ສຳມະນາ “ແນວຄິດໄກສອນ ພົມວິຫານ” ກ່ຽວກັບວຽກງານສຶກສາ

 

ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສົມທົບກັບ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສຳມະນາວິທະຍາສາດ ລະດັບກະຊວງ ພາຍໃຕ້ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານສຶກສາ ໃນວັນທີ 6 ພຶດສະພາ 2026 ທີ່ຫ້ອງປະຊຸມໃຫຍ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ທ່ານ ປອ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍບັນດາຄະນະພັກ, ຄະນະນໍາ, ແຂກເຊີນຕາງໜ້າຈາກບັນດາກະຊວງ, ອົງການອ້ອມຂ້າງສູງກາງ, ມີຄະນະພັກ, ຄະນະນຳ, ພະນັກງານ, ຄູ-ອາຈານ ຈາກ ສສກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມທັງໝົດເກືອບ 300 ທ່ານ.
ກອງປະຊຸມຄັ້ງນີ້ ກໍເພື່ອສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 058/ກມສພ ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X ໂດຍສະເພາະ ຢູ່ກະຊວງສຶກສາທິການ ແລະກິລາ ພວມຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ X ຂອງອົງຄະນະພັກກະຊວງ ສສກ ຢ່າງເປັນຂະບວນຟົດຟື້ນ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ເນັ້ນໜັກວ່າ: “ການສຶກສາຕ້ອງໄປກ່ອນກ້າວໜຶ່ງ” ໃນນີ້, “ທົ່ວພັກ, ທົ່ວປວງຊົນ ຕ້ອງຮັບຮູ້ຖານະບົດບາດສໍາຄັນ ແລະ ລັກສະນະຮີບຮ້ອນຂອງການສຶກສາ ໃນໄລຍະການປະຕິວັດ ປັດຈຸບັນຢ່າງຈະແຈ້ງ, ສ້າງທຸກເງື່ອນໄຂທີ່ອໍານວຍ ໃຫ້ການສຶກສາໄປກ່ອນກ້າວໜຶ່ງ”. ການສຶກສາເປັນປັດໄຈສໍາຄັນຂອງການພັດທະນາຄົນ, ພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເປັນເຫງົ້າພະລັງແຮງຂອງພັກ ໃນການກໍານົດ ແລະ ຈັດຕັ້ງປະຕິບັດແນວທາງ ແລະ ໜ້າທີ່ຂອງຕົນ ໃຫ້ຮັບປະກັນລັກສະນະວິທະຍາສາດ, ພາວະວິໄສ ແລະ ດໍາເນີນການໃຫ້ປາກົດຜົນເປັນຈິງ. ກ່ຽວກັບການສ້າງລະບົບການສຶກສາຕ້ອງຮັບປະກັນ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ເຊິ່ງແມ່ນແນວຄິດປະຕິວັດໃນຂົງເຂດການສຶກສາ, ແນວຄິດກ່ຽວກັບການພັດທະນາການສຶກສາແບບໃໝ່ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການປະຕິວັດປົດປ່ອຍຊາດກ້າວຂຶ້ນສັງຄົມນິຍົມ.
ໂອກາດດຽວກັນ, ທ່ານ ປອ ອານຸພາບ ຕຸນາລົມ ກໍໄດ້ສະເໜີບົດນໍາ ຂອງກອງປະຊຸມໂດຍຍົກໃຫ້ເຫັນວ່າ: ການສຶກສາແມ່ນຂະບວນວິວັດແຫ່ງການສົ່ງຄວາມຮູ້ຈາກຜູ້ສອນໄປຫາຜູ້ຮຽນ ເຊິ່ງຄວາມຮູ້ນັ້ນ ມີທັງຄວາມຮູ້ວິທະຍາສາດທໍາມະຊາດ, ສັງຄົມ ແລະ ການຄົ້ນຄວ້າທິດສະດີ, ພຶດຕິກໍາ ເພື່ອສ້າງຄົນໃຫ້ມີການຂະຫຍາຍ ຕົວຢ່າງຮອບດ້ານ. ໝາຍຄວາມວ່າ ການສຶກສາມີບົດບາດພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ວິທະຍາສາດ, ເພີ່ມຄວາມເຂັ້ມແຂງດ້ານສຸຂະພາບທັງກາຍ ແລະໃຈ, ທັງມີບົດບາດລຶບລ້າງການກືກໜັງສືຂອງປະຊາຊົນ ເຮັດໃຫ້ປະຊາຊົນມີຄວາມພຽບພ້ອມໄປດ້ວຍຄວາມຮູ້ຄວາມສາມາດ, ມີຄຸນສົມບັດມີສິນທໍາໃນສັງຄົມ.
ໂດຍປະຕິບັດຕາມວາລະ ຂອງກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີບົດວິທະຍາສາດ 06 ຫົວຂໍ້ຍ່ອຍ ຄື: ແນວຄິດໄກສອນ ພົມວິຫານ ກ່ຽວກັບການສຶກສາ ແມ່ນພາລະກິດຂອງທົ່ວພັກ, ທົ່ວປວງຊົນ; ແນວຄິດໄກສອນ ພົມວິຫານ ກ່ຽວກັບການສຶກສາ ຕ້ອງຮັບໃຊ້ແນວທາງ ແລະໜ້າທີ່ປະຕິວັດຂອງພັກ; ແນວຄິດໄກສອນ ພົມວິຫານກ່ຽວກັບສ້າງລະບົບການສຶກສາ ຮັບປະກັນ 3 ລັກສະນະ ແລະ ຮັບປະກັນ 5 ຫຼັກມູນການສຶກສາ; ແນວຄິດໄກສອນ ພົມວິຫານ ກ່ຽວກັບການຖືການສຶກສາຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ໃນ ສປປ ລາວ; ແນວຄິດໄກສອນ ພົມວິຫານ ກ່ຽວກັບຄູແມ່ນຄົນຂອງພັກ; ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງໂຮງຮຽນເປັນເຄື່ອງມືຂອງລະບອບປະຊາທິປະໄຕ ປະຊາຊົນ.
ເຊິ່ງໄດ້ຍົກໃຫ້ເຫັນເນື້ອໃນອັນອຸດົມສົມບູນ ຂອງແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານສຶກສາ, ການຄົ້ນຄວ້າ ແລະປະກອບຄວາມເຫັນໃນແຕ່ລະບັນຫານັ້ນ ແມ່ນພວກເຮົາໄດ້ມີຄວາມພະຍາຍາມອະທິບາຍ, ຢືນຢັນໃຫ້ເຫັນເຖິງແນວຄິດຊີ້ນຳ ຂອງປະທານ ໄກສອນ ພົມວິຫານ ທີ່ສອດຫ້ອຍ ແລະຊີ້ນໍາການເຄື່ອນໄຫວຕົວຈິງ ພ້ອມທັງຍົກໃຫ້ເຫັນບົດບາດຄວາມສຳຄັນຂອງວຽກງານສຶກສາ ທີ່ໄດ້ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ, ທຸກວຽກງານຈະປະສົບຜົນສຳເລັດ ກໍລ້ວນແລ້ວແຕ່ແມ່ນຄົນເປັນຜູ້ຕັດສິນ. ສະນັ້ນ, ໃນການເອົາໃຈໃສ່ວຽກງານການສຶກສາ ແມ່ນເປັນຈຸດເລີ່ມຕົ້ນໃນການສ້າງຄົນໃຫ້ມີຄວາມຮູ້ຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ. ພ້ອມກັນນັ້ນ, ຍັງໄດ້ສັງເກດຕີລາຄາຜົນສຳເລັດ, ຂໍ້ຄົງຄ້າງຈຳນວນໜຶ່ງ ບົນພື້ນຖານການໝູນໃຊ້ແນວຄິດໄກສອນ ພົມວິຫານ ໃນໄລຍະຜ່ານມາ ແລະ ຍົກໃຫ້ເຫັນບາງເນື້ອໃນຈິດໃຈເພື່ອເສີມຂະຫຍາຍແນວຄິດໄກສອນ ພົມວິຫານ ໃນຕໍ່ໜ້າ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
690611917_122129251563228259_8900074528325576837_n.jpg690642964_122129251047228259_4321502382318089683_n.jpg689736366_122129251815228259_8259878889271260756_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ