ສສກ ເປີດບັ້ນສອບເສັງຈົບຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026 ເອກະພາບທົ່ວປະເທດ ຢ່າງເປັນທາງການ
ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມ ເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ເອກະພາບທົ່ວປະເທດ ຢ່າງເປັນທາງການ ໃນຕອນເຊົ້າວັນທີ 4 ມິຖຸນາ 2026 ທີ່ຫ້ອງປະຊຸມ 214 ກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເປັນປະທານ ແລະ ກ່າວເປີດໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ ແລະ ສະຖາບັນ ພາຍໃນກະຊວງສຶກສາທິການ ແລະ ກິລາ, ບັນດາຮອງປະທານຄະນະກຳມະການປົກຄອງ-ປະທານການສອບເສັງຈົບຊັ້ນມັດທະຍົມສຶກສາເອກະພາບທົ່ວປະເທດ 18 ແຂວງ, ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ, ປະທານຄະນະກຳມະການສູນສອບເສັງ, ຄະນະກຳມະການຂັ້ນແຂວງ ແລະ ຂັ້ນເມືອງ ພ້ອມດ້ວຍແຂກຖືກເຊີນທັງແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ ຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານໃຫ້ຮູ້ວ່າ: ການສອບເສັງຈົບຊັ້ນໃນປີນີ້ ສຳລັບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແມ່ນຈັດຂຶ້ນລະຫວ່າງວັນທີ 10-12 ມິຖຸນາ 2026, ສອບເສັງທັງໝົດ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ພາສາອັງກິດ ແລະ ຄະນິດສາດ. ສ່ວນຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ຈັດຂຶ້ນລະຫວ່າງວັນທີ 17-19 ມິຖຸນາ 2026, ສອບເສັງທັງໝົດ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ກຸ່ມວິຊາວິທະຍາສາດສັງຄົມ, ກຸ່ມວິຊາວິທະຍາສາດທຳມະຊາດ, ພາສາອັງກິດ ແລະ ຄະນິດສາດ. ພ້ອມນັ້ນ, ພວກເຮົາຍັງມີນະໂຍບາຍກຳນົດເວລາສອບເສັງຄືນສຳລັບນັກຮຽນທີ່ມີເຫດຜົນຈຳເປັນ ເຊັ່ນ: ເຈັບເປັນ, ເກີດເຫດສຸກເສີນກະທັນຫັນ ຫຼື ນັກກິລາຕົວແທນປະເທດຊາດໄປແຂ່ງຂັນ.
ໃນສົກຮຽນ 2025-2026 ທົ່ວປະເທດ ມີໂຮງຮຽນມັດທະຍົມທັງໝົດ 1,866 ແຫ່ງ ເພີ່ມຂຶ້ນ 5 ແຫ່ງ ຫາກທຽບໃສ່ສົກຮຽນຜ່ານມາ, ມີໂຮງຮຽນເອກະຊົນ 165 ແຫ່ງ. ໃນນີ້, ຊັ້ນ ມ.4 ມີນັກສອບເສັງທັງໝົດ 71,427 ຄົນ ຍິງ 35,319 ຄົນ, ເພີ່ມຂຶ້ນຈາກປີຜ່ານມາ 2,263 ຄົນ; ມີນັກສອບເສັງສອງພາສາ ຈຳນວນ 247 ຄົນ ຍິງ 141 ຄົນ ແລະ ພະສົງ-ສຳມະເນນ 698 ອົງ ແລະ ມີສູນສອບເສັງທັງໝົດ 588 ສູນ ປະກອບມີ 3,578 ຫ້ອງສອບເສັງ. ສ່ວນ ຊັ້ນ ມ.7 ມີນັກສອບເສັງທັງໝົດ 40,722 ຄົນ ຍິງ 19,848 ຄົນ, ຫຼຸດລົງຈາກປີຜ່ານມາ 1,035 ຄົນ; ມີນັກສອບເສັງສອງພາສາ ຈຳນວນ 208 ຄົນ ຍິງ 139 ຄົນ ແລະ ພະສົງ-ສາມະເນນ 415 ອົງ ແລະ ມີສູນສອບເສັງທັງໝົດ 278 ສູນ ປະກອບມີ 2,022 ຫ້ອງສອບເສັງ.
ທ່ານຫົວໜ້າກົມສາມັນສຶກສາ ກ່າວອີກວ່າ: ເພື່ອຮັບປະກັນໃຫ້ຜົນການສອບເສັງສະທ້ອນເຖິງຄຸນນະພາບທີ່ແທ້ຈິງ ກະຊວງສຶກສາທິການ ແລະ ກິລາ ໄດ້ວາງມາດຕະການຢ່າງຮັດກຸມ ການອອກຫົວບົດສອບເສັງ ດຳເນີນການໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພາຍໃຕ້ລະບຽບການເຂົ້າສູນອອກຫົວບົດຢ່າງເຂັ້ມງວດ, ຫົວບົດມີຄວາມສົມດຸນ (ງ່າຍ 20%, ປານກາງ 65%, ຍາກ 15%) ໂດຍແບ່ງເປັນ 2 ຊຸດ (ຊຸດ A ແລະ ຊຸດ B) ພ້ອມມີຫົວບົດສຳຮອງ; ນຳໃຊ້ເຄື່ອງຈັກກວດບົດສອບເສັງອັດຕະໂນມັດ ເພື່ອຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ເປັນເອກະພາບທົ່ວປະເທດ; ປະສານງານຮ່ວມກັບ 4 ກະຊວງ ຄື: ກະຊວງສຶກສາທິການ ແລະ ກິລາ, ກະຊວງວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ ແລະ 4 ບໍລິສັດໂທລະຄົມ (ລາວໂທລະຄົມ, ທີພລັດ, ຢູນິເທວ, ອີທີແອວ) ເພື່ອສະກັດກັ້ນການຮົ່ວໄຫຼຂອງຂໍ້ມູນ ແລະ ການສໍ້ໂກງທຸກຮູບແບບ; ແຕ່ງຕັ້ງຄະນະກຳມະການ ແລະ ພະນັກງານຂັ້ນສູນກາງລົງຊີ້ນຳ, ຕິດຕາມ ແລະ ຕັດສິນຜົນການສອບເສັງຢູ່ແຕ່ລະແຂວງຢ່າງໃກ້ຊິດ.
ຫຼັງຈາກນັ້ນ, ທ່ານ ນາງ ພຸດສະດີ ທົງທາ ຕົວແທນຄະນະກຳມະການຍາມຫ້ອງສອບເສັງທົ່ວປະເທດ ຈາກແຂວງບໍລິຄຳໄຊ ໄດ້ຂຶ້ນກ່າວຄຳປະຕິຍານຕົນວ່າ: ຈະປະຕິບັດໜ້າທີ່ດ້ວຍຄວາມສັດຊື່ບໍລິສຸດ, ຮັບປະກັນຄວາມຍຸຕິທຳ, ປາສະຈາກການສໍ້ໂກງ ແລະ ບໍ່ເຫັນແກ່ພັກພວກ-ລູກຫຼານ; ຈະຍຶດໝັ້ນລະບຽບການຢ່າງເຂັ້ມງວດ, ກວດຄົ້ນຕົວນັກສອບເສັງ, ກະເປົາ ແລະ ໂທລະສັບມືຖືຢ່າງເຄັ່ງຄັດກ່ອນເຂົ້າຫ້ອງສອບເສັງ ເພື່ອປ້ອງກັນປະກົດການຫຍໍ້ທໍ້; ຈະຮັກສາຄວາມລັບຂອງຫົວບົດສອບເສັງຢ່າງເດັດຂາດ; ຈະສ້າງສະພາບແວດລ້ອມທີ່ດີ, ປອດໄພ ແລະ ສະຫງົບ ເພື່ອໃຫ້ນັກຮຽນມີສະມາທິໃນການເຮັດບົດສອບເສັງຢ່າງເຕັມຄວາມສາມາດ; ຄະນະກຳມະການຍາມຫ້ອງສອບເສັງຈະບໍ່ໃຊ້ໂທລະສັບມືຖືໃນເວລາປະຕິບັດໜ້າທີ່ ເວັ້ນເສຍແຕ່ມີເຫດຈຳເປັນ ແລະ ໄດ້ຮັບອະນຸຍາດຈາກຄະນະກຳມະການກາງ.
ດ້ານ ນາງ ເພັດພະຈັນ ແກ້ວປະເສີດ ນັກຮຽນຊັ້ນ ມ.7 ໂຮງຮຽນມັດທະຍົມສົມບູນໂພນສະຫວັນ ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ, ຕາງໜ້ານັກຮຽນທົ່ວປະເທດ ໄດ້ສະແດງຄວາມຮູ້ສຶກ ແລະ ໃຫ້ຄຳປະຕິຍານວ່າ: ຈະປະຕິບັດໂມງເວລາຢ່າງເຂັ້ມງວດ; ຈະຕັ້ງໜ້າເຮັດໜ້າທີ່ ແລະ ສິດຂອງຕົນ ເຂົ້າຮ່ວມສອບເສັງໃຫ້ຄົບຖ້ວນທັງ 5 ວິຊາ; ຈະປະຕິບັດກົດລະບຽບຫ້ອງສອບເສັງດ້ວຍຄວາມສັດຊື່ບໍລິສຸດ, ບໍ່ລະເມີດລະບຽບ ແລະ ບໍ່ເຂົ້າຮ່ວມການໂກງທຸກຮູບແບບ; ພາຍຫຼັງສອບເສັງສຳເລັດ ຈະຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຈະສືບຕໍ່ຄົ້ນຄວ້າຮ່ຳຮຽນເພື່ອເພີ່ມພູນຄວາມຮູ້ໃນລະດັບສູງຂຶ້ນໄປ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ມີຄຳເຫັນຊີ້ນຳ ແລະ ຮຽກຮ້ອງໃຫ້ ຄະນະກຳມະການຊີ້ນຳລວມ, ຄະນະກຳມະການຕັດສິນ ແລະ ອະນຸກຳມະການທຸກຂັ້ນ ໃຫ້ຍົກສູງຄວາມຮັບຜິດຊອບທາງການເມືອງ, ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ ແລະ ປ້ອງກັນການຮົ່ວໄຫຼຂອງຫົວບົດສອບເສັງຢ່າງເຂັ້ມງວດ ຕັ້ງແຕ່ຂັ້ນຕອນການອັດສຳເນົາ ຈົນເຖິງການສົ່ງຫົວບົດ-ຍາມຫ້ອງສອບເສັງ. ສ່ວນກຳມະການຄວບຄຸມຫ້ອງສອບເສັງ ຕ້ອງປະຕິບັດໜ້າທີ່ດ້ວຍຄວາມຊື່ສັດບໍລິສຸດ, ມີຄວາມເຂັ້ມງວດຕາມກົດລະບຽບ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນທຳໃຫ້ແກ່ນັກສອບເສັງທຸກຄົນຢ່າງສະ ເໝີພາບ. ພ້ອມກັນນັ້ນ, ບໍ່ປ່ອຍປະລະເລີຍ ຫຼື ສ້າງຊ່ອງຫວ່າງໃຫ້ມີການທຸຈະລິດໃນການສອບເສັງ. ຂະນະທີ່ນ້ອງນັກສອບເສັງທຸກຄົນ ຂໍໃຫ້ເກັບກ່ຽວເອົາຄວາມຮູ້, ບົດຮຽນທີ່ໄດ້ສຶກສາຮໍ່າຮຽນມາທັງໝົດ ນໍາມາໝູນໃຊ້ເຂົ້າໃນການຕອບຫົວບົດສອບເສັງຢ່າງເຕັມເມັດເຕັມໜ່ວຍ, ມີຄວາມໝັ້ນໃຈໃນຄວາມຮູ້ຄວາມສາມາດຂອງຕົນເອງ ທີ່ໄດ້ຄົ້ນຄວ້າຮ່ຳຮຽນມາ, ມີຄວາມຊື່ສັດບໍລິສຸດ, ບໍ່ກ່າຍກັນ, ບໍ່ນໍາເອົາເອກະສານ ຫຼື ອຸປະກອນສື່ສານທີ່ຫ້າມນໍາເຂົ້າໃນຫ້ອງສອບເສັງ ເປັນຕົ້ນ ຫ້າມບໍ່ໃຫ້ເອົາໂທລະສັບ ຫຼື ເຄື່ອງມືສື່ສານໃດໆ ເຂົ້າຫ້ອງສອບເສັງຢ່າງເດັດຂາດ. ຂໍໃຫ້ພວກລູກຫຼານນັກຮຽນພວກເຮົາ ຫຼີກເວັ້ນ ແລະ ບໍ່ຕ້ອງໄປຫຼົງເຊື່ອຂ່າວປອມ ຫຼື ການເຜີຍແຜ່ຂ່າວທາງສື່ສັງຄົມອອນລາຍ ທີ່ບໍ່ມີມູນຄວາມຈິງ ກ່ຽວກັບການຊື້-ຂາຍຂໍ້ສອບ, ແຕ່ໃຫ້ຕັ້ງໃຈຕອບບົດສອບເສັງດ້ວຍຄວາມຮູ້ ແລະ ຄວາມສັດຊື່ຂອງຕົນເອງ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ການນໍາຂັ້ນນະຄອນຫຼວງ/ແຂວງ, ຂັ້ນເມືອງ/ນະຄອນ ເອົາໃຈໃສ່ປະຕິບັດລະບຽບການສອບເສັງຢ່າງເຂັ້ມງວດ ກໍລະນີ ມີການກະທໍາຜິດຕໍ່ລະບຽບ ໃຫ້ປະຕິບັດວິໄນ ຕາມລະບຽບການ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ