ຊາວໜຸ່ມ ສສກ ຈັບມື ສຊປລ ຈັດຕັ້ງປະຕິບັດໂຄງການ “ອາສາສະໝັກຕະລຸມບອນບຳລຸງນັກຮຽນອ່ອນຢູ່ເຂດຫ່າງໄກສອກຫຼີກ ນໍານ້ອງຄືນສູ່ໂຮງຮຽນ”

 

ໃນວັນທີ 30 ເມສາ 2026 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ), ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມອົບຮົມຊາວໜຸ່ມ ສຊປລ ແລະ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງສຶກສາທິການ ແລະ ກິລາ (ຄຊປປລ ສສກ), ໂດຍການເຊັນສັນຍາລະຫວ່າງ ທ່ານ ຢາງປາວ ປ່າເຢ້ວື່ ວ່າການແທນຫົວໜ້າກົມອົບຮົມຊາວໜຸ່ມ ແລະ ທ່ານ ປອ ຈັນທະວົງ ປັນຍາສິລິ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ), ທ່ານ ຮສ.ປອ ສິນທະວອນ ດາລາວົງ ຄະນະປະຈຳພັກກະຊວງ, ປະທານກວດກາພັກ ກະຊວງສຶກສາທິການ ແລະ ກິລາ, ຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍບັນດາຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະນໍາຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຄີພະຍານ.
ການເຊັນ MOU ໃນຄັ້ງນີ້ ແມ່ນເພື່ອຮ່ວມກັນຈັດຕັ້ງປະຕິບັດໂຄງການ “ອາສາສະໝັກຕະລຸມບອນບຳລຸງນັກຮຽນອ່ອນຢູ່ເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການສຶກສາທິການ ແລະ ກິລາ ນໍານ້ອງຄືນສູ່ໂຮງຮຽນ” ໂດຍໂຄງການນີ້ ມີເປົ້າໝາຍສຸມໃສ່ 8 ເມືອງ ຢູ່ໃນ 8 ແຂວງ ຄື: ເມືອງລອງ ແຂວງຫຼວງນໍ້າທາ, ເມືອງສົບເບົາ ແຂວງຫົວພັນ, ເມືອງຜາໄຊ ແຂວງຊຽງຂວາງ, ເມືອງປາກອູ ແຂວງຫຼວງພະບາງ, ເມືອງນາກາຍ ແຂວງຄໍາມ່ວນ, ເມືອງພີນ ແຂວງສະຫວັນນະເຂດ, ເມືອງຕະໂອ້ຍ ແຂວງສາລະວັນ ແລະ ເມືອງໂຂງ ແຂວງຈໍາປາສັກ. ທັງສອງຝ່າຍໄດ້ຕົກລົງເຫັນດີໃນການປະສານງານ ແລະ ສະໜັບສະໜູນງົບປະມານຮ່ວມກັນ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແມ່ນໄດ້ປະກອບສ່ວນງົບປະມານ ຈຳນວນ 500,000,000 ກີບ, ຄະນະບໍລິຫານງານ ຊປປລ ກະຊວງສຶກສາທິການ ແລະ ກິລາ ປະກອບສ່ວນງົບປະມານ ຈຳນວນ 450,000,000 ກີບ. ນອກຈາກດ້ານງົບປະມານແລ້ວ, ໂຄງການຍັງຈະສຸມໃສ່ການສ້າງຫຼັກສູດບຳລຸງນັກຮຽນຊັ້ນປະຖົມ, ຝຶກອົບຮົມອາສາສະໝັກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄູ ແລະ ອົງການຈັດຕັ້ງໃນທ້ອງຖິ່ນ. ໄລຍະເວລາການເຄື່ອນໄຫວຕົວຈິງຂອງໂຄງການແມ່ນກຳນົດໄວ້ 6 ເດືອນ, ເລີ່ມແຕ່ເດືອນ ພຶດສະພາ ຫາ ເດືອນ ພະຈິກ 2026.
ຂ່າວໂດຍ: ການຈະນາ
686995695_122128582107228259_5588103281270269453_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ