ຮອງລັດຖະມົນຕີ ສສກ ຕິດຕາມຊຸກຍູ້ການຝຶກອົບຮົມເຕັກນິກວິທີການສອນວິຊາພາສາລາວ ແລະ ຄະນິດສາດໃຫ້ຄູສອນປະຈຳການຊັ້ນປະຖົມສຶກສາພາຍໃນເມືອງນ້ຳບາກ

 

ວັນທີ 30 ເມສາ 2026 ທີ່ໂຮງຮຽນມັດທະຍົມສົມບູນນໍ້າບາກ ເມືອງນໍ້າບາກ ແຂວງຫຼວງພະບາງ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດລົງຕິດຕາມຊຸກຍູ້ ການຝຶກອົບຮົມເຕັກນິກວິທີການສອນວິຊາພາສາລາວ ແລະ ຄະນິດສາດ ຊັ້ນປະຖົມສຶກສາ ຂັ້ນ ປ.1, ປ.2 ແລະ ປ.3, ມີທ່ານ ຮສ ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ທ່ານ ອ່ອນຈັນ ແສງຄຳ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ສົມໄຊ ອິນທະສອນ ຫົວໜ້າໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຕ່າງໜ້າຈາກວິທະຍາໄລຄູຫຼວງພະບາງ, ຜູ້ຮັບຜິດຊອບໂຄງການຂັ້ນກະຊວງ-ຂັ້ນເມືອງ, ຄູຝຶກຂັ້ນແຂວງ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ຄູສອນປະຖົມສຶກສາ ຂັ້ນ ປ.1, ປ.2 ແລະ ປ.3 ທົ່ວເມືອງນ້ຳບາກ ເຂົ້າຮ່ວມ.
ໃນລົງຕິດຕາມຊຸກຍູ້ການຝຶກອົບຮົມ ຄັ້ງນີ້້, ຜູ້ຮັບຜິດຊອບໂຄງການຂັ້ນກະຊວງ ໄດ້ຂຶ້ນຜ່ານສະພາບລວມ ແລະ ຈຸດປະສົງ, ການກຳນົດພື້ນທີໂຄງການ, ບັນດາອົງປະກອບຂອງໂຄງການ ແລະ ງົບປະມານຂອງອົງປະກອນໂຄງການ; ຈາກນັ້ນ ທ່ານຮອງອຳນວຍການວິທະຍາໄລຄູ ໄດ້ຜ່ານບົດລາຍງານການກະກຽມການຝຶກອົບຮົມ.
ຈຸດປະສົງການຝຶກອົບຮົມຄັ້ງນີ້ ແມ່ນການສ້າງຄວາມເຂັ້ມແຂງດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃຫ້ແກ່ອຳນວຍການໂຮງຮຽນປະຖົມ ແລະ ຄູສອນ, ເຊິ່ງການຝຶກອົບຮົມດັ່ງກ່າວສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບເຕັກນິກວິທີການສອນ, ການວັດ-ປະເມີນຜົນການສອນ, ທັກສະການຟັງ ແລະ ການເວົ້າຄຳສັບທີມີພະຍັນສະນະຄອບ-ຕົວສະກົດ, ການອ່ານ, ການຂຽນ ແລະ ເຕັກນິກການສອນວິຊາຄະນິດສາດ, ພ້ອມນັ້ນ ນັກສຳມະນາກອນຍັງໄດ້ລົງສອນສາທິດຕົວຈິງຢູ່ໂຮງຮຽນອ້ອມຂ້າງ ເປັນການແລກປ່ຽນບົດຮຽນໃນການສິດສອນເຊິ່ງກັນ ແລະ ກັນ ເພື່ອນຳໃຊ້ຂີດຄວາມສາມາດໃນການຮຽນຮູ້ໃຫ້ມີປະສິດຕິຜົນ ແລະ ສາດບັນລຸຄາດໝາຍທີ່ກະຊວງສຶກສາທິການ ແລະ ກິລາວ່າງໄວ້, ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ດຳເນີນໄປເປັນເວລາ 5 ວັນ ລະຫວ່າງວັນທີ 27 ເມສາ - 01 ພຶດສະພາ 2026 ຈຶ່ງຈະສຳເລັດ ໂດຍການສະໜັບສະໜູນຂອງກອງທຶນຮ່ວມມືສາກົນເພື່ອການສຶກສາ ຜ່ານກອງທຶນຫັນປ່ຽນລະບົບການສຶກສາ ພາຍໃຕ້ໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ມີຄຳເຫັນໂອ້ລົມ ຮຽກຮ້ອງໃຫ້ສຳມະນາກອນທຸກພາກສ່ວນພ້ອມກັນສຸມທຸກສະຕິປັນຍາ ເຂົ້າໃນການຝຶກອົມຮົມຄັ້ງນີ້ໃຫ້ມີຄວາມເຂົ້າໃຈ, ຮັບຮູ້ເຕັກນິກວິທີການສອນວິຊາພາສາລາວ ແລະ ຄະນິດສາດ, ສາມາດນຳໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນການສິດສອນໃຫ້ໄດ້ຮັບຄຸນນະພາບຂື້ນເທື່ອລະກ້າວ ( ພິເສດ ຄູສອນປະຖົມສຶກສາທົ່ວເມືອງນ້ຳບາກ ຈະໄດ້ຮັບທຶນເພື່ອຍົກລະດັບວຸດທິການສຶກສາແບບຕໍ່ເນື່ອງ ຈຳນວນ 54 ທຶນ ເປົ້າໝາຍຂອງໂຄງການ).
ໂດຍ: ບຸນຄົງ ສົມບຸນສີ
688883614_122128996155228259_3284652414772409472_n.jpg687771934_122128996113228259_1312504663044863793_n.jpg687754304_122128996071228259_4585213161271942637_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງບໍລິການ ການຜະລິດ ວິດີໂອ YouTube ເພື່ອການຝຶກອົບຮົມກ່ຽວກັບການນໍາໃຊ້ EMIS, LESMIS, School Meal App, LIST ແລະ TETH, ສູນສະຖິຕິການສຶກສາ ແລະ ກິລາ (ESSC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 01 – 15 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)

ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງຊຸດ VDO Conference ເພື່ອສະໜອງໃຫ້ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາພາຍໃຕ້ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 12-26 ມິຖຸນາ 2026, ດັ່ງລາຍລະອຽດ ໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)


♦ ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງອຸປະກອນໄອທີ ປະເພດຄອມພີວເຕີ ເພື່ອສະໜອງໃຫ້ 19 ເມືອງ, 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນ ຊຸມຊົນ (Shelter) ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກ ສາທິການ ແລະ ກິລາ ໃນວັນທີ 09 24 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:  ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.ເອກກະສານຄັດຕິດ


♦ ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງເຟີນິເຈີໃຫ້ ຫ້ອງການປະສານງານສາກົນເພື່ອການສຶກສາ ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ກົມແຜນການ ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 11-26 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ


ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງ ລົດຈັກ 110 ຊີຊີ, ຈໍານວນ 19 ຄັນ ໃຫ້ 19 ເມືອງ ໃນ 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນຊຸມຊົນ (Shelter) ພາຍ ໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP. ສະນັ້ນ, ຈຶ່ງຮຽນສະເໜີມາຍັງ ທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 09 - 24 ມິຖຸນາ 2026, ດັ່ງລາຍ ລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.  

ເອກະສານປະກາດ (1 ສະບັບ)