ກົມສາມັນສຶກສາ ຮ່ວມກັບອົງການ ELIC ສືບຕໍ່ຍົກລະດັບຂີດຄວາມສາມາດຄູສອນພາສາອັງກິດ ໄລຍະ III ໃນ 4 ແຂວງເປົ້າໝາຍ

 

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖາບັນສອນພາສາອັງກິດ/ຈີນ (ELIC) ຈາກສະຫະລັດອາເມຣິກາ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການຝຶກອົບຮົມຄູສອນພາສາອັງກິດ ໄລຍະທີ III (2026-2031) ເຊິ່ງຈະກວມເອົາ 4 ແຂວງ ຄື: ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ ແລະ ບໍລິຄໍາໄຊ ດ້ວຍມູນຄ່າການຊ່ວຍເຫຼືອທັງໝົດ 261,346 ໂດລາສະຫະລັດ.
​ພິທີລົງນາມດັ່ງກ່າວໄດ້ຈັດໃນຕອນບ່າຍວັນທີ 8 ພຶດສະພາ 2026 ຂຶ້ນທີ່ໂຮງແຮມ ນິວໂລດ ນະຄອນຫຼວງວຽງຈັນ, ໂດຍການຮ່ວມລົງນາມຂອງ ທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ແລະ ທ່ານ ເຊນ ໂດນຣອນ (Shane Donrone), ຜູ້ອໍານວຍການອົງການ ELIC ປະຈໍາ ສປປ ລາວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານມີ ບັນດາຮອງຫົວໜ້າຫ້ອງວ່າການແຂວງ, ຮອງຫົວໜ້າພະແນກ ສກຂ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ.
​ໃນໂອກາດນີ້, ທ່ານ ນາງ ນວມຄໍາ ຈັນທະບູລີ ໄດ້ເນັ້ນໜັກໃຫ້ພະແນກ ສກຂ ທັງ 4 ແຂວງ ເອົາໃຈໃສ່ອໍານວຍຄວາມສະດວກ ແລະ ປະສານງານຢ່າງໃກ້ຊິດກັບຫ້ອງການ ສກມ ແລະ ໂຮງຮຽນເປົ້າໝາຍ ເພື່ອຊຸກຍູ້ໃຫ້ຄູສອນເຂົ້າຮ່ວມກິດຈະກໍາຢ່າງຕັ້ງໜ້າ, ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້.
​ຜົນສຳເລັດໃນໄລຍະຜ່ານມາ. ເຊິ່ງໂຄງການໃນໄລຍະທີ 1 ແລະ 2 (2015-2025) ໄດ້ປະສົບຜົນສຳເລັດຢ່າງຫຼວງຫຼາຍ, ເຊິ່ງສາມາດຍົກລະດັບຄູສອນພາສາອັງກິດຊັ້ນມັດທະຍົມໄດ້ເຖິງ 811 ຄົນ ຈາກ 313 ໂຮງຮຽນ ໃນ 25 ເມືອງ (ໂດຍສະເພາະຢູ່ແຂວງຫົວພັນ, ຊຽງຂວາງ ແລະ ວຽງຈັນ) ພ້ອມທັງໄດ້ລົງຕິດຕາມຊຸກຍູ້ການຮຽນ-ການສອນໃນ 272 ໂຮງຮຽນ.
ສ່ວນ​ແຜນການຈັດຕັ້ງປະຕິບັດໃນໄລຍະທີ III (2026-2031):
ໂຄງການໄລຍະໃໝ່ນີ້ ຈະສຸມໃສ່ການພັດທະນາຄູສອນທັງຊັ້ນມັດທະຍົມ ແລະ ເປັນຄັ້ງທຳອິດທີ່ຈະຂະຫຍາຍໄປສູ່ຊັ້ນປະຖົມສຶກສາ ໃນບາງເຂດເປົ້າໝາຍ, ໂດຍມີລາຍລະອຽດດັ່ງນີ້: ​ແຂວງບໍລິຄໍາໄຊ: ກວມເອົາ 7 ເມືອງ. ຊຸດທີ 1 (2026-2027) ສຸມໃສ່ຄູມັດທະຍົມ 149 ຄົນ; ຊຸດທີ 2 (2029-2030) ສຸມໃສ່ຄູປະຖົມ 110 ຄົນ ໃນເມືອງປາກຊັນ ແລະ ວຽງທອງ; ​ແຂວງຫຼວງນໍ້າທາ: (2027-2028) ກວມເອົາ 5 ເມືອງ, ເປົ້າໝາຍຄູສອນມັດທະຍົມ 123 ຄົນ ຈາກ 61 ໂຮງຮຽນ; ​ແຂວງຫຼວງພະບາງ: ກວມເອົາ 8 ເມືອງ. ຊຸດທີ 1 (2027-2028) ໃນ 3 ເມືອງ; ຊຸດທີ 2 (2028-2029) ໃນ 5 ເມືອງ, ລວມຄູສອນເປົ້າໝາຍ 189 ຄົນ; ​ແຂວງອຸດົມໄຊ: ກວມເອົາ 7 ເມືອງ. ຊຸດທີ 1 (2028-2029) ໃນ 3 ເມືອງ; ຊຸດທີ 2 (2029-2030) ໃນ 4 ເມືອງ, ລວມຄູສອນເປົ້າໝາຍ 227 ຄົນ.
​ການສືບຕໍ່ໂຄງການໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຍົກສູງຄຸນນະພາບການສຶກສາພາສາອັງກິດຢູ່ ສປປ ລາວ ໃຫ້ໄດ້ມາດຕະຖານ ແລະ ສາມາດເຊື່ອມໂຍງກັບສາກົນໄດ້ດີຂຶ້ນໃນອະນາຄົດ.
​ພາບ-ຂ່າວໂດຍ: ສົງການ ພັນແພງດີ688997169_122129785797228259_4531111954087402393_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.