ສສກ ຖອດຖອນບົດຮຽນວຽກງານເຕັກນິກ-ຈັດການແຂ່ງຂັນ ງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

 

ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະຫຼຸບຖອດຖອນບົດຮຽນວຽກງານເຕັກນິກ-ຈັດການແຂ່ງຂັນ ງານມະຫາກຳກິລາຄົນພິິການແຫ່ງຊາດ ຄັ້ງທີ IV ໃນວັນທີ 30 ເມສາ 2026 ທີ່ຫ້ອງປະຊຸມຫ້ອງວ່າການນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມມວນຊົນ, ພາລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະກໍາມະການຝ່າຍຕ່າງໆ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ຫົວໜ້າຄະນະນັກກິລາບັນດາແຂວງ, ນະຄອນຫຼວງ ແລະ ຕາງໜ້າສະຫະພັນກິລາຄົນພິການແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ມີຄຳເຫັນວ່າ: ພາຍຫຼັງການແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ IV ໄດ້ສິ້ນສຸດລົງໃນທ້າຍປີ 2025 ຜ່ານມາ ຄະນະກຳມະການເຕັກນິກຈັດການແຂ່ງຂັນ ກໍໄດ້ມີຄວາມເອົາໃຈໃສ່ໃນການສັງລວມຂໍ້ມູນວຽກງານທີ່ກ່ຽວຂ້ອງ ແລະ ມື້ນີ້ ກໍເປັນກາລະໂອກາດອັນດີ ທີ່ຄະນະກໍາມະການເຕັກນິກຈັດການແຂ່ງຂັນ ຮ່ວມກັບບັນດາສະຫະພັນກິລາຄົນພິການແຫ່ງຊາດ ແລະ ບັນດາຫົວໜ້າຄະນະນຳ ຂອງນັກກິລາຂອງບັນດາແຂວງ, ນະຄອນຫຼວງ ຈະໄດ້ພ້ອມກັນ ແລກປ່ຽນຄວາມຄິດເຫັນ ຕໍ່ວຽກງານຕ່າງໆ ທີ່ກຳມະການເຕັກນິກ-ຈັດການແຂ່ງຂັນ ຈະໄດ້ນຳສະເໜີຜ່ານກອງປະຊຸມໃນຄັ້ງນີ້. ດັ່ງນັ້ນ, ຈຶ່ງຂໍສະແດງຄວາມຊົມເຊີຍມາຍັງຄະນະຮັບຜິດຊອບກອງປະຊຸມ, ບັນດາທ່ານໃນຄະນະກຳມະການ ທີ່ໄດ້ພ້ອມກັນເອົາໃຈໃສ່ໃນການກະກຽມ ເນື້ອໃນເອກະສານຂອງກອງປະຊຸມ ຢ່າງຄົບຖ້ວນ ແລະ ຂໍຊົມເຊີຍມາຍັງບັນດາທ່ານຮອງຫົວໜ້າພະແນກສຶກສາທິການ ແລະ ກິລາບັນດາແຂວງ, ນະຄອນຫຼວງ ພ້ອມດ້ວຍຄະນະ ທີ່ຕັດສິນໃຈເດີນທາງມາຮ່ວມກອງປະຊຸມ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ກອງປະຊຸມ ສາມາດດຳເນີນໄປຕາມແຜນການຄາດໝາຍທີ່ວາງໄວ້.
ໂອກາດດຽວກັນ, ທ່ານ ວິລະວັນ ບຸນສຸກໄທ ໄດ້ລາຍງານສະພາບລວມວຽກງານເຕັກນິກ-ຈັດການແຂ່ງຂັນງານມະຫາກຳກິລາຄົນພິການແຫ່ງຊາດ ໃຫ້ຮູ້ວ່າ: ກຳມະການເຕັກນິກ-ຈັດການແຂ່ງຂັນ ງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ປີ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການໄດ້ຮັບກຽດເປັນເຈົ້າພາບ ເຊິ່ງມີຄະນະກໍາມະການ 8 ທ່ານ, ປະກອບມີ 5 ອະນຸກໍາມະການ ຄື: ອະນຸກຳມະການ ບໍລິຫານ-ການເງິນ, ອະນຸກຳມະການຈັດການແຂ່ງຂັນ, ອະນຸກຳມະການສະຖານທີ່ ແລະ ອຸປະກອນ, ອະນຸກໍາມະການຂໍ້ມູນສະຖິຕິ ແລະ ສະຫຼຸບຜົນການແຂ່ງຂັນ, ອະນຸກໍາມະການຂຶ້ນທະບຽນ ແລະ ອອກບັດ; ມີບຸກຄະລາກອນທັງໝົດ 52 ທ່ານ ແລະ ກໍາມະການຕັດສິນຈາກສະຫະພັນກິລາຄົນພິການແຫ່ງຊາດ ຈຳນວນ 242 ທ່ານ ໄດ້ເລີ່ມຈັດຕັ້ງປະຕິບັດວຽກງານ ໄລຍະວັນທີ 14-18 ທັນວາ 2025, ກໍານົດ 9 ປະເພດກິລາ, 172 ລາຍການແຂ່ງຂັນ ມີຜູ້ສະໝັກເຂົ້າຮ່ວມແຂ່ງຂັນທັງໝົດຈາກ 17 ແຂວງ 1 ນະຄອນຫຼວງ, ມີຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 708 ຄົນ, ຍິງ 325 ຄົນ. ພ້ອມນີ້, ຍັງມີທັງດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ແຕ່ເຖິງຢ່າງໃດກໍຕາມ, ການແຂ່ງຂັນຄັ້ງນີ້ ແມ່ນງານແຂ່ງຂັນທີ່ຍົກຖານະບົດບາດລະດັບຂອງການຈັດງານ ເປັນງານມະຫາກຳກິລາຄົນພິການແຫ່ງຊາດ ທີ່ມີລະບົບການຈັດຕັ້ງທີ່ຖືກຕ້ອງ, ມີນິຕິກຳຄົບຊຸດ ໃນການຄຸ້ມຄອງການຈັດງານ, ໂດຍລວມຖ້າທຽບໃສ່ການຈັດງານແຂ່ງຂັນ ຄັ້ງທີ 3 ທີ່ແຂວງຊຽງຂວາງ ໃນປີ 2023 ແມ່ນມີຈຳນວນນັກກິລາທັງໝົດ 280 ຄົນ ທີ່ເພີ່ມຂື້ນ 35 ຄົນ, ມີປະເພດກິລາເພີ່ມຂື້ນ 2 ປະເພດກິລາ, ທັງໝົດນີ້ ໄດ້ສະແດງໃຫ້ເຫັນເຖິງບາດກ້າວໃໝ່ ໃນການພັດທະນາກິລາ-ກາຍຍະກຳຄົນພິການ ຢູ່ພາຍໃນປະເທດ ແລະ ເຮັດໃຫ້ສັງຄົມ ມີຄວາມຮັບຮູ້ຢ່າງກວ້າງຂວາງຕໍ່ວຽກງານກິລາຄົນພິການ ເວົ້າລວມ, ເວົ້າສະເພາະ ການປະຕິບັດນະໂຍບາຍສົ່ງເສີມຄົນພິການ ໄດ້ມີສ່ວນຮ່ວມໃນການຫລີ້ນກິລາ ແລະ ການເຂົ້າຮ່ວມແຂ່ງຂັນກິລານັບມື້ເພີ່ມຂື້ນ ແລະ ສາມາດຄັດເລືອກໄດ້ນັກກິລາທີ່ມີພອນສະຫວັນຈຳນວນໜຶ່ງ ເພື່ອສືບທອດປ່ຽນແທນນັກກິລາທີມຊາດໃນອານາຄົດ.
ສຳລັບກອງປະຊຸມ, ແມ່ນຈະໄດ້ຮັບຟັງບັນດາແຂວງ ກໍຄື 18 ແຂວງ 1 ນະຄອນຫຼວງ ປະກອບຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນ ວຽກງານເຕັກນິກການເຂົ້າຮ່ວມແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ IV.
ພາບ-ຂ່າວໂດຍ: ການຈະນາ
685310903_122128171851228259_284158226276634917_n.jpg683920718_122128171059228259_6077456238334138174_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ