ຍ່າງເພື່ອສຸຂະພາບສະຫຼອງວັນກໍາມະກອນສາກົນ ຄົບຮອບ 140 ປີ ຢ່າງຟົດຟື້ນ

 

ສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບສະເຫຼີມສະຫຼອງ ວັນກໍາມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886-1 ພຶດສະພາ 2026) ຂຶ້ນໃນວັນທີ 1 ພຶດສະພານີ້, ທີ່ສວນປະຕູໄຊ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີບັນດາການນຳພັກ-ລັດ, ຄະນະບໍລິຫານງານ ສກລ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈຳລາວ, ມີບັນດາຄະນະບໍລິຫານງານສະຫະພັນກໍາມະບານກະຊວງ, ອົງການ, ນວ, ພະ ນັກງານ-ລັດຖະກອນ, ສະມາຊິກກໍາ ມະບານ, ກໍາມະກອນ, ຊາວຜູ້ອອກ ແຮງງານ ແລະ ມວນຊົນຊາວ ນວ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ໃນພິທີ, ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານ ສກລ ກ່າວວ່າ: ວັນທີ 1 ພຶດສະພາ ປີ 1886 ເປັນວັນທີ່ມີຄວາມໝາຍສໍາຄັນຍິ່ງສໍາລັບຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມຄວາມສາມັກຄີກັນ ແລະ ລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດແຮງງານ ເພື່ອທວງເອົາສິດທິພື້ນຖານຂອງພົນ ລະເມືອງ, ສິດທິໃນການອອກແຮງງານ ແລະ ຜົນປະໂຫຍດອັນຊອບທໍາ ຂອງຕົນຈາກພວກນາຍທຶນ. ໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ມີຫຼາຍປະເທດໃນ ເອີຣົບ ແລະ ອາເມຣິກາໄດ້ສໍາເລັດການໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ບັນດາປະເທດເຫຼົ່ານັ້ນ ຈຶ່ງໄດ້ກ້າວເຂົ້າ ສູ່ການຜະລິດແບບອຸດສາຫະກໍາ ແລະ ຂະຫຍາຍໂຮງຈັກ, ໂຮງງານຂຶ້ນຫຼາຍແຫ່ງ. ຈາກນັ້ນ, ຈໍານວນກຳມະກອນ ແລະ ຊາວຜູ້ອອກແຮງງານ ກໍໄດ້ເຕີບໃຫຍ່ຂະຫຍາຍຕົວໄປຄຽງຄູ່ກັບການຜະລິດໃນສັງຄົມ, ຢູ່ພາຍໃຕ້ການປົກຄອງ ຂອງພວກນາຍທຶນນັ້ນຊົນຊັ້ນ ກໍາມະກອນຖືກກົດຂີ່ຂູດຮີດແຮງງານຢ່າງໜັກໜ່ວງ, ຊີວິດການເປັນຢູ່ນັບມື້ ນັບທຸກຍາກລຳບາກ. ພວກນາຍທຶນ ໄດ້ບັງຄັບໃຫ້ກຳມະກອນອອກແຮງ ງານ 14-15 ຊົ່ວໂມງຕໍ່ມື້ແຕ່ພັດໄດ້ຮັບ ຄ່າແຮງງານຕໍ່າ. ຍ້ອນສາເຫດດັ່ງກ່າວ ຈຶ່ງມີຫຼາຍຂະບວນການຂອງກຳມະ ກອນລຸກຂຶ້ນຕໍ່ສູ້. ມາຮອດວັນທີ 1 ພຶດສະພາ ປີ 1886 ໄດ້ມີເຫດການທີ່ ມີ ຄວາມໝາຍທາງດ້ານປະຫວັດ ສາດຂອງຂະບວນການກໍາມະກອນ ຢູ່ປະເທດອາເມຣິກາ ໄດ້ມີການເດີນ ປະທ້ວງໃຫຍ່ທີ່ສຸດ ເພື່ອຮຽກຮ້ອງໃຫ້ ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນ ແລະ ຊາວຜູ້ ອອກແຮງງານປະທ້ວງເອົາສິດທິໃນ ການອອກແຮງງານມື້ໜຶ່ງ 8 ຊົ່ວໂມງ. (8 ຊົ່ວໂມງເຮັດວຽກ, 8 ຊົ່ວໂມງພັກ ຜ່ອນ, 8 ຊົ່ວໂມງໃຫ້ມີໂອກາດໄດ້ ຮໍ່າຮຽນ). ນັບແຕ່ນັ້ນມາວັນທີ 1 ພຶດ ສະພາ ໄດ້ກາຍເປັນວັນບຸນໃຫຍ່ທີ່ມີ ຄວາມໝາຍສໍາຄັນຢ່າງຍິ່ງຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງ ງານໃນທົ່ວໂລກ, ເປັນວັນບຸນມະຫາ ສາມັກຄີ ທີ່ຊົນຊັ້ນກຳມະກອນໄດ້ສະ ແດງພະລັງແຮງທີ່ເຂັ້ມແຂງຂອງຕົນ ແລະ ມີການສະເຫຼີມສະຫຼອງຢ່າງ ຄຶກຄື້ນໃນແຕ່ລະປີຢູ່ຫຼາຍປະເທດໃນທົ່ວໂລກ. ການສະເຫຼີມສະຫຼອງວັນແຮງງານສາກົນ ຫຼື ເອີ້ນວ່າ: ວັນກໍາມະກອນສາກົນທີ່ໄດ້ຖືກຈັດຂຶ້ນໃນທຸກໆປີນັ້ນບໍ່ ພຽງແຕ່ເປັນວັນທີ່ມີຄວາມໝາຍ- ຄວາມສໍາຄັນຍິ່ງສໍາລັບຊົນຊັ້ນກໍາມະກອນໃນທົ່ວໂລກເທົ່ານັ້ນ, ແຕ່ມັນຍັງເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນສໍາລັບທົ່ວສັງຄົມອີກດ້ວຍ. ການຈັດກິດຈະກໍາໃນຄັ້ງນີ້, ຍັງເປັນ ການເຕົ້າໂຮມຄວາມສາມັກຄີ ແລະ ເພື່ອລະນຶກເຖິງວັນທີ່ມີຄວາມໝາຍ ສໍາຄັນດັ່ງກ່າວ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 140 ປີ ທ່ານ ວິໄລ ວົງຂະເສີມ ຍັງໄດ້ຮຽກຮ້ອງມາ ຍັງການຈັດຕັ້ງພັກ-ລັດ, ການຈັດຕັ້ງ ກໍາມະບານແຕ່ລະຂັ້ນ, ບັນດາຫົວໜ່ວຍແຮງງານ ແລະ ສັງຄົມ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຕໍ່ກັບການສຶກສາອົບຮົມ, ຊ່ວຍເຫຼືອ, ກໍ່ສ້າງ ແລະ ພັດທະນາຊົນຊັ້ນກໍາມະກອນລາວ, ຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາ ໃນໄລຍະໃໝ່, ຈົ່ງພ້ອມກັນເຫັນຄຸນຄ່າຂອງແຮງງານກໍາມະກອນ ແລະ ຜູ້ອອກແຮງງານ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາ ຂອງເຂົາເຈົ້າດ້ວຍການໃຫ້ກຽດສັກສີ, ຄວາມສະເໜີພາບ, ລາຍຮັບ ທີ່ເປັນທຳ ແລະ ການອອກແຮງງານທີ່ ປອດໄພ. ພ້ອມດຽວກັນ, ກໍຮຽກຮ້ອງ ມາຍັງກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ຈົ່ງສາມັກຄີປຸ້ມລຸມກັນເຂົ້າຢູ່ອ້ອມຂ້າງພັກ-ລັດ, ອ້ອມຂ້າງການຈັດຕັ້ງກໍາມະບານ ໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ ກາຍເປັນກຳລັງແຮງງານທີ່ເຂັ້ມແຂງ ແລະ ມີລະບຽບວິໄນ ໃນການອອກ ແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້, ມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນສາກົນ ໃຫ້ກາຍເປັນກໍາລັງຫຼັກແຫຼ່ງໃນຂະບວນການສ້າງສາພັດທະນາເສດຖະ ກິດ-ສັງຄົມຂອງປະເທດຊາດ. ຂະບວນການຍ່າງໃນຄັ້ງນີ້, ແມ່ນເລີ່ມ ຈາກສວນປະຕູໄຊ ຫາຫໍຄໍາ ແລ້ວ ລ້ຽວກັບມາຫາປະຕູໄຊ.
ຂ່າວ-ພາບ: ວັນເພັງ (ປະຊາຊົນ)
686117290_122128172469228259_2487346429518972935_n.jpg685874747_122128172493228259_7464464816171831594_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ