ກົມແຜນການ ສສກ ປຶກສາຫາລື ວຽກງານໜ່ວຍງານວິຊາການຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ
ກົມແຜນການ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມປຶກສາຫາລືຮ່ວມກັບກອງເລຂາ, ປະທານ ແລະ ປະທານຮ່ວມໜ່ວຍງານວິຊາການຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນວັນທີ 16 ມິຖຸນາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍການເປັນປະທານຮ່ວມຂອງ ທ່ານ ສີທອງ ສີຂາວ ຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໄມໂຄ ຄາຣີ (Mr. Michael Currie) ເລຂາເອກສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ເຮເລນ ຄອນເນຟຼີ (Ms. Helen Conefrey) ເລຂານຸການໂທ ຂອງຄະນະຜູ້ຕາງໜ້າສະຫະພາບເອີຣົບ, ມີທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວ, ແມ່ນໄດ້ເຜີຍແຜ່ຜົນກອງປະຊຸມຖອດຖອນບົດຮຽນໜ່ວຍງານວິຊາການຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໂດຍການນຳສະເໜີໂຄງຮ່າງການນຈັດຕັ້ງ ພາລະບົດບາດຂອງແຕ່ລະຂະແໜງການຍ່ອຍ, ປຶກສາຫາລືກ່ຽວກັບຂະບວນການ ໃນການຖ່າຍໂອນວຽກງານກອງເລຂາ ຂອງໜ່ວຍງານວິຊາການຂະແໜງການສຶກສາ ແລະ ກິລາ ທີ່ໄປຂຶ້ນກັບຫ້ອງການກະຊວງ. ພ້ອມນັ້ນກໍໄດ້ມີການທົບທວນ, ປັບປຸງ ແລະ ກວດຄືນຂໍ້ກໍານົດສິດໜ້າທີິ່ຢ່າງເປັນລະບົບ ເພື່ອຮັບປະກັນໃຫ້ເນື້ອໃນສອດຄ່ອງກັບແຜນພັດທະນາຂະແຫນງການສຶກສາທິການ ແລະ ກິລາ ສະບັບປັດຈຸບັນ, ການກໍານົດຂັ້ນຕອນເພື່ອເພີິ່ມປະສິດທິພາບ ໃນການຄົ້ນຫາຈຸດທີິ່ຍັງຄົງຄ້າງ ໃນຂັ້ນຕອນການຕັດສິນໃຈລະຫວ່າງ ຄະນະຮັບຜິດຊອບຫນ່ວຍງານວິຊາການຂະແຫນງການສຶກສາທິການ ແລະ ກິລາ, ແລະ ບັນດາກຸ່ມຂະແຫນງການຍ່ອຍ (SSWGs), ນະວັດຕະກໍາໃໝ່ ໂດຍການລະດົມສະໝອງເພື່ອຊອກຫາຮູບແບບໃໝ່ໃນການຈັດກອງປະຊຸມ ເຊັ່ນ: ການປຶກສາຫາລືແບບເຈາະເລິກຕາມຫົວຂໍ້ສະເພາະ ແທນທີິ່ຈະເປັນພຽງແຕ່ການລາຍງານສະພາບການຈັດຕັ້ງປະຕິບັດທົົ່ວໄປ, ມີຄວາມເປັນເອກະພາບ ໃນການບັນລຸຂໍ້ຕົກລົງຮ່ວມກັນກ່ຽວກັບພາລະບົດບາດ, ສິດ ແລະ ຫນ້າທີິ່ ຂອງປະທານຮ່ວມ ແລະ ຄະນະກອງເລຂາ.
ໃນກອງປະຊຸມ, ທ່ານຫົວໜ້າກົມແຜນການ ສສກ ກໍໄດ້ມີຄຳເຫັນວ່າ: ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນເສົາຄ້ຳທີ່ສຳຄັນໃນການພັດທະນາຊັບພະຍາກອນມະນຸດ. ສະນັ້ນ, ການຮ່ວມມື, ການປະສານງານ ແລະ ການກຳນົດທິດທາງຮ່ວມກັນ ລະຫວ່າງໜ່ວຍງານວິຊາການ ແລະ ພາກສ່ວນກ່ຽວຂ້ອງ ຈຶ່ງເປັນກົນໄກຫຼັກທີ່ຈະຊ່ວຍພັກດັນ ໃຫ້ແຜນພັດທະນາຂອງພວກເຮົາບັນລຸຄາດໝາຍ. ການນຳສະເໜີໂຄງຮ່າງການຈັດຕັ້ງ ແລະ ພາລະບົດບາດຂອງແຕ່ລະຂະແໜງການຍ່ອຍໃນມື້ນີ້, ແມ່ນບາດກ້າວສຳຄັນທີ່ຈະຊ່ວຍໃຫ້ພວກເຮົາຫຼີກເວັ້ນການເຮັດວຽກທີ່ຊ້ຳກັນ. ແຕ່ລະຂະແໜງການຍ່ອຍ ຕ້ອງໄດ້ກຳນົດຂອບເຂດຄວາມຮັບຜິດຊອບຂອງຕົນເອງໃຫ້ຈະແຈ້ງ, ເພື່ອໃຫ້ສາມາດຜັນຂະຫຍາຍແຜນການ ແລະ ຍຸດທະສາດລວມ ໄປສູ່ການຈັດຕັ້ງປະຕິບັດຕົວຈິງຢ່າງມີປະສິດທິພາບ ແລະ ໄດ້ຮັບຜົນສຳເລັດສູງສຸດ. ສຳລັບບົດຮຽນຕ່າງໆ ທີ່ພວກເຮົາໄດ້ຈາກການປະຕິບັດງານທີ່ຜ່ານມາ, ມີທັງຈຸດດີທີ່ຄວນເສີມຂະຫຍາຍ ແລະ ຈຸດອ່ອນທີ່ຕ້ອງໄດ້ປັບປຸງ, ດັ່ງນັ້ນ ຈຶ່ງຂໍໃຫ້ບັນດາທ່ານແລກປ່ຽນກັນຢ່າງກົງໄປກົງມາ ເພື່ອຈະນຳເອົາຄຳຄິດຄຳເຫັນ ແລະ ຜົນໄດ້ຮັບຈາກກອງປະຊຸມຄັ້ງນີ້ ໄປເປັນບ່ອນອີງໃນການປັບປຸງແຜນການ, ການຈັດສັນງົບປະມານ ແລະ ການກຳນົດທິດທາງຮ່ວມມືກັບຄູ່ຮ່ວມພັດທະນາໃນຕໍ່ໜ້າໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.
ພາບ-ຂ່າວໂດຍ: ການຈະນາ




