ສສກ ຖະແຫຼງການຜົນສໍາເລັດການຈັດຕັ້ງການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ລະດັບຊາດ ປະຈຳສົກຮຽນ 2025-2026
ໃນວັນທີ 04 ພຶດສາພາ 2026 ທີ່ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ໄດ້ຖະແຫຼງການ ຜົນສຳເລັດ ການຈັດຕັ້ງການສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ສົກຮຽນ 2025-2026, ໂດຍການຖະແຫຼງຂອງ ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ.
ການຖະແຫລງຂ່າວໃນຄັ້ງນີ້້ ແມ່ນກ່ຽວກັບຜົນຂອງການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ເຊິ່ງເປັນກິດຈະກຳໜຶ່ງທີ່ສໍາຄັນ ແລະ ເປັນບູລິມະສິດຂອງກະຊວງສຶກສາທິການ ແລະ ກິລາ ໂດຍຄະນະພັກ-ຄະນະນໍາ ກະຊວງສຶກສາທິການ ແລະ ກິລາ ຍາມໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການຈັດຕັ້ງການຮຽນ-ການສອນ ແລະ ການສອບເສັງແຂ່ງຂັນນັກຮຽນເກັ່ງ ໃນສົກປີ 2025- 2026 ໄດ້ຈັດການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະ ຍົມສຶກສາຂຶ້ນໃນ ວັນທີ 20-24 ເມສາ 2026. ໂດຍມີຈຸດປະສົງເພື່ອ: 1)ວັດ ແລະປະເມີນຜົນ ດ້ານການສິດສອນຂອງຄູ ແລະ ຜົນການຮຽນຂອງນັກຮຽນ, ເພື່ອກະຕຸກຊຸກຍູ້ການຮຽນ-ການສອນໃນໂຮງຮຽນໃຫ້ດີຂຶ້ນແລະ ໃຫ້ຄູມີການພັດທະນາ ການສອນ ແລະ ຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະ; 2) ສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກ ດ້ານຄວາມຮູ້-ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງຕົນເອງ; 3) ສົ່ງເສີມ ແລະ ຊຸກຍູ້ຂະບວນການສອນດີ-ຮຽນເກັ່ງ ຢູ່ໃນໂຮງຮຽນມັດທະຍົມ ໃນຂອບເຂດທົ່ວປະເທດ ໃຫ້ມີລັກສະນະແຂ່ງຂັນ ແລະ ມີຄຸນນະພາບ, ສົ່ງເສີມໃຫ້ນັກຮຽນທີ່ມີພອນສະຫວັນ ແລະ ມີຄວາມສາມາດໃຫ້ໄດ້ຮຽນໃນລະດັບສູງຂຶ້ນ ທັງສ້າງນັກຮຽນເກັ່ງລະດັບຊາດ ສາມາດເຂົ້າຮ່ວມການແຂ່ງຂັນລະດັບຕ່າງໆໃນຂົງເຂດພາກພື້ນ ແລະ ສາກົນ.
ໃນສົກຮຽນນີ້ ແມ່ນມີນັກຮຽນເກັ່ງທີ່ເປັນຕົວແທນ ມາຈາກ ນະຄອນຫຼວງ ແລະ 17 ແຂວງ ທີ່ເຂົ້າຮ່ວມການແຂ່ງຂັນທັງໝົດ 288 ຄົນ, ສາມະເນນ 2 ອົງ, ຍິງ 165 ຄົນ (57,29%), ມາຈາກໂຮງຮຽນພາກລັດ 229 ຄົນ (79,51%), ພຣະສົງ 2 ອົງ (0,69%), ມາຈາກໂຮງຮຽນພາກເອກະຊົນ 59 ຄົນ(20,49%), ໃນນີ້ມີນັກສອບເສັງທີ່ເປັນ ກຸ່ມພາສາ ລາວ-ໄຕ 195 ຄົນ (67,71%), ມົ້ງ-ອິວມຽນ 60 ຄົນ (20,83%), ມອນ-ຂະແມ 21 ຄົນ ( 7,29%), ຈີນ-ຕີເບດ 12 ຄົນ (4,17%). ພິເສດ ໃນສົກຮຽນນີ້ ມີນັກສອບເສັງ ມ.7 ທີ່ເຄີຍເຂົ້າຮ່ວມ ສອບເສັງແຂ່ງຂັນລະດັບຊາດ ຂັ້ນ ມ.4 ໃນສົກຮຽນ 2022-2023 ຈາກ 13 ແຂວງ ແລະ ນະຄອນຫຼວງວຽງຈັນ ມີເຖິງ 21 ຄົນ, ຍິງ 11 ຄົນ.(ກົວມເອົາ 7,64% ຂອງຈໍານວນຜູ້ເຂົ້າຮ່ວມສອບເສັງທັງໝົດ).
ການດໍາເນີນການສອບເສັງ ແລະ ຈັດກິດຈະກໍາຕ່າງໆ ແມ່ນດໍາເນີນໄປລະຫວ່າງວັນທີ 20-24 ເມສາ 2026 ລະອຽດດັ່ງນີ້: 1) ສອບເສັງ 4 ວິຊາຫຼັກ: ພາສາລາວ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ; 2) ສອບເສັງ ຖາມ-ຕອບ ຄໍາຖາມວິທະຍາສາດ; 3) ໄປທັດສະນະສຶກສາ ສະຖານທີ່ປະຫວັດສາດຂອງຊາດ; ວິທະຍາໄລເຕັກນິກການລົດໄຟຫຼັກ 16, ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະໂຮງຮຽນ ນານາຊາດ; 4) ການກວດບົດສອບເສັງ ແລະ ຕັດສິນຜົນການສອບເສັງ; 5) ຈັດກອງປະຊຸມ ຖອດຖອນບົດຮຽນຮ່ວມກັບ ຄູນຳພາ, ພະແນກ ສສກ ນະຄອນຫຼວງ, ພະແນກສສກ17ແຂວງ; 6) ຈັດກອງປະຊຸມສະຫຼຸບ ແລະ ປະກາດຜົນການສອບເສັງ; ມອບຫຼຽນ, ມອບລາງວັນ ແລະ ໃບຍ້ອງຍໍໃຫ້ນັກຮຽນທີ່ສອບເສັງໄດ້ອັນດັບທີ 1, 2, 3 ແລະ ລາງວັນຊົມເຊີຍ ໃນວັນທີ 24 ເມສາ 2026.
ຜົນການຖາມ-ຕອບຄໍາຖາມວິທະຍາສາດ ສາມາດສະຫລຸບໄດ້ດັ່ງນີ້: ລາງວັນທີ 1 ແຂວງບໍ່ແກ້ວ, ລາງວັນທີ 2 ແຂວງ ຫຼວງນໍ້າທາ, ລາງວັນທີ 3 ແຂວງ ຈໍາປາສັກ, ລາງວັນຊົມເຊີຍ ແຂວງ ສະຫວັນນະເຂດ.
ຜົນການສອບເສັງແຂ່ງຂັນໃນ 4 ວິຊາຫຼັກ ປະກອບມີ: ວິຊາພາສາລາວ-ວັນນະຄະດີ, ວິຊາຄະນິດສາດ, ວິຊາຟີຊິີກສາດ ແລະວິຊາເຄມີສາດ. ຜົນການສອບເສັງແຂ່ງຂັນນັກຮຽນເກັ່ງ ລະດັບຊາດ ຊັ້ນມັດທະຍົມສຶກສາ ປະຈໍາສົກຮຽນ 2025-2026 ຕາມຂໍ້ຕົກລົງ ສະບັບເລກທີ1890/ສສກ, ລົງວັນທີ 23 ເມສາ 2026, ເຊິ່ງໃນຂໍ້ຕົກລົງ ໄດ້ເຫັນດີ ເອົາ ນັກຮຽນ ເກັ່ງຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ລະດັບຊາດ ຈໍານວນ 25 ຄົນ ທີ່ມີຜົນງານດີເດັ່ນ ໃນການເຂົ້າຮ່ວມສອບເສັງແຂ່ງຂັນຄັ້ງນີ້ ໄດ້ຄະແນນດີເລີດອັນດັບທີ 1, 2, 3 ແລະໄດ້ປະກາດ ຄັ້ງວັນທີ 24 ເມສາ 2026. ຫຼັງຈາກທີ່ໄດ້ປະກາດຜົນໃນວັນທີ 24 ເມສາ 2026, ໃນຕອນແລງຂອງວັນດຽວກັນ ພະແນກສຶກສາທິການ ແລະ ກິລາ ແຂວງຈໍາປາສັກໄດ້ສະເໜີມາຍັງກົມສາມັນສຶກສາເພື່ອກວດຄືນຄວາມຖືກຕ້ອງໃນການບັນທຶກຄະແນນຂອງ ທ້າວ ພອນພະສິດ ບົວລະວົງ ນັກສອບເສັງວິຊາຄະນິດສາດ ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແຂວງຈໍາປາສັກ. ກົມສາມັນສຶກສາ ກໍ່ໄດ້ຮີບຮ້ອນປະສານຫາຄະນະກຳມະການກວດ (ເຈັ້ຍຄຳຕອບ) ບົດສອບເສັງ ເພື່ອກວດກາຄືນໂດຍອີງໃສ່ກົດລະບຽບຂອງການສອບເສັງທີ່ໄດ້ລະບຸໄວ້ ແມ່ນການກວດບົດ ຫຼື ກວດເຈັ້ຍຄຳຕອບບົດສອບເສັງ ຄະນະກຳມະການ ຕ້ອງຊື່ສັດຍຸຕິທຳ ແລະ ຕ້ອງຮັບປະກັນຄວາມໂປ່ງໃສ, ສາມາດກວດສອບໄດ້ ແນໃສ່ໃຫ້ນັກສອບເສັງທຸກຄົນໄດ້ຮັບຄວາມຍຸຕິທໍາເທົ່າທຽມກັນ.
ໃນຕອນເຊົ້າວັນທີ 25 ເມສາ 2026, ກົມສາມັນສຶກສາ ຈຶ່ງໄດ້ຮຽກຄະນະກຳມະການຮັບຜິດຊອບກວດເຈ້ຍຄໍາຕອບ ວິຊາດັ່ງກ່າວເພື່ອມາກວດກາຄືນ ເເລະ ເຫັນໄດ້ວ່າ ຄະແນນຕົວຈິງຂອງຜູ້ກ່ຽວທີ່ຕອບໄດ້ແມ່ນຖືກຕ້ອງຕາມຜົນການກວດ ແຕ່ເວລາຜູ້ບັນທຶກຄະແນນລົງໃນຟອມມີຄວາມຜິດພາດ ເຮັດໃຫ້ຜູ້ຮັບຜິດຊອບປ້ອນຄະແນນໃສ່ບົດລາຍງານຜົນຂອງຄະແນນ ບໍ່ຖືກຕ້ອງຕາມຄະແນນຕົວຈິງ. ຫລັງຈາກສັງລວມຄະແນນຄືນໃໝ່ແລ້ວ ເຫັນວ່າຄະແນນຂອງຜູ້ກ່ຽວເທົ່າກັບຄະແນນອັນດັບໜຶ່ງ ຄື 9,50. ສະນັ້ນ, ເພື່ອເຮັດໃຫ້ຜູ້ກ່ຽວໄດ້ຮັບຄວາມຍຸຕິທໍາ ກົມສາມັນສຶກສາ ຈຶ່ງໄດ້ດຳເນີນການຮີບດ່ວນ ໂດຍໄດ້ລາຍງານ ແລະ ຂໍທິດຊີ້ນຳ ນໍາຄະນະນຳກະຊວງສຶກສາທິການ ແລະກິລາ ເພື່ອພິຈາລະນາຮັບຮອງຜູ້ກ່ຽວເປັນນັກຮຽນເກັ່ງລະດັບຊາດ ໃນສົກຮຽນ 2025-2026 ປະເພດທີ I ອີກ 1 ຄົນ ໃນວິຊາ ຄະນິດສາດ ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ພ້ອມທັງສະເໜີ ໃຫ້ໄດ້ຮັບຫຼຽນຄໍາ ແລະ ເງິນລາງວັນຕາມຈໍານວນທີ່ນັກສອບເສັງຄົນອື່ນໄດ້ຮັບໃນປະເພດດຽວກັນ ພ້ອມທັງສະເໜີຂໍຈັດພິທີປະກາດ ມອບລາງວັນ ໃຫ້ຜູ້ກ່ຽວໃນເວລາອັນຄວນ ແລະໄດ້ແຈ້ງໃຫ້ພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກຮັບຊາບໃນວັນດຽວກັນ.
ຫລັງຈາກນັ້ນ, ກະຊວງສຶກສາທິການ ແລະ ກິລາ ໄດ້ແຈ້ງຫາພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ເພື່ອແຈ້ງໃຫ້ ທ້າວ ພອນພະສິດ ບົວລະວົງ ຂຶ້ນມາຮັບລາງວັນ ພ້ອມດ້ວຍ ຜູ້ຕິດຕາມຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ແຂວງ ຈຳປາສັກ, ຄູອາຈານຜູ້ນຳພາ ໃນວັນຈັນ ວັນທີ 27 ເມສາ 2026 ທີ່ ໂຮງແຮມດອນຈັນ ພາເລດ ພ້ອມທັງໄດ້ ປະກາດ ແລະອອກຂ່າວ ໃຫ້ທົ່ວປະເທດ ແລະສັງຄົມ ຮັບຊາບຕໍ່ການມອບລາງວັນທີ 1 ຂອງຜູ້ກ່ຽວ ໃນຄັ້ງນີ້ ພ້ອມທັງໄດ້ອອກຂໍ້ຕົກລົງຄືນໃໝ່ ສະບັບ ເລກທີ 1927 ລົງວັນທີ 27 ເມສາ 2026 ໂດຍປ່ຽນແທນສະບັບ ເລກທີ 1890/ສສກ, ລົງວັນທີ 23 ເມສາ 2026. ເຊີ່ງໃນຂໍ້ຕົກລົງສະບັບໃໝ່ ໄດ້ເຫັນດີຮັບຮອງ ເອົາ ນັກຮຽນ ເກັ່ງຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ລະດັບຊາດ ຈໍານວນ 26 ຄົນ (ຕາມແຜນ ແມ່ນ 24 ຄົນໃນ 24 ລາງວັນ ແຕ່ເນື່ອງຈາກລາງວັນທີ 3 ໃນວິຊາຄະນິດສາດ ຂັ້ນ ມ.4 ໄດ້ ຄະແນນ 7.50 ເທົ່າກັນ 2 ຄົນໃນອັນດັບ ທີ 3 ທີ່ ປະກາດໄປແລ້ວໃນວັນທີ 24 ເມສາ 2026 ແລະ ໄດ້ອັນດັບ 1 ຄະແນນ 9,50 ເທົ່າກັນ 2 ຄົນ ໃນວິຊາຄະນິດສາດ) ເຊີ່ງສາມາດສະຫລຸບຜົນຄະແນນ ວິຊາ ຄະນິດສາດ ຂັ້ນ ມ.4 ມີດັ່ງນີ້: ອັນດັບ 1 ຄະແນນ 9,50 ເທົ່າກັນ 2 ຄົນຄື: ນາງ ຟ້າໃສ ທຳມະໂກດ ໂຮງຮຽນ ມ.ສ ທ່າໂທມ ແຂວງ ໄຊສົມບູນ, ທ້າວ ພອນພະສິດ ບົວລະວົງ ໂຮງຮຽນ ມ.ສ ຫົວສຽວ ແຂວງ ຈໍາປາສັກ, ອັນດັບທີ 2 ຄະແນນ 8,75, ນາງ ອິນທິດາ ໄຊຍະສຸກ ໂຮງຮຽນ ມ.ສ ສິນໄຊ ນະຄອນຫຼວງວຽງຈັນ, ອັນດັບທີ 3 ຄະແນນ 7,50 ເທົາກັນ 2 ຄົນ, ທ້າວ ອາລີຊົົ່ງ ເຍ່ຍຕູ້ ໂຮງຮຽນ ມ.ຕ ເທບປັນຍາ ແຂວງ ຫຼວງພະບາງ, ທ້າວ ເລືອງມະໂນ ສຸນີໄຊ ໂຮງຮຽນ ມ.ສ ສາມັນມິດຕະພາບລາວ-ຫວຽດ ແຂວງ ສະຫວັນນະເຂດ, ລາງວັນ ຊົມເຊີຍ: ມີ 4 ຄົນທີ່ ໄດ້ຄະແນນ 6 ຂື້ນໄປ ໃນວິຊາຄະນິດສາດ ມ4 ໃນສົກ 2025-2026 (ຕາມຄູ່ມືນະໂຍບາຍ ລາງວັນ ຊົມເຊີຍ ຄະແນນ 6 ຂຶ້ນໄປ).
ຜ່ານການຕີລາຄາ ເຫັນວ່າການຈັດການຮຽນການສອນໄດ້ຮັບຜົນດີຂຶ້ນ ເຊິ່ງສະແດງໃຫ້ເຫັນໄດ້ໃນ ຜົນການຮຽນຂອງນັກຮຽນໃນສົກ 20205-2026 ໄດ້ຄະແນນສູງກ່ວາ 3 ປີ ຜ່ານມາ ນອກຈາກຄະນິດສາດ ຄະແນນສູງ ໄດ້ 9,50 ແລ້ວ ຍັງມີ: ວິຊາ ຟີຊິກສາດ 9,80 , ເຄມີສາດ 9,75 ແລະ ໃນຊັ້ນ ມ4 ໃນສົກນີ້ມີອັນດັບ ທີ 1 ແລະ ອັນດັບ ທີ 3 ມີ ຄະແນນເທົ່າກັນ ພ້ອມນີ້ ລາງວັນຊົມເຊີຍ ທັງ ມ.4 ແລະ ມ.7 ລວມ 4 ວິຊາ ໄດ້ 40 ລາງວັນ (ເຊີ່ງຜ່ານມາ ມີ ພຽງ 8 ລາງວັນທັງ ມ.4 ແລະ ມ.7) ເຮັດໃຫ້ຜົນຂອງການສອບເສັງນັກຮຽນເກົ່ງໃນສົກຮຽນນີ້ ໄດ້ກະຈາຍໄປໃນຫລາຍແຂວງ.
ຕໍ່ກັບເຫດການເກີດຂຶ້ນໃນຄັ້ງນີ້, ກະຊວງສຶກສາທິການ ແລະ ກິລາ ໃນນາມເປັນຜູ້ຈັດການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາທົ່ວປະເທດ ຮູ້ສຶກເສຍໃຈຕໍ່ກັບເຫດການທີ່ເກີດຂຶ້ນ ແລະ ຈະຖືເອົາຄວາມຜິດພາດຄັ້ງນີ້ ເປັນບົດຮຽນ ຄັ້ງຍິ່ງໃຫຍ່ ແລະ ຈະເຮັດວຽກໃນຄັ້ງຕໍ່ໄປໃຫ້ຮັດກຸມກວ່າເກົ່າ ພ້ອມທັງຮັບປະກັນວ່າ ຈະບໍ່ໃຫ້ເກີດເຫດການໃນລັກສະນະນີ້ອີກໃນຄັ້ງຕໍ່ໄປ ແລະ ໄດ້ປະຕິບັດວິໄນທາງບໍລິຫານຕໍ່ກັບອະນຸກໍາມະການວິຊາຄະນິດສາດທັງໝົດຕາມລະບຽບການ.
ເພື່ອສືບຕໍ່ຊຸກຍູ້ສົ່ງເສີມຂະບວນການສອນດີຮຽນເກັ່ງ ແລະ ສ້າງສະພາບແວດລ້ອມການຮຽນທີ່ດີພາຍໃນໂຮງຮຽນກະຊວງສຶກສາທິການ ແລະ ກິລາ ຈຶ່ງຂໍຮຽກຮ້ອງ ມາຍັງທຸກພາກສ່ວນໃນສັງຄົມ, ອໍານາດການປົກຄອງທຸກຂັ້ນ, ຜູ້ບໍລິຫານການສຶກສາທຸກຂັ້ນ ຈົ່ງໄດ້ຫັນມາຮ່ວມກັນ ເພື່ອພ້ອມກັນພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໄປສູ່ການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ບຸກທະລຸດ້ານຄຸນນະພາບການສຶກສາໃຫ້ສູງຂື້ນຢ່າງບໍ່ຢຸດຢັ້ງ.