ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ຖືກເລືອກໃຫ້ເປັນເລຂາຄະນະບໍລິຫານງານພັກ ສສກ ສະໄໝທີ X

 

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນເຊົ້າວັນທີ 26 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ກໍໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ປອ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນສົມບູນຈໍານວນ 368 ສະຫາຍ, ຍິງ 110 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກຂະແໜງການສຶກສາ, ວິທະຍາສາດ ແລະ ກິລາທົ່ວປະເທດ.
ໃນວາລະກອງປະຊຸມໃຫຍ່ຄັ້ງນີ້ ຜູ້ບັນດາຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ໂດຍສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂ ທີ່ໄດ້ກໍານົດໄວ້ ຊຶ່ງປະກອບດ້ວຍຜູ້ເກົ່າ, ຜູ້ໃໝ່, ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ, ເພດ-ເຜົ່າ ແລະ ກວມທຸກຂົງເຂດ; ຜູ້ລົງສະໝັກທັງໝົດ 28 ສະຫາຍ ເລືອກໄດ້ ຈໍານວນ 23 ສະຫາຍ, ຍິງ 6 ສະຫາຍ ດັ່ງນີ້:
1. ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ
2. ສະຫາຍ ປອ ນາງ ດາລາວອນ ກິດຕິພັນ
3. ສະຫາຍ ກິ່ງມະໂນ ພົມມະຫາໄຊ
4. ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ
5. ສະຫາຍ ຮສ.ປອ ຫຼ້າວັນ ວົງຄໍາສານ
6. ສະຫາຍ ວິລະວັນ ບຸນສຸກໄທ
7. ສະຫາຍ ຮສ.ປອ ນາງ ສິລິນທອນ ສັກລໍຄໍາ
8. ສະຫາຍ ຮສ.ປອ ສິນທະວອນ ດາລາວົງ
9. ສະຫາຍ ວິໄລພອນ ພົມມະຫາໄຊ
10. ສະຫາຍ ສຸກສະຫວາດ ສີຫາປັນຍາ
11. ສະຫາຍ ປັນຍາ ຈັນທະວົງ
12. ສະຫາຍ ນາງ ນວມຄໍາ ຈັນທະບູລີ
13. ສະຫາຍ ສີຈັນ ຈິດຕະປັນຍາ
14. ສະຫາຍ ແສງສະເດັນ ບຸນລາວົງ
15. ສະຫາຍ ແກ້ວອຸທອນ ລຸນແສງຈັນ
16. ສະຫາຍ ສຈ.ປອ ພູເພັດ ກ້ຽວພິລາວົງ
17. ສະຫາຍ ນາງ ຈອມແພງ ວົງສາ
18. ສະຫາຍ ນາງ ກອງມະນີ ວາດຕະນາ
19. ສະຫາຍ ປອ ລໍາພູນ ຫຼວງໄຊ
20. ສະຫາຍ ປອ ຈັນທະວົງ ປັນຍາສິລິ
21. ສະຫາຍ ຮສ.ປອ ນາງ ວັນແສງ ຈຸນລະມະນີ
22. ສະຫາຍ ປອ ວົງເພັດ ອຸດົມລິດ
23. ສະຫາຍ ຮສ ປອ ໄກສອນ ເພັງໂສພາ
ພ້ອມນັ້ນ, ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ໄດ້ພ້ອມກັນປ່ອນບັດເລືອກຕັ້ງເອົາກໍາມະການຄະນະປະຈໍາພັກ, ເປັນເອກະສັນຮັບຮອງເອົາເລຂາ, ຮອງເລຂາຄະນະພັກ ແລະ ເລືອກຕັ້ງເອົາ ປະທານ, ຮອງປະທານຄະນະກວດກາພັກ ດັ່ງນີ້:
#ໄດ້ເລືອກຕັ້ງເອົາຄະນະປະຈຳພັກ ຈຳນວນ 7 ສະຫາຍ, ຍິງ 1 ສະຫາຍ ຄື:
1. ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ
2. ສະຫາຍ ປອ ນາງ ດາລາວອນ ກິດຕິພັນ
3. ສະຫາຍ ກິ່ງມະໂນ ພົມມະຫາໄຊ
4. ສະຫາຍ ຮສ.ປອ ຫຼ້າວັນ ວົງຄໍາສານ
5. ສະຫາຍ ຮສ.ປອ ສິນທະວອນ ດາລາວົງ
6. ສະຫາຍ ວິໄລພອນ ພົມມະຫາໄຊ
7. ສະຫາຍ ປອ. ຕຸດາວັນ ໜໍ່ເມືອງເສດ
#ໄດ້ເປັນເອກະສັນຮັບຮອງເອົາ ເລຂາ, ຮອງເລຂາຄະນະພັກ ຄື:
1. ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເປັນເລຂາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ
2. ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ
#ໄດ້ເລືອກຕັ້ງເອົາ ປະທານ ແລະ ຮອງປະທານຄະນະກວດກາພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ຄື:
1. ສະຫາຍ ຮສ.ປອ ສິນທະວອນ ດາລາວົງ ເປັນປະທານຄະນະກວດກາພັກ
2. ສະຫາຍ ປອ ຈັນທະວົງ ປັນຍາສິລິ ເປັນຮອງປະທານຄະນະກວດກາພັກ
3. ສະຫາຍ ຄໍາແສນ ໄຊຍະວົງ ເປັນຮອງປະທານຄະນະກວດກາພັກ
4. ສະຫາຍ ທອງສຸກ ແກ້ວມະນີ ເປັນຮອງປະທານຄະນະກວດກາພັກ
5. ສະຫາຍ ວຽງທອງ ພົນທະຈັກ ເປັນຮອງປະທານຄະນະກວດກາພັກ
ພ້ອມພຽວກັນນີ້, ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຜູ້ແທນສົມບູນ ຈຳນວນ 15 ສະຫາຍ, ຍິງ 3 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ຄື:
#ຜູ້ແທນສົມບູນ ຈໍານວນ 12 ສະຫາຍ, ຍິງ 3 ສະຫາຍ:
1. ສະຫາຍ ປອ ນາງ ດາລາວອນ ກິດຕິພັນ
2. ສະຫາຍ ກິ່ງມະໂນ ພົມມະຫາໄຊ
3. ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ
4. ສະຫາຍ ຮສ.ປອ ຫຼ້າວັນ ວົງຄໍາສານ
5. ສະຫາຍ ຮສ.ປອ ສິນທະວອນ ດາລາວົງ
6. ສະຫາຍ ວິໄລພອນ ພົມມະຫາໄຊ
7. ສະຫາຍ ວິລະວັນ ບຸນສຸກໄທ
8. ສະຫາຍ ຮສ.ປອ ນາງ ສິລິນທອນ ສັກລໍຄໍາ
9. ສະຫາຍ ສຸກສະຫວາດ ສີຫາປັນຍາ
10. ສະຫາຍ ປັນຍາ ຈັນທະວົງ
11. ສະຫາຍ ນາງ ນວມຄໍາ ຈັນທະບູລີ
12. ສະຫາຍ ແສງສະເດັນ ບຸນລາວົງ
#ຜູ້ແທນສໍາຮອງ ຈໍານວນ 3 ສະຫາຍ, ຍິງ 0 ສະຫາຍ:
1. ສະຫາຍ ສີຈັນ ຈິດຕະປັນຍາ
2. ສະຫາຍ ແກ້ວອຸທອນ ລຸນແສງຈັນ
3. ສະຫາຍ ສຈ.ປອ ພູເພັດ ແກ້ວພິລາວົງ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດເຊີນເຂົ້າຮ່ວມການປະມູນການຈັດຊື້ ອຸປະກອນປຸງແຕ່ງອາຫານ ແລະ ອຸປະກອນຮັບໃຊ້ການກິນ ອາຫານໃຫ້ໂຮງຮຽນເປົ້າໝາຍ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ, ກົມສາມັນສຶກສາ ຈໍານວນ 10 ລາຍ ການສະໜອງໃຫ້ 447 ໂຮງຮຽນ ໃນ 13 ເມືອງ 6 ແຂວງ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການ ສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA); ພາຍໃນວັນທີ 8 ກັນຍາ - 9 ຕຸລາ 2025 ລາຍລະອຽດໄດ້ຄັດຕິດເອກະສານມາພ້ອມນີ້  (1 ສະບັບ)⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.