ນະຄອນຫຼວງວຽງຈັນ ຍ້ອງຍໍຜົນງານເຈົ້າຫຼຽນຄຳ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV

 

ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະຫຼຸບຍ້ອງຍໍຊົມເຊີຍຜົນງານການທວງຄວາມຍິ່ງໃຫຍ່ ຄອງເຈົ້າຫຼຽນຄຳ ສະໄໝທີ 10 ຂອງທັບນັກກິລາ ຄົນປົກກະຕິ ນວ ແລະ ການຄອງເຈົ້າຫຼຽນຄຳ ສະໄໝທີ 4 ຂອງທັບນັກກິລາຄົນພິການ ນວ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ແລະ ງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV (ນະຄອນຫຼວງວຽງຈັນ ພາຣາເກມ 2025) ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ.
ພິທີຄັ້ງນີ້ ຈັດຂຶ້ນ ໃນວັນທີ 6 ພຶດສະພາ ຜ່ານມາ ທີ່ຫ້ອງວ່າການປົກຄອງ ນວ ເປັນກຽດເຂົ້າຮ່ວມ ແລະ ມອບການຍ້ອງຍໍຜົນສຳເລັດມີທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດ ແລະ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ມີບັນດາຫົວໜ້າກຳມະການ 11 ພາກສ່ວນ, ຄະນະບໍລິຫານງານສະຫະພັນກິລາ ນວ, ຄູຝຶກ ແລະ ນັກກິລາ ທັງຄົນພິການ ແລະ ຄົນປົກກະຕິເຂົ້າຮ່ວມ.
ນະຄອນຫຼວງວຽງຈັນ ເກມ 2025 ໄດ້ເປີດພິທີຢ່າງເປັນທາງການໃນວັນທີ 15 ພະຈິກ 2025 ແຕ່ການແຂ່ງຂັນແມ່ນໄດ້ເລີ່ມມາແຕ່ວັນທີ 9–24 ພະຈິກ 2025 ແລະ ພິທີປິດຢ່າງເປັນທາງການໃນວັນທີ 25 ພະຈິກ 2025 ຊຶ່ງມີຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 9.495 ຄົນ ແຂ່ງຂັນຊີງໄຊ 33 ປະເພດກິລາ, ຊີງຫຼຽນທັງໝົດ 1.563 ຫຼຽນ,ໃນນັ້ນ ຫຼຽນຄໍາ 424 ຫຼຽນ; ຫຼຽນເງິນ 425 ຫຼຽນ ແລະ ຫຼຽນທອງ 631 ຫຼຽນ ມີການເຂົ້າຮ່ວມຂອງ 21 ພາກສ່ວນຈາກ 3 ກະຊວງ, ນະຄອນຫຼວງວຽງຈັນ ແລະ 17 ແຂວງ ໃນທົ່ວປະເທດ ເຊິ່ງນັກກິລາເຈົ້າພາບ ນວ ຍາດໄດ້ອັນດັບທີ 1 ໄດ້ 109 ຫຼຽນຄໍາ, 91 ຫຼຽນເງິນ ແລະ 120 ຫຼຽນທອງ; ລວມທັງໝົດ 320 ຫຼຽນ ເປັນການທວງຄວາມຍິ່ງໃຫຍ່ ຄອງເຈົ້າຫຼຽນຄຳ ສະໄໝທີ 10 ໄດ້ສຳເລັດ.
ສ່ວນ ນະຄອນຫຼວງວຽງຈັນ ພາຣາເກມ 2025 ໄດ້ເລີ່ມແຂ່ງຂັນນັບແຕ່ວັນທີ 10-18 ທັນວາ 2025. ພິທີເປີດ ໃນວັນທີ 14 ແລະ ພິທີປິດ ວັນທີ 19 ທັນວາ 2025 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ, ໂດຍໄດ້ກໍານົດປະເພດກິລາຈັດການແຂ່ງຂັນ 9 ປະເພດ, ກໍານົດສະໜາມແຂ່ງຂັນ 7 ສະໜາມ, ເຊິ່ງມີນັກກິລາລົງທະບຽນ ຈາກ 17 ແຂວງ, 1 ນະຄອນຫຼວງ ມີຄະນະນຳ 211 ທ່ານ, ຄູຝຶກ, ຜູ້ຊ່ວຍ 184 ທ່ານ, ແລະ ນັກກິລາ 313 ທ່ານ ລວມທັງໝົດ 708 ທ່ານ, ມີການແຂ່ງຂັນທັງໝົດ 172 ລາຍການ, ຊິງຫຼຽນຄຳ, ຫຼຽນເງິນ, ຫຼຽນທອງ ຢ່າງລະ 172 ຫຼຽນຜ່ານການແຂ່ງຂັນກິລາ 9 ປະເພດ ເຈົ້າພາບ ນວ ກໍສາມາດຍາດຮັກສາມູນເຊື້ອຄອງເຈົ້າຫຼຽນຄຳ ສະໄໝທີ 4 ຕິດຕໍ່ກັນ ສາມາດຍາດໄດ້ 28 ຫຼຽນຄຳ, 34 ຫຼຽນເງິນ ແລະ 22 ຫຼຽນທອງລວມທັງໝົດ 84 ຫຼຽນ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ
690640772_122129338191228259_802565814719028463_n.jpg687943334_122129338065228259_5568890423318935290_n.jpg687992264_122129338023228259_1731165082138331565_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.