ລາວ-ໄທ ຮ່ວມມືຍົກລະດັບການນຳໃຊ້ຄູ່ມື “ຮູ້ທັນບັນຫາສິ່ງເສບຕິດ” ເພື່ອສ້າງຂີດຄວາມສາມາດໃຫ້ຄູສອນ

 

ໃນລະຫວ່າງວັນທີ 20-24 ເມສາ 2026, ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ກົມຄວາມຮ່ວມມືລະຫວ່າງປະເທດ (TICA) ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ໄດ້ຈັດກິດຈະກຳຕິດຕາມ, ປະເມີນຜົນ ແລະ ຝຶກອົບຮົມການນຳໃຊ້ຄູ່ມືເສີມຫຼັກສູດ “ຮູ້ທັນບັນຫາສິ່ງເສບຕິດ” ພາຍໃຕ້ໂຄງການສ້າງຂີດຄວາມສາມາດດ້ານວິທະຍາສາດ, ກິລາ ແລະ ສິລະປະ (Capacity Building for Sports Science and Arts) ໂດຍມີ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
​ການລົງຕິດຕາມຕົວຈິງ ແລະ ການຝຶກອົບຮົມວິຊາການ
​ກິດຈະກຳໄດ້ເລີ່ມຕົ້ນໃນວັນທີ 20 ເມສາ ໂດຍການລົງຕິດຕາມການນຳໃຊ້ຄູ່ມືຢູ່ໂຮງຮຽນປະຖົມເປົ້າໝາຍ 3 ແຫ່ງ ຄື: ໂຮງຮຽນປະຖົມສົດທະຈິດ, ໂຮງຮຽນປະຖົມທົ່ງປົ່ງ ແລະ ໂຮງຮຽນປະຖົມສາທິດດົງຄຳຊ້າງ.
​ພາຍຫຼັງການລົງຕິດຕາມ, ໄດ້ມີການຈັດກອງປະຊຸມຝຶກອົບຮົມ ໃນວັນທີ 21-23 ເມສາ ທີ່ວິທະຍາໄລເຕັກນິກປາກປາສັກ ໂດຍການເປັນປະທານຂອງ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມ 50 ທ່ານ ປະກອບດ້ວຍຜູ້ຕາງໜ້າຈາກ TICA, ຜູ້ຊ່ຽວຊານຈາກໄທ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍຄະນະອຳນວຍການ ແລະ ຄູສອນຈາກໂຮງຮຽນເຄືອຂ່າຍ 10 ແຫ່ງ.
​ເນັ້ນການສອນແບບ 4 ດ້ານ (K.S.A.L) ​ໃນກອງປະຊຸມ, ຄູຝຶກໄດ້ແນະນຳເຕັກນິກການແຕ່ງບົດສອນ ແລະ ການຈັດກິດຈະກຳສອດແຊກເນື້ອໃນ “ຮູ້ທັນບັນຫາສິ່ງເສບຕິດ” ເຂົ້າໃນວິຊາຮຽນ ໂດຍເນັ້ນໃສ່ຈຸດປະສົງ 4 ດ້ານ ຄື: ​Knowledge (ຄວາມຮູ້): ໃຫ້ຮູ້ເທົ່າທັນໂທດຂອງຢາເສບຕິດ; ​Skills (ທັກສະ): ການເອົາຕົວລອດ ແລະ ການປະຕິເສດ; ​Attitude (ທັດສະນະຄະຕິ): ການສ້າງຄ່ານິຍົມທີ່ຖືກຕ້ອງ; ​Life Skill (ທັກສະຊີວິດ): ການປັບຕົວ ແລະ ດຳລົງຊີວິດຢ່າງປອດໄພ.
​ທ່ານ ວິລະວັນ ບຸນສຸກໄທ ໄດ້ເນັ້ນໜັກໃຫ້ຄູສອນນຳເອົາຄວາມຮູ້ທີ່ໄດ້ຮັບ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງໃນໂຮງຮຽນຂອງຕົນຢ່າງເປັນຮູບປະທຳ ພ້ອມທັງໃຫ້ມີການປະສານງານຢ່າງຕໍ່ເນື່ອງກັບຄະນະຮັບຜິດຊອບເພື່ອແກ້ໄຂຂໍ້ຄົງຄ້າງ. ພ້ອມ​ວາງແຜນຍຸດທະສາດໄລຍະ 3 ປີ (2026-2028).
​ໃນວັນທີ 24 ເມສາ, ໄດ້ມີການຈັດກອງປະຊຸມຄະນະກຳມະການຊີ້ນຳໂຄງການ (PSC) ເພື່ອສະຫຼຸບຜົນສຳເລັດໄລຍະທີ 1 ແລະ ວາງແຜນງານໃນໄລຍະ 3 ປີຕໍ່ໜ້າ. ຈາກຜົນການປະເມີນທີ່ພົບວ່າບາງໂຮງຮຽນຍັງມີຂໍ້ຫຍຸ້ງຍາກດ້ານການບໍລິຫານຈັດການ, ຄະນະຮັບຜິດຊອບທັງສອງຝ່າຍ (ລາວ-ໄທ) ຈຶ່ງໄດ້ເຫັນດີເປັນເອກະພາບ ​ສືບຕໍ່ທົດລອງ ການນຳໃຊ້ຄູ່ມືເສີມໃນຊັ້ນປະຖົມສຶກສາ 10 ແຫ່ງ ຕື່ມອີກ 1 ສົກຮຽນ (2026-2027); ​ເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ບໍລິຫານໂຮງຮຽນ ແລະ ຄູສອນ ໃຫ້ມີຄວາມຊຳນານສູງຂຶ້ນ; ​ແຜນຂະຫຍາຍຜົນ ໄປສູ່ຊັ້ນມັດທະຍົມສຶກສາໃນອະນາຄົດ ພາຍຫຼັງສຳເລັດການປະເມີນໃນຊັ້ນປະຖົມຢ່າງເຕັມຮູບແບບ.
​ການຮ່ວມມືໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການສ້າງພູມຄຸ້ມກັນໃຫ້ແກ່ເຍົາວະຊົນລາວ ຜ່ານລະບົບການສຶກສາ ແລະ ການຮຽນ-ການສອນທີ່ທັນສະໄໝ.
690635808_122129812809228259_8428805918832294420_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ