ກົມແຜນການ ສສກ ຫາລືລາຍງານການຈັດຕັ້ງປະຕິບັດກິດຈະກຳປະຈຳເດືອນ ຂອງໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະ III

 

ກົມແຜນການ ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມປຶກສາຫາລືລາຍງານການຈັດຕັ້ງປະຕິບັດກິດຈະກຳປະຈຳເດືອນ ຂອງໂຄງການກອງທຶນຮວ່ມມືສາກົນ ເພື່ອການສຶກສາໄລຍະ III “ ໂຄງການການຮຽນຮູ້ ແລະ ຄວາມເທົ່າທຽມ ” (GPELL-LEAP), ໃນວັນທີ 28 ເມສາ 2026 ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ ເຂດສະໜາມກິລາເຈົ້າອານຸວົງ, ໂດຍການເປັນປະທານຂອງ ທ່ານ ສີທອງ ສີຂາວ ຫົວໜ້າກົມແຜນການ ກະຊວງ ສສກ, ທ່ານ ໄມເຄີນ ແດຣບໂບ ນັກເສດຖະສາດອາວຸໂສ, ຫົວໜ້າຄະນະທີມງານຈາກ ທະນາຄານໂລກ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າສະຖາບັນ ແລະ ຫົວໜ້າ-ຮອງຫົວໜ້າສູນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານຫົວໜ້າກົມແຜນການ ໄດ້ກ່າວໃຫ້ຮູ້ວ່າ: ກອງປະຊຸມໃນມື້ນີ້ ແມ່ນມີຄວາມສຳຄັນພິເສດ ເພາະກຳລັງຢືນຢູ່ໃນໄລຍະຫົວລ້ຽວຫົວຕໍ່ຂອງການຈັດຕັ້ງປະຕິບັດແຜນວຽກ ປະຈຳປີ 2026. ຈຸດປະສົງຫຼັກແມ່ນເພື່ອຮ່ວມກັນທົບທວນຄວາມຄືບໜ້າ, ຊອກຫາຂໍ້ຄົງຄ້າງ ແລະ ຮ່ວມກັນກຳນົດທິດທາງໃນຕໍ່ໜ້າ ໃຫ້ມີຄວາມຊັດເຈນ, ໂດຍສະເພາະຢ່າງຍິ່ງ ແມ່ນຕ້ອງໄດ້ກະກຽມຄວາມພ້ອມຢ່າງຮອບດ້ານ ເພື່ອຕ້ອນຮັບການລົງມາຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການຂອງຄະນະທີມງານຈາກທະນາຄານໂລກ ທີ່ຈະມີຂຶ້ນໃນຕົ້ນເດືອນມິຖຸນາ 2026 ນີ້. ຜົນສຳເລັດຂອງກອງປະຊຸມ Implementation Support Mission (ISM) ໃນເດືອນມິຖຸນາ ແມ່ນຂຶ້ນກັບຄວາມພ້ອມ ແລະ ຜົນງານທີ່ພວກເຮົາໄດ້ສ້າງໄວ້ໃນມື້ນີ້, ຖ້າສາມາດແກ້ໄຂບັນຫາທີ່ຍັງຄົງຄ້າງໄດ້ທັນເວລາ, ກໍຈະເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ຄູຮ່ວມພັດທະນາ ແລະ ຮັບປະກັນວ່າ ໂຄງການຂອງພວກເຮົາຈະສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້ ຢ່າງມີປະສິດທິພາບ ແລະ ຍືນຍົງ.
ສຳລັບການດຳເນີນກອງປະຊຸມ, ແມ່ນຈະໄດ້ຮັບຟັງການລາຍງານຈາກຫຼາຍພາກສ່ວນ ທີ່ເປັນກົນໄກຫຼັກຂອງໂຄງການ ເຊັ່ນ: ຄວາມຄືບໜ້າໃນການປັບປຸງ ແລະ ປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນຊຸມຊົນ ທີ່ເຮົາຕ້ອງໄດ້ເລັ່ງໃຫ້ທັນຕາມກຳນົດເວລາ ເພື່ອຫຼຸດຜ່ອນຄວາມຫຼ້າຊ້າ; ອັບເດດຄວາມຄືບໜ້າໃນການຄັດເລືອກຄູ່ມືການອ່ານຢູ່ເຮືອນ, ການກະກຽມງົບປະມານອາຫານທ່ຽງໃນໂຮງຮຽນ ແລະ ການພັດທະນາອາຊີບຄູແບບຕໍ່ເນື່ອງ; ວຽກງານການປະເມີນ ແລະ ສະຖິຕິ ໂດຍສະເພາະການເຊື່ອມຖານຂໍ້ມູນເຂົ້າລະບົບ EMIS ແລະ ການກະກຽມປະເມີນຜົນນການຮຽນຂອງນັກຮຽນຊັ້ນ ປ.3 ໃນ 40 ເມືອງບຸລິມະສິດ; ຄວາມຄືບໜ້າຂອງການເບີກຈ່າຍເງິນແຮງຈູງໃຈຄູ, ເງີນບໍລິຫານການສຶກສາ ແລະ ຄວາມຄືບໜ້າດ້ານການຈັດຊື້-ຈັດຈ້າງ ແລະ ການສະຫຼຸບງົບປະມານທີ່ຍັງຄ້າງຈ່າຍ.
ໂອກາດດຽວກັນ, ທ່ານຫົວໜ້າກົມແຜນການ ຍັງໄດ້ເນັ້ນໜັກຕື່ມ ເຖິງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ ແລະ ປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ. ບໍ່ພຽງແຕ່ລາຍງານ ສິ່ງທີ່ເຮັດໄດ້ເທົ່ານັ້ນ, ແຕ່ສິ່ງທີ່ສຳຄັນກວ່ານັ້ນແມ່ນ ການລາຍງານ ສິ່ງທີ່ຍັງເປັນສິ່ງທ້າທາຍ ເພື່ອໃຫ້ພວກເຮົາສາມາດຊອກຫາແນວທາງອອກຮວ່ມກັນໄດ້ຢ່າງທັນການ.
ພາບ-ຂ່າວໂດຍ: ການຈະນາ681190681_122127590991228259_4866648121866950200_n.jpg681284693_122127590643228259_3930583077238592534_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ