ສະຫະພັນກໍາມະບານ ສສກ ຮ່ວມກັບ ມຊ ປາຖະກະຖາເລົ່າມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 140 ປີ

 

ໃນວັນທີ 29 ເມສາ 2026 ທີ່ຫ້ອງປະຊຸມມະຫາວິທະຍາໄລແຫ່ງຊາດ, ສະຫະພັນກໍາມະບານ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ສະຫະພັນກຳມະບານມະຫາວິທະຍາໄລແຫ່ງຊາດ ຈັດພິທີປາຖະກະຖາເລົ່າມູນເຊື້ອປະຫວັດຄວາມເປັນມາວັນກໍາມະກອນສາກົນ ຄົບຮອບ 140 ປີ (ວັນທີ 1 ພຶດສະພາ 1886-ວັນທີ 1 ພຶດສະພາ 2026), ໂດຍໃຫ້ກຽດປາຖະກະຖາຂອງທ່ານ ວິໄລ ວົງຂະເສີມ ຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີທ່ານ ແສງສະເດັນ ບຸນລາວົງ ຄະນະບໍລິຫານງານສູນກາງກຳມະບານລາວ, ຄະນະພັກກະຊວງ, ປະທານສະຫະພັນກຳມະບານກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຮອງປະທານຄະນະບໍລິຫານງານ ສະຫະພັນກຳມະບານກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລແຫ່ງຊາດ, ການສຶກສາພາກເອກະຊົນ ແລະ ບັນດາຮາກຖານກຳມະບານຕ່າງໆ ແລະ ສະມາຊີກກຳມະບານທີ່ຂຶ້ນກັບ ເຂົ້າຮ່ວມ.
ພິທີປາຖະກະຖາຄັ້ງນີ້, ແມ່ນເພື່ອສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກກຳມະບານ ແລະ ອອກແຮງງານ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນ ຂອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ ທັງນີ້, ກໍເພື່ອຍົກສູງບົດບາດຂອງຊົນຊັ້ນກຳມະກອນ ໂດຍເນັ້ນໜັກໃຫ້ເຫັນເຖິງພາລະກຳປະຫວັດສາດ ແລະ ຄວາມເສຍສະລະຂອງກຳມະກອນ ໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ. ພ້ອມກັນນັ້ນ, ຍັງເປັນການປຸກລະດົມຂະບວນການ: ສ້າງຈິດສຳນຶກໃຫ້ແກ່ສະມາຊິກ ກຳມະບານທຸກສະຫາຍ ໃຫ້ມີຄວາມຕື່ນຕົວ, ມີລະບຽບວິໄນໃນການອອກແຮງງານ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ຕົນເອງໃຫ້ມີສີມືແຮງງານທີ່ທັນສະໄໝ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃນ ຍຸກໃໝ່.
ໂອກາດນີ້, ທ່ານ ວິໄລ ວົງຂະເສີມ ເລົ່າເຖິງປະຫວັດຄວາມເປັນມາຂອງວັນກໍາມະກອນສາມກົນ ວັນທີ​ 1 ພຶດສະພາ; ຂະບວນການຕໍ່ສູ້, ຄວາມຮຽກຮ້ອງຕ້ອງການຂອງກໍາມະກອນສາກົນ ແລະ ກໍາມະກອນລາວ ໃນຍຸກປັດຈຸບານ ແລະ ການປະກອບສ່ວນໃນພາລະກິດປະຕິວັດຂອງກໍາມະກອນລາວ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກໍາມະກອນສາກົນໃນໄລຍະຜ່ານມາ.
ພາບ-ຂ່າວໂດຍ: ການຈະນາ
682422114_122127765807228259_8372359119205750395_n.jpg682419483_122127765501228259_3817937526422415770_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງ ຂໍປະກາດ ເພື່ອດໍາເນີນການສົມທຽບ ລາຄາການຈັດຊື້ລົດໄຟຟ້າ 6 ບ່ອນນັ່ງ ຈຳນວນ 1 ຄັນ ເພື່ອສະໜອງໃຫ້ຫ້ອງການ ECU, ພາຍໃຕ້ໂຄງການ GPE III-LEAP. ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III ຂໍເຊີນບໍລິສັດຂອງທ່ານເຂົ້າຍື່ນຊອງສົມທຽບລາຄາການຈັດຊື້ລົດໄຟຟ້າ 6 ບ່ອນນັ່ງ ຈໍານວນ 1 ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.


♦ ຂໍປະກາດເຊີນເຂົ້າຮ່ວມການສົມທຽບລາຄາການສະໜອງ Tablet ຈໍານວນ 20 ໜ່ວຍ ເພື່ອເປັນເຄື່ອງມື ສັງເກດການສອນໃນຫ້ອງຮຽນ (COT), ໃຫ້ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ພາຍໃຕ້ ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA)
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ