ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ ແລະ ສະຖານທູດອົດສະຕຣາລີ ໄດ້ຢ້ຽມຢາມໂຮງຮຽນປະຖົມໃນແຂວງຫຼວງນ້ຳທາ ເພື່ອສັງເກດການຜົນໄດ້ຮັບຂອງສື່ການຮຽນການສອນຝຶກເວົ້າພາສາລາວ ຂັ້ນ ປ.1.

 ຄະນະຜູ້ແທນນຳໂດຍ ທ່ານ ປອ. ວົງເພັດ ອຸດົມລິດ, ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ແລະ ທ່ານ ໄມໂຄ ຄາຣີ, ເລຂາເອກສະຖານທູດອົດສະຕຣາລີ, ໄດ້ຢ້ຽມຢາມແຂວງຫຼວງນໍ້າທາ ໃນລະຫວ່າງວັນທີ 27 ຫາ 29 ເມສາ 2026 ເພື່ອຮັບຮູ້ກ່ຽວກັບການຈັດຕັ້ງປະຕິບັດສື່ການຮຽນການສອນຝຶກເວົ້າພາສາລາວ ຂັ້ນ ປ.1. ການຢ້ຽມຢາມດັ່ງກ່າວຍັງໄດ້ສະແດງໃຫ້ເຫັນວ່າ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນ ຊ່ວຍໃຫ້ຄູອາຈານຈັດຕັ້ງປະຕິບັດການສອນບົດຮຽນຝຶກເວົ້າພາສາລາວ ແລະ ໃຫ້ການຊ່ວຍເຫຼືອນັກຮຽນທີ່ເວົ້າພາສາເຜົ່າທີ່ບໍ່ແມ່ນພາສາລາວຢູ່ເຮືອນ ໃຫ້ມີສ່ວນຮ່ວມ ແລະ ຮຽນຢູ່ໂຮງຮຽນໄດ້ຫຼາຍຂຶ້ນ.

ຄະນະຜູ້ແທນປະກອບມີ ຜູ້ຕາງໜ້າຈາກສູນຄົ້ນຄວ້າພາສາລາວສຳລັບຊົນເຜົ່າ, ສວສ, ກົມແຜນການ, ກົມສ້າງຄູ, ພະແນກປະຖົມ ແລະ ການສຶກສາຮຽນຮ່ວມ, ກົມສາມັນສຶກສາ, ສະຖານທູດອົດສະຕຣາລີ ແລະ ຜູ້ຊ່ຽວຊານ ແຜນງານບີຄວາ.

ໃນລະຫວ່າງການຢ້ຽມຢາມ, ຄະນະຜູ້ແທນໄດ້ສັງເກດການສອນບົດຮຽນຝຶກເວົ້າພາສາລາວໃນໂຮງຮຽນປະຖົມຫຼາຍແຫ່ງ ແລະ ໄດ້ພົບປະກັບຄູອາຈານ, ຜູ້ອຳນວຍການໂຮງຮຽນ, ຜູ້ເຮັດວຽກສຶກສານິເທດພາຍໃນ ແລະ ພາຍນອກ, ພະນັກງານຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ) ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ (ສກຂ) ພ້ອມດ້ວຍທີມງານວິຊາການ ແລະ ທີມງານຜູ້ປະສານງານຫຼັກ ຈາກວິທະຍາໄລຄູ. ຄະນະຜູ້ແທນໄດ້ປຶກສາຫາລື ກ່ຽວກັບຄວາມຄືບໜ້າ ແລະ ສິ່ງທ້າທາຍ, ພ້ອມທັງການສະໜັບສະໜູນຂັ້ນໂຮງຮຽນ ແລະ ສິ່ງທີ່ຄູຕ້ອງການ ເພື່ອປັບປຸງຜົນການຮຽນຂອງເດັກນ້ອຍໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

Children were happy to receive learning materials and sports equipment from the delegation

ສື່ການຮຽນການສອນຝຶກເວົ້າພາສາລາວ ຖືກອອກແບບມາເພື່ອຊ່ວຍເດັກທີ່ເລີ່ມເຂົ້າຮຽນ ແຕ່ບໍ່ສາມາດເວົ້າພາສາລາວໄດ້ດີເທື່ອ. ບົດຮຽນຝຶກເວົ້າພາສາລາວແມ່ນສື່ການສອນເສີມ, ແຕ່ສອດຄ່ອງກັບບົດຮຽນພາສາລາວໃນຫຼັກສູດ ຂັ້ນ ປ.1 ທີ່ໄດ້ສອນໃນຕອນບ່າຍຢ່າງໜ້ອຍສາມມື້ຕໍ່ອາທິດ ແລະ ແຕ່ລະບົດຮຽນຂອງທັງໝົດ 30 ບົດ ແມ່ນສອດຄ່ອງກັບບົດຮຽນວິຊາພາສາລາວ 30 ບົດ. ບົດຮຽນເຫຼົ່ານີ້ ໃຫ້ເວລາເພີ່ມ ແລະ ຊ່ວຍສະໜັບສະໜູນແກ່ເດັກເພື່ອເສີມສ້າງທັກສະພາສາລາວຂອງເຂົາເຈົ້າ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າໃຈສິ່ງທີ່ຄູສອນ, ສາມາດເຂົ້າຮ່ວມກິດຈະກຳໃນຫ້ອງຮຽນ ແລະ ຮຽນວິຊາອື່ນໆໄດ້ດີຂຶ້ນ. ບົດຮຽນຝຶກເວົ້າພາສາລາວແມ່ນສ່ວນໜຶ່ງທີ່ສຳຄັນຂອງຄວາມພະຍາຍາມ ເພື່ອສົ່ງເສີມການຮຽນຮ່ວມໃຫ້ຫຼາຍຂຶ້ນ ສຳລັບເດັກທີ່ມາຈາກພື້ນຖານພາສາທີ່ຫຼາກຫຼາຍ.

Dr Vongphet Oudomlit Director General of RIES observe a Spoken Lao lesson

ວິທີການດັ່ງກ່າວໄດ້ຖືກທົດລອງໃຊ້ເປັນຄັ້ງທຳອິດໃນຫຼາຍແຂວງ ແລະ ຫຼັງຈາກຜົນໄດ້ຮັບໃນທາງທີ່ດີ ໄດ້ຖືກນຳສະເໜີໃນລະດັບປະເທດໃນປີຮຽນ 2024–2025. ປັດຈຸບັນນີ້, ວິທີການດັ່ງກ່າວກຳລັງຊ່ວຍນັກຮຽນ ຂັ້ນປ.1 ໃນໂຮງຮຽນຕ່າງໆໃນທຸກແຂວງ ທີ່ເດັກຫຼາຍຄົນຕ້ອງການການສະໜັບສະໜູນເປັນພິເສດ ເພື່ອຮຽນຮູ້ທັກສະພາສາລາວໃນຕອນເລີ່ມຕົ້ນການຮຽນຂອງເຂົາເຈົ້າ.

MoeS and Australian Embassy delegation visited Luang Namtha TTC to discuss implementation of Spoken Lao and teacher support

ທ່ານ ປອ. ວົງເພັດ ອຸດົມລິດ ໄດ້ກ່າວວ່າ: “ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ຮ່ວມມືກັນຢ່າງໃກ້ຊິດ ໂດຍຜ່ານແຜນງານບີຄວາ ເພື່ອເສີມສ້າງການຮຽນຮູ້ພາສາລາວ ສຳລັບເດັກນ້ອຍທີ່ເລີ່ມເຂົ້າຮຽນ ແຕ່ຍັງເວົ້າພາສາເຜົ່າຢູ່ເຮືອນ. ສື່ການຮຽນການສອນຝຶກພາສາລາວ ໄດ້ຖືກທົດສອບໃນຫຼາຍແຂວງກ່ອນທີ່ຈະຂະຫຍາຍໄປທົ່ວປະເທດໃນສົກຮຽນປີຮຽນ 2024–2025. ສິ່ງທີ່ພວກເຮົາເຫັນໃນຫ້ອງຮຽນສະແດງໃຫ້ເຫັນວ່າ ບົດຮຽນຊ່ວຍໃຫ້ເດັກນ້ອຍເວົ້າໄດ້ຢ່າງໝັ້ນໃຈ, ເຂົ້າໃຈດີຂຶ້ນ, ແລະ ມີສ່ວນຮ່ວມຢ່າງຫ້າວຫັນໃນການຮຽນ. ໂດຍອີງໃສ່ຄວາມສຳເລັດຂອງການຈັດຕັ້ງປະຕິບັດໃນ ຂັ້ນ ປ.1, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ກຳລັງພັດທະນາບົດຮຽນສຳລັບ ຂັ້ນ ປ.2 ດ້ວຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ບົດຮຽນທີ່ໄດ້ຮຽນຮູ້ຈາກຂັ້ນ ປ. 1 ກຳລັງຖືກນຳໃຊ້ເພື່ອເຮັດໃຫ້ສື່ການຮຽນການສອນ   ໃໝ່ນີ້ງ່າຍຂຶ້ນສຳລັບຄູ ແລະ ມີປະສິດທິພາບຫຼາຍຂຶ້ນສຳລັບນັກຮຽນ. ສື່ການຮຽນການສອນດັ່ງກ່າວ ຈະພ້ອມນຳໃຊ້ໃນສົກຮຽນ 2027-2028.” 

Mr Michael Currie First Secreatry of Australian Embassy envourages young students to continue learning

ທ່ານ ໄມໂຄ ຄາຣີ, ເລຂາເອກສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ການປັບປຸງຜົນຮຽນສຳລົບເດັກທີ່ເຂົ້າຮຽນໃນໂຮງຮຽນຊັ້ນປະຖົມ ແຕ່ບໍ່ສາມາດເວົ້າພາສາລາວທີ່ໃຊ້ໃນການສອນໄດ້ດີເທື່ອ ແມ່ນບັນຫາຄວາມສະເໝີພາບທີ່ສຳຄັນ. ໂດຍມີ ປະມານ 40% ຂອງນັກຮຽນ ແມ່ນນັກຮຽນເວົ້າພາສາເຜົ່າທີ່ບໍ່ແມ່ນພາສາລາວ. ຝຶກເວົ້າພາສາລາວ ສະແດງໃຫ້ເຫັນວ່າ ເປັນການທົດລອງ        ທີ່ປະສົບຜົນສຳເລັດ ສາມາດຂະຫຍາຍເປັນວິທີການປະຕິບັດໃນທົ່ວປະເທດ ເຊິ່ງສະໜັບສະໜູນການຮຽນຮ່ວມ. ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໃນຄວາມພະຍາຍາມທີ່ສຳຄັນນີ້. ເມື່ອເດັກນ້ອຍມີທັກສະພາສາທີ່ເຂັ້ມແຂງແຕ່ຍັງນ້ອຍ, ເຂົາເຈົ້າຈະສາມາດມີສ່ວນຮ່ວມ ແລະ ປະສົບຜົນສຳເລັດໃນໂຮງຮຽນໄດ້ດີຂຶ້ນ.”

Spoken Lao help students from non Lao speaking background learn the language skills they need for learning

ການຢ້ຽມຢາມຍັງໄດ້ເນັ້ນໃຫ້ເຫັນເຖິງການຊ່ວຍເຫຼືອທີ່ຄູໄດ້ຮັບ ເພື່ອຊ່ວຍໃຫ້ເຂົາເຈົ້ານຳໃຊ້ສື່ການຮຽນການສອນຝຶກເວົ້າພາສາລາວ ໄດ້ຢ່າງມີປະສິດທິພາບ. ຄະນະຜູ້ແທນໄດ້ສົນທະນາກ່ຽວກັບ ວິທີທີ່ຜູ້ເຮັດວຽກສຶກສານິເທດພາຍໃນ ໂດຍການຮ່ວມມືກັບ ວຄ ແລະ ສກມ, ສະເໜີການສະໜັບສະໜູນການພັດທະນາວິຊາຊີບຄູເປັນປະຈຳ, ສາມາດປະຕິບັດໄດ້ ແລະ ເໝາະສົມກັບຄູ. ການສະໜັບສະໜູນນີ້ເກີດຂຶ້ນ ຜ່ານຫຼາຍວິທີການທີ່ແຕກຕ່າງກັນ ຊັ່ນ: ການສັງເກດການສອນໃນຫ້ອງຮຽນ, ການສົນທະນາແບບເປັນທາງການ ແລະ ບໍ່ເປັນທາງການ, ການສອນເປັນຄູ່, ການກວດສອບທາງໄກ ແລະ ການສົ່ງຂໍ້ຄວາມ ວັອດແອັບ, ສ່ວນຫຼາຍຈະນຳໃຊ້ຊັບພະຍາກອນເຊັ່ນ: ໂມດູນຕ່າງໆໃນຊຸດອຸປະກອນຊ່ວຍເຫຼືອຄູ ແລະ ວິດີໂອສຳລັບການພັດທະນາຄູ ດ້ານເນື້ອໃນ ແລະ ຄຳແນະນຳດ້ານວິຊາການ. ການສະໜັບສະໜູນແມ່ນໄດ້ດັດປັບເຂົ້າກັບຄວາມຕ້ອງການຂອງຄູແຕ່ລະຄົນ, ນັບແຕ່ການແຕ່ງບົດສອນໄປຈົນເຖິງການນຳໃຊ້ເອກະສານ ແລະ ສື່ການຮຽນການສອນໃນຫ້ອງຮຽນ. ດັ່ງນັ້ນ, ຄູສາມາດນຳໃຊ້ທັກສະໃໝ່ໄດ້ທັນທີ. ຮູບແບບການຊ່ວຍເຫຼືອເຫຼົ່ານີ້ ຊ່ວຍໃຫ້ຄູສ້າງຄວາມໝັ້ນໃຈ ແລະ ແກ້ໄຂຄວາມຕ້ອງການການຮຽນຮູ້ທີ່ແຕກຕ່າງກັນຂອງນັກຮຽນໃນຫ້ອງຮຽນໄດ້ດີຂຶ້ນ.

Students use hand made puppets to practice conversation in Spoken Lao lesson

ທ່ານ ປອ. ວົງເພັດ ອຸດົມລິດ ໄດ້ກ່າວຕື່ມວ່າ: “ຄະນະຜູ້ແທນໄດ້ຮັບຟັງຄຳຄິດເຫັນຈາກຄູອາຈານ ແລະ ຜູ້ເຮັດວຽກສຶກສານິເທດວ່າ ການສະໜັບສະໜູນຕົວຈິງ ແລະ ເປັນປະຈຳສ້າງຄວາມແຕກຕ່າງຢ່າງແທ້ຈິງໃນການສອນປະຈຳວັນຂອງຄູ. ໄດ້ຊ່ວຍໃຫ້ຄູປັບປຸງທັກສະຂອງເຂົາເຈົ້າ, ເສີມສ້າງການສອນໃນຫ້ອງຮຽນ ແລະ ສະໜັບສະໜູນນັກຮຽນໄດ້ດີຂຶ້ນ, ໂດຍສະເພາະ ຜູ້ທີ່ມີຄວາມຫຍຸ້ງຍາກໃນການຮຽນຮູ້. ເມື່ອຄູໄດ້ຮັບການສະໜັບສະໜູນເປັນຢ່າງດີ, ເຂົາເຈົ້າຈະມີຄວາມໝັ້ນໃຈ ແລະ ມີປະສິດທິພາບໃນການສອນຫຼາຍຂຶ້ນ. ສິ່ງນີ້ຊ່ວຍນັກຮຽນທຸກຄົນ ໂດຍສະເພາະເດັກທີ່ຕ້ອງການການສະໜັບສະໜູນດ້ານພາສາເພີ່ມ ເມື່ອເລີ່ມເຂົ້າຮຽນ.”

 

ທ່ານ ໄມໂຄ ຄາຣີ ໄດ້ກ່າວຕື່ມວ່າ: “ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການສ້າງລະບົບທີ່ຊ່ວຍໃຫ້ຄູສືບຕໍ່ຮຽນຮູ້ ແລະ ປັບປຸງຕົນເອງ. ຄວາມກ້າວໜ້າທີ່ພວກເຮົາເຫັນໄດ້ໃນແຂວງຫຼວງນ້ຳທາ ສະແດງໃຫ້ເຮົາເຫັນວ່າ ຄວາມນະພາບຂອງການສຶກສາຂັ້ນພື້ນຖານ ແມ່ນເລີ່ມຕົ້ນຈາກການສະໜັບສະໜູນຄູ ແລະ ຮັບປະກັນວ່າ ເດັກທຸກຄົນເຂົ້າເຖິງປະສົບການການຮຽນຮູ້ທີ່ມີຄຸນນະພາບ ແມ່ນເປັນການລົງທຶນທີ່ຄຸ້ມຄ່າໃນອະນາຄົດຂອງ ສປປ ລາວ.”

ການຢ້ຽມຢາມດັ່ງກ່າວ ໄດ້ຢືນຢັນຄວາມມຸ່ງໝັ້ນຮ່ວມກັນຂອງລັດຖະບານ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ໃນການສະໜັບສະໜູນ ການສຶກສາຮຽນຮ່ວມ ແລະ ຊ່ວຍໃຫ້ເດັກນ້ອຍ ມີໂອກາດປະສົບຜົນສຳເລັດໃນໂຮງຮຽນຫຼາຍຂຶ້ນ. ລັດຖະບານທັງສອງ ມີວິໄສທັດອັນດຽວກັນວ່າ ການສຶກສາແມ່ນການລົງທຶນມີໝາກຜົນອັນສຳຄັນ ທີ່ເປັນປະໂຫຍດຕໍ່ເດັກ, ຊຸມຊົນ ແລະ ປະເທດຊາດ.

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງບໍລິການ ການຜະລິດ ວິດີໂອ YouTube ເພື່ອການຝຶກອົບຮົມກ່ຽວກັບການນໍາໃຊ້ EMIS, LESMIS, School Meal App, LIST ແລະ TETH, ສູນສະຖິຕິການສຶກສາ ແລະ ກິລາ (ESSC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 01 – 15 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)

ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງຊຸດ VDO Conference ເພື່ອສະໜອງໃຫ້ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາພາຍໃຕ້ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 12-26 ມິຖຸນາ 2026, ດັ່ງລາຍລະອຽດ ໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)


♦ ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງອຸປະກອນໄອທີ ປະເພດຄອມພີວເຕີ ເພື່ອສະໜອງໃຫ້ 19 ເມືອງ, 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນ ຊຸມຊົນ (Shelter) ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກ ສາທິການ ແລະ ກິລາ ໃນວັນທີ 09 24 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:  ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.ເອກກະສານຄັດຕິດ


♦ ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງເຟີນິເຈີໃຫ້ ຫ້ອງການປະສານງານສາກົນເພື່ອການສຶກສາ ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ກົມແຜນການ ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 11-26 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ


ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງ ລົດຈັກ 110 ຊີຊີ, ຈໍານວນ 19 ຄັນ ໃຫ້ 19 ເມືອງ ໃນ 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນຊຸມຊົນ (Shelter) ພາຍ ໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP. ສະນັ້ນ, ຈຶ່ງຮຽນສະເໜີມາຍັງ ທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 09 - 24 ມິຖຸນາ 2026, ດັ່ງລາຍ ລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.  

ເອກະສານປະກາດ (1 ສະບັບ)