ພິຈາລະນາ-ຮັບຮອງຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) 2026

 

ນຕອນບ່າຍຂອງວັນທີ 18 ພຶດສະພາ 2026 ທີ່ ສະພາທິດສະດີສູນກາງພັກ, ໄດ້ຈັດກອງປະຊຸມພິຈາລະນາ-ຮັບຮອງຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) 2026 ທີ່ຫ້ອງປະຊຸມໃຫຍ່ສໍານັກງານສະພາທິດສະດີສູນກາງພັກຊັ້ນ II (ຫຼັກ 6) ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ ແລະ ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂດຍປະຕິບັດຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ, ວ່າດ້ວຍການກະກຽມປັບປຸງຫຼັກສູດ ທິດສະດີການເມືອງ 3 ຂັ້ນ, ສະບັບເລກທີ 456/ຄຈສພ, ລົງວັນທີ 13 ມີນາ 2026, ສະພາທິດສະດີສູນກາງພັກ ໄດ້ເປີດກອງປະຊຸມ ເພື່ອຄົ້ນຄວ້າພິຈາລະນາ-ຮັບຮອງຫຼັກສູດທິດສະດີການເມືອງ 3 ຂັ້ນ, (ສະບັບປັບປຸງໃໝ່ນີ້) ລວມມີການປັບປຸງຫຼັກສູດທິດສະດີການເມືອງ 3 ຂັ້ນ: ຂັ້ນຕົ້ນ (3 ເດືອນ), ຂັ້ນກາງ (6 ເດືອນ) ແລະ ຂັ້ນສູງ (9 ເດືອນ) ແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງເປັນເອກະພາບກ່ຽວກັບທິດສະດີການເມືອງຢ່າງຖືກຕ້ອງໃຫ້ສະມາຊິກພັກເວົ້າລວມ, ເວົ້າສະເພາະແມ່ນສະມາຊິກພັກທີ່ເປັນພະນັກງານນໍາພາ-ຄຸ້ມຄອງ, ນາຍທະຫານ ແລະ ຕໍາຫຼວດ ໃຫ້ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວໜ້າຢ່າງບໍ່ຢຸດຢັ້ງ; ເພື່ອເຮັດໃຫ້ທິດສະດີການເມືອງ, ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ກາຍເປັນພື້ນຖານແນວຄິດ ແລະ ການກະທໍາຂອງພະນັກງານ-ສະມາຊິກພັກ, ນາຍທະຫານ ແລະ ນາຍຕໍາຫຼວດໃນທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນທັງຊາດ, ເຮັດໃຫ້ພະນັກງານ-ສະມາຊິກພັກ ມີຄວາມຮູ້, ເຂົ້າໃຈ ມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ລັດ, ຍົກລະດັບຄວາມຮູ້ກ່ຽວກັບແນວທາງຂອງພັກ, ນະໂຍບາຍຂອງລັດຢ່າງເລິກເຊິ່ງ, ມີຫຼັກໝັ້ນຢ່າງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈິດໃຈຮັກຊາດ, ຮັບໃຊ້ປະຊາຊົນຢ່າງຈິງໃຈ.
ໃນໂອກາດນີ້, ສະຫາຍປະທານກອງປະຊຸມໄດ້ເນັ້ນໜັກການປັບປຸງຫຼັກສູດໃນເທື່ອນີ້ຈຸດຫຼັກແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃນຖັນແຖວພະນັກງານສະມາຊິກພັກ, ນາຍທະຫານ ແລະ ນາຍຕໍາຫຼວດ ກຳແໜ້ນບັນດາຫຼັກມູນທິດສະດີ ມາກ-ເລນິນ, ເປັນຕົ້ນຫຼັກມູນທິດສະດີປັດຊະຍາ, ເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ; ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ກົດລະບຽບພັກ, ແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ຂອງພັກ ແລະ ນິຕິກໍາຕ່າງໆຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກຳຂອງລັດໃນແຕ່ລະໄລຍະ; ກໍາແໜ້ນຢ່າງເລິກເຊິ່ງວຽກງານກໍ່ສ້າງພັກ ແລະ ວຽກງານຂົນຂວາຍກໍ່ສ້າງຮາກຖານການເມືອງ. ພ້ອມນັ້ນ, ກໍເປັນມູນເຊື້ອ ແລະ ກຳແໜ້ນເນື້ອໃນຈິດໃຈຂອງແນວທາງນະໂຍບາຍຂອງພັກ ແລະ ລັດໃນແຕ່ລະໄລຍະ.
ກອງປະຊຸມພິຈາລະນາ-ຮັບຮອງເນື້ອໃນບົດວິພາກຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) 2026, ໃນຄັ້ງນີ້ໃຊ້ເວລາ 1 ຕອນ ແລະ ສໍາເລັດດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງ.
ຂ່າວ-ພາບ: ສຳນານ (ປະຊາຊົນ)
700692101_122131206483228259_8649067528035576514_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ