ສສກ ເຜີຍແຜ່ຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາແຫ່ງຊາດ 2026-2040 ແລະ ນະໂຍບາຍຄູແຫ່ງຊາດ
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມເຜີຍແຜ່ຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາແຫ່ງຊາດ 2026-2040 ແລະ ນະໂຍບາຍຄູແຫ່ງຊາດ ເມື່ອວັນທີ 5 ມິຖຸນາ 2026 ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍພາຍໃຕ້ການເປັນປະທານ ແລະ ເປັນກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ໂຊຢຸນ ກິມ ຫົວໜ້າອົງການອຸຍແນັດໂກ (UNESCO) ພາກພື້ນປະຈໍາບາງກອກ, ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ, ອະດີດການນໍາຊັ້ນສູງ, ຜູ້ອຳນວຍການໃຫຍ່-ຮອງຜູ້ອຳນວຍການ ມຊ, ຄູ່ຮ່ວມພັດທະນາ, ຫົວໜ້າຫ້ອງການ, ກົມ, ສະຖາບັນ, ຜູ້ອໍານວຍການ, ຄູ-ອາຈານ, ນັກຄົ້ນຄວ້າ, ແລະ ຕາງໜ້າຈາກອົງການຈັດຕັ້ງສາກົນ, ສະຖານທູດ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ ໄດ້ລາຍງານໂດຍສັງເຂບກ່ຽວກັບຄວາມເປັນມາ ແລະ ສາລະສໍາຄັນຂອງຍຸດທະສາດ ໂດຍເນັ້ນໜັກວ່າ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ແມ່ນຕົວຂັບເຄື່ອນອັນແຮງກ້າໃຫ້ແກ່ການເຕີບໂຕເສດຖະກິດ-ສັງຄົມ, ການຕັດສິນຄວາມໝັ້ນຄົງຂອງຊາດ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ຊ່ວຍແກ້ໄຂສະພາບແວດລ້ອມທີ່ໂລກປະເຊີນຢູ່ ແລະ ຊ່ວຍສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການບໍລິຫານລັດ, ເອກະສານຍຸດທະສາດດັ່ງກ່າວໄດ້ຮັບການສະໜັບສະໜູນການຮ່າງຈາກອົງການ UNESCO ແລະ ໄດ້ຮັບການອະນຸມັດຈາກລັດຖະບານໃນທ້າຍປີ 2025 ເພື່ອຜັນຂະຫຍາຍເຂົ້າສູ່ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ສະບັບທີ 10 (2026-2030). ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາແຫ່ງຊາດ 2026-2040 ໄດ້ກໍານົດເປົ້າໝາຍ, ທິດທາງ, ຂົງເຂດບູລິມະສິດຢ່າງຊັດເຈນ ເພື່ອເປັນບ່ອນອີງໃຫ້ແກ່ຂະແໜງການທັງພາກລັດ ແລະ ເອກະຊົນ ປະກອບມີ 5 ຍຸດທະສາດສໍາຄັນ ຄື: ຍຸດທະສາດ 1: ພັດທະນາລະບົບການຄຸ້ມຄອງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຍຸດທະສາດ 2 ພັດທະນາຊັບພະຍາກອນມະນຸດ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຍຸດທະສາດ 3 ພັດທະນາພື້ນຖານໂຄງລ່າງການຄົ້ນຄວ້າ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຍຸດທະສາດ 4 ຄົ້ນຄວ້າ ແລະ ພັດທະນາ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ແລະ ຍຸດທະສາດ 5 ສົ່ງເສີມການຮ່ວມມື ພາຍໃນ, ພາກພື້ນ ແລະ ສາກົນ.
ແຜນການນີ້ປະກອບດ້ວຍ 17 ແຜນງານ ແລະ 85 ໂຄງການ ເພື່ອແນໃສ່ຍົກສູງປະສິດທິພາບການຜະລິດ, ສ້າງມູນຄ່າເພີ່ມ ແລະ ຫັນໄປສູ່ການພັດທະນາຕາມທິດຍືນຍົງ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງກັບສາກົນ, ອີກປະການໜຶ່ງ, ເພື່ອຮັບປະກັນການພັດທະນາການສຶກສາຂອງຊາດໃຫ້ມີຄຸນນະພາບ, ລັດຖະບານຈຶ່ງໄດ້ອອກຂໍ້ຕົກລົງມະຕິນະໂຍບາຍຄູແຫ່ງຊາດ ໃນວັນທີ 17 ມັງກອນ 2025 ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ຄູ-ອາຈານ ແລະ ວິຊາຊີບຄູ ເຊິ່ງ ນະໂຍບາຍຄູແຫ່ງຊາດ ປະກອບມີ 10 ດ້ານ ຄື: ການບັນຈຸ ແລະ ການຮັກສາຄູ, ການສັບຊ້ອນຄູ ແລະ ຈັດສັນຄູ,ວຽກງານການສຶກສາຄູ, ໂຄງສ້າງ ແລະ ຄວາມກ້າວໜ້າໃນອາຊີບຄູ, ການຄຸ້ມຄອງ ແລະ ການນໍາໃຊ້ຄູ, ຄ່າຕອບແທນໃຫ້ແກ່ຄູ, ມາດຕະຖານຂອງຄູ, ຄວາມຮັບຜິດຊອບ ແລະ ການປະຕິບັດໜ້າທີ່ຂອງຄູ, ການຄຸ້ມຄອງບໍລິຫານໂຮງຮຽນ ແລະ ການບໍລິຫານໃນພາວະສຸກເສີນ.
ໂອກາດນີ້, ທ່ານ ມ. ໂຊຢຸນ ກິມ ໄດ້ຂຶ້ນມີຄໍາເຫັນສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ຢືນຢັນຄວາມມຸ່ງໝັ້ນໃນການສືບຕໍ່ໃຫ້ການສະໜັບສະໜູນທັງດ້ານວິຊາການ ແລະ ການຈັດຕັ້ງປະຕິບັດແຜນຍຸດທະສາດທັງສອງສະບັບນີ້ໃຫ້ເກີດຜົນເປັນຮູບປະທໍາ.
ໃນຕອນທ້າຍຂອງພິທີ, ໄດ້ມີການຈັດພິທີຕັດແຖບຜ້າປະກາດເປີດການນໍາໃຊ້ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ແຫ່ງຊາດ ແລະ ນະໂຍບາຍຄູແຫ່ງຊາດ ຢ່າງເປັນທາງການ ໂດຍໃຫ້ກຽດຕັດແຖບຜ້າຮ່ວມກັນຂອງ ພະນະ ທ່ານ ສອນໄຊ ສີພັນດອນ, ທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ ແລະ ທ່ານ ມ. ໂຊຢຸນ ກິມ. ພ້ອມນີ້, ພະນະ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ.
ນອກນີ້, ໃນໂອກາດເຂົ້າຮ່ວມພິທີດັ່ງກ່າວ ທ່ານນາຍົກລັດຖະມົນຕີ ພອ້ມດ້ວຍຄະນະນໍາ ໄດ້ພ້ອມກັນປູກຕົ້ນໄມ້ ໃນຂອບເຂດຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດອີກດ້ວຍ.