ທ່ານຮອງນາຍົກ, ລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມພົບປະຂອງທູດອົດສະຕຣາລີ ປະຈຳລາວ

 

ໃນຕອນບ່າຍວັນທີ 7 ພຶດສະພາ 2026 ທີ່ສໍານັກກະຊວງ ສສກ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງອົດສະຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ແຈ້ງໃຫ້ທ່ານທູດຊາບກ່ຽວກັບສະພາບການປະຕິຮູບລະບົບການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ໃນປັດຈຸບັນ ກໍຄືສະພາບການປັບປຸງໂຄງຮ່າງການຈັດຕັ້ງຂອງກະຊວງ ສສກ ໃນໄລຍະໃໝ່ ໂດຍສະເພາະໄດ້ສຸມໃສ່ວຽກງານການພັດທະນາຄູ ແລະ ການປະຕິຮູບລະບົບການສຶກສາສາຍສາມັນມາເປັນ 6+3+3 ເສີມສ້າງລະບົບການສຶກສາລາວ ໃຫ້ມີຄຸນະາບດີຂຶ້ນກວ່າເກົ່າ.
ໂອກາດດຽວກັນ, ທ່ານ ນາງ ເມແກນ ຈອນ ໄດ້ສະແດງຄວາມຊົມເຊີຍຕໍ່ການປະຕິຮູບລະບົບການສຶກສາໄລຍະໃໝ່ ພ້ອມຍົກໃຫ້ເຫັນເຖິງຜົນສຳເລັດພາຍໃຕ້ແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານຢູ່ ສປປ ລາວ (BEQUAL) ແລະ ຂົງເຂດຕ່າງໆໃນຂະແຫນງການສຶກສາ ເປັນຕົ້ນແມ່ນ ວຽກງານສ້າງຂີດຄວາມສາມາດຂອງຄູສອນໃນ ສປປ ລາວ, ການຊ່ວຍເຫຼືອໂດຍຜ່ານສະຖາບັນລາວ-ອົດສະຕຣາລີ (LAI) ໂດຍການສະໜັບສະໜູນການພັດທະນາຊັບພະຍາກອນມະນຸດ, ທຶນການສຶກສາ Australian Award Scholarships).
ນອກຈາກນັ້ນ, ທັງສອງຝ່າຍໄດ້ສົນທະນາປຶກສາຫາລື ແລກປ່ຽນວິໄສທັດກ່ຽວກັບການພັດທະນາໃນຂົງເຂດຕ່າງໆ ໂດຍສະເພາະການສົ່ງເສີມການພັດທະນາໃນຂົງເຂດການສຶກສາ-ກິລາ ແລະ ຂົງເຂດວັດທະນະທຳ-ສັງຄົມ ເຊັ່ນ: ວຽກງານການສຶກສາ-ກິລາ, ວຽກງານແມ່ຍິງ, ບົດບາດຍິງ-ຊາຍ, ການພັດທະນາໄວໜຸ່ມ, ການຂົນສົ່ງ, ການແພດ ແລະ ສາທາລະນະສຸກ ຕະຫຼອດຮອດຄວາມໝາຍໝັ້ນຂອງທັງສອງຝ່າຍໃນການຮ່ວມກັນເສີມສ້າງສາຍພົວພັນຮ່ວມມື ແລະ ແຜນງານທີ່ຈະດຳເນີນຮ່ວມກັນໃນອະນາຄົດ ໃຫ້ນັບມື້ເຕິຍໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
690633001_122129516217228259_6753062181660664234_n.jpg690640714_122129516019228259_2345737592582167964_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.