ຄພລ ສະຫຼຸບ ແລະ ຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ສະໄໝທີ IV

 

ຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ໄດ້ຈັດກອງປະຊຸມໃຫຍ່ ຄະນະບໍລິຫານງານ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ສະໄໝທີ IV ໃນວັນທີ 28 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນໍາວຽກງານກິລາ-ກາຍຍະກຳ ແລະ ທ່ານ ນາງ ຂັນທະລີ ສິຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ພ້ອມດ້ວຍບັນດາຮອງປະທານ ແລະ ຄະນະບໍລິຫານງານ, ມີຄະນະປະຈຳ, ເລຂາ, ຮອງເລຂາ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ມີທ່ານຮອງປະທານ-ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ຈາກກະຊວງສຶກສາທິການ ແລະ ກິລາ ແລະ ບັນດາກະຊວງທີ່ກ່ຽວຂ້ອງ, ມີບັນດາກຳມະການຂອງ ຄະນະກຳມະການພາຣາແລມປິກແຫ່ງຊາດ, ປະທານ ແລະ ຮອງປະທານ, ເລຂາທິການ ສະຫະພັນກິລາຄົນພິການແຫ່ງຊາດ, ຄູຝຶກ, ຕົວແທນນັກກິລາຄົນພິການ ແລະ ພາກສ່ວນຕ່າງທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ນາງ ຂັນທະລີ ສິຣິພົງພັນ ໄດ້ມີຄຳເຫັນກ່າວວ່າ: ໃນກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພ້ອມກັນສະຫຼຸບຕີລາຄາ ການນຳພາໃນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານຂອງຄະນະບໍລິຫານງານ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ສະ​ໄໝ​ທີ IV ຕະຫຼອດປີຜ່ານມາ. ​ເພື່ອຊອກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າ ທີ່ພວກເຮົາຈະຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ດ້ານຂໍ້ຄົງຄ້າງທີ່ພວກເຮົາຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ຂ້າພະເຈົ້າ ມີຄວາມເຊື່ອໝັັ້ນ ວ່າບັນດາທ່ານ ຈະພ້ອມກັນເຊີດຊູຄວາມຮັບຜິດຊອບສູງ ໃນ​ການ​ປະ​ກອບຄຳຄິດຄຳເຫັນ ແລະ ພ້ອມ​ກັນ​ດຳ​ເນີນກອງ​ປະ​ຊຸມ​ໄດ້​ຮັບ​ຜົນສຳເລັດ ແລະ ບັນລຸຕາມຈຸດປະສົງ ລະດັບຄາດໝາຍທີ່ວາງໄວ້.
ຫຼັງຈາກນັ້ນ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ-ເລຂາທິການ ຄພລ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ເປັນອົງການຈັດຕັ້ງກິລາຄົນພິການທາງສັງຄົມ ເຊິ່ງເປັນສະມາຊິກຂອງຄະນກໍາມະການພາຣາແລມປິກສາກົນ (IPC) ເປັນຕົວແທນໃຫ້ແກ່ ສປປ ລາວ ໃນການເຂົ້າຮ່ວມຂະບວນການເຄື່ອນ ໄຫວພາຣາແລມປິກ ໃນອະນຸພາກພື້ນ, ພາກພື້ນ ແລະ ສາກົນ ມີພາລະບົດບາດໜ້າທີ່ ໃນການພັດທະນາກິລາ-ກາຍຍະກໍາຄົນພິການ ປົກປ້ອງຂະບວນການພາຣາແລມປິກຂອງ ສປປ ລາວ ໂດຍສອດຄ່ອງກັບທໍາມະນູນຂອງ IPC ທໍາມະນູນຂອງຄະນະກໍາມະການພາຣາແລມປິກອາຊີ ແລະ ທໍາມະນູນຂອງ ຄພລ ກົດໝາຍວ່າດ້ວຍ ກິລາ-ກາຍຍະກໍາ (ສະບັບປັບປຸງ) ສະບັບເລກທີ 29/ສພຊ ລົງວັນທີ 25 ພະຈິກ 2019 ພາກທີ IV ໝວດທີ 02 ມາດຕາ 73 ແລະ 74.
ຄພລ ມີບົດບາດ ໃນການໂຄສະນາເຜີຍແຜ່ຫຼັກການພື້ນຖານອຸດົມການພາຣາແລມປິກ, ໂດຍຜ່ານຂະບວນການກິລາມວນຊົນ ແລະ ກິລາ ເພື່ອການແຂ່ງຂັນ ປະຕິບັດກົດບັດພາຣາແລມປິກສາກົນ ໃສນການເຄື່ອນໄຫວພາຣາແລມປິກໃນ ສປປ ລາວ ຊຸກຍູ້ສົ່ງເສີມ ແລະ ມີສ່ວນຮ່ວມ ໃນການພັດທະນາກີລາຄົນພິການ ປະສານງານຮ່ວມມືໃນການຈັດຕັ້ງພັກ-ລັດ ເພື່ອການເຄື່ອນໄຫວ ແລະ ພັດທະນາກິລາຄົນພິການ ຕາມກົດບັດພາຣາແລມປິກສາກົນ. ໂດຍລວມ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ຂອງ ຄພລ IV ຕະຫຼອດ 4 ປີຜ່ານມາ (2022-2025) ມີຜົນສຳເລັດຕາມແຜນການທີ່ວາງໄວ້ ເປັນຕົ້ນ: ວຽກງານຫ້ອງການບໍລິຫານ ແລະ ຄຸ້ມຄອງ ແບບ ແຜນວິທີເຮັດວຽກໄດ້ຮັບການປັບປຸງດີຂຶ້ນ ວຽກງານຮ່ວມມື ແລະ ປະສານງານພາຍໃນ ແລະ ຕ່າງປະເທດ ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍວຽກງານສົ່ງເສີມການພັດທະນາບຸກຄະລາກອນກິລາ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຮັບການພັດທະນາ ວຽກງານໂຄສະນາເຜີຍແຜ່ ວຽກງານກິລາ-ກາຍຍະກຳຄົນພິການ ລວມທັງການປຸກລະດົມປະກອບສ່ວນດ້ານການເງິນ ແລະ ວັດຖຸອຸປະກອນຮັບໃຊ້ ໃນການເຄື່ອນໄຫວວຽກງານກິລາ ໄດ້ມີທ່າອ່ຽງດີຂຶ້ນ. ຈາກຜົນສຳເລັດດັ່ງກ່າວ, ໄດ້ເປັນປັດໃຈຊຸກຍູ້ໃຫ້ແກ່ການສ້າງຜົນງານ ຂອງນັກກີລາຄົນພິການ ໃນການເຂົ້າຮ່ວມການແຂ່ງຂັນງານມະຫະກຳກິລາຄົນພິການພາຍໃນປະເທດ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ. ມີສະຖິຕິທີ່ດີຂຶ້ນ ພິເສດແມ່ນເຂົ້າຮ່ວມງານມະຫະກຳກິລາອາຊຽນພາຣາເກມ ຄັ້ງທີ XIII ທີ່ນະຄອນຣາຊະສີມາ ຣາຊະອານາຈັກໄທ ໄດ້ຮັບຜົນສຳເລັດລື່ນຄາດໝາຍທີ່ວາງໄວ້ ແລະ ໄດ້ຮັບຫຼຽນຄຳ ເຊິ່ງເປັນຫຼຽນຄຳປະຫວັດສາດ ໃນການເຂົ້າຮ່ວມງານມະຫະກຳກິລາ ໃນລະດັບອາຊຽນພາຣາເກມ. ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດແຜນການເຄື່ອນໄຫວຂອງ ຄພລ ທີ່ກໍານົດໄວ້ ໃຫ້ສອດຄ່ອງກັບທໍາມະນູນຂອງ ຄພລ ແລະ ສາກົນ ຄພລ ໄດ້ວາງແຜນການເຄື່ອນໄຫວ 4 ປີຕໍ່ໜ້າ ໂດຍສະເພາະສຸມໃສ່ວຽກວານບໍລິຫານ ແລະ ຄຸ້ມຄອງ ວຽກງານການເງິນ ວຽກງານສົ່ງເສີມການພັດທະນາບຸກຄະລາກອນ ແລະ ແຜນ ການເຄື່ອນໄຫວຂອງບັນດາກໍາມະການ.
ສຳລັບກອງປະຊຸມ, ໄດ້ເຫັນດີຄົ້ນຄວ້າສະເໜີເປົ້າໝາຍເລືອກຕັ້ງເອົາປະທານ ແລະ ຮອງປະທານ ຄພລ ສະໄໝທີ V ປະກອບມີ: ທ່ານ ກິ່ງມະໂນ ພົມມະຫາໄຊ ເປັນປະທານ, ທ່ານ ວິລະວັນ ບຸນສຸກໄທ ເປັນຮອງປະທານ-ເລຂາທິການ, ທ່ານ ສີຈັນ ຈິດຕະປັນຍາ ຫົວຫົວໜ້າກົມກິລາລະດັບສູງ, ທ່ານ ນາງ ກອງມະນີ ວາດຕະນາ ຫົວໜ້າກົມການເງິນ ແລະ ທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ເປັນຮອງປະທານ ພ້ອມດ້ວຍຄະນະອີກ 12 ທ່ານ. ນອກຈາກນີ້, ຍັງເຫັນດີຄົ້ນຄວ້າສະເໜີເປົ້າໝາຍ ເລຂາ ແລະ ຮອງເລຂາທິການຄະນະກຳມະການພາຣາແລມປິກແຫ່ງຊາດລາວ ສະໄໝທີ V ເພື່ອສະເໜີຂໍທິດຊີ້ນໍາຈາກທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະກອບມີ: ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ເປັນເລຂາທິການ ແລະ ທ່ານລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ເປັນຮອງເລຂາທິການ.
684593494_122127763485228259_3880871518266769298_n.jpg681918775_122127763881228259_5236800401886117471_n.jpg681372127_122127763527228259_5803010006868752218_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ