນເອງດ້ານພາສາຕ່າງປະເທດ ເພື່ອຮອງຮັບການຮ່ວມມືກັບສາກົນ.

ໃນຕອນທ້າຍ, ສະຫາຍປະທານ ຍັງໄດ້ຮຽກຮ້ອງໃຫ້ຄະນະປະຈຳພັກທີ່ຊີ້ນຳແຕ່ລະຮາກຖານ ເພີ່ມຄວາມຮັບຜິດຊອບສູງ, ນຳເອົາແຜນພັດທະນາ ແລະ ມະຕິຂອງຮາກຖານພັກໄປຜັນຂະຫຍາຍໃຫ້ເກີດດອກອອກຜົນຕົວຈິງ, ພ້ອມກັນຍົກສູງຄຸນນະພາບຂອງຂະແໜງສຶກສາທິການ ແລະ ກິລາ ໃຫ້ມີຄວາມເຂັ້ມແຂງໃນອະນາຄົດ.

ພາບ-ຂ່າວໂດຍ: ບົວລະພາ

722638517_122135289309228259_9128531039048611052_n.jpg725678875_122135288841228259_563934182018537478_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງບໍລິການ ການຜະລິດ ວິດີໂອ YouTube ເພື່ອການຝຶກອົບຮົມກ່ຽວກັບການນໍາໃຊ້ EMIS, LESMIS, School Meal App, LIST ແລະ TETH, ສູນສະຖິຕິການສຶກສາ ແລະ ກິລາ (ESSC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 01 – 15 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)

ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງຊຸດ VDO Conference ເພື່ອສະໜອງໃຫ້ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາພາຍໃຕ້ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 12-26 ມິຖຸນາ 2026, ດັ່ງລາຍລະອຽດ ໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)


♦ ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງອຸປະກອນໄອທີ ປະເພດຄອມພີວເຕີ ເພື່ອສະໜອງໃຫ້ 19 ເມືອງ, 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນ ຊຸມຊົນ (Shelter) ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກ ສາທິການ ແລະ ກິລາ ໃນວັນທີ 09 24 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:  ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.ເອກກະສານຄັດຕິດ


♦ ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງເຟີນິເຈີໃຫ້ ຫ້ອງການປະສານງານສາກົນເພື່ອການສຶກສາ ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ກົມແຜນການ ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 11-26 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ


ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງ ລົດຈັກ 110 ຊີຊີ, ຈໍານວນ 19 ຄັນ ໃຫ້ 19 ເມືອງ ໃນ 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນຊຸມຊົນ (Shelter) ພາຍ ໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP. ສະນັ້ນ, ຈຶ່ງຮຽນສະເໜີມາຍັງ ທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 09 - 24 ມິຖຸນາ 2026, ດັ່ງລາຍ ລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.  

ເອກະສານປະກາດ (1 ສະບັບ)