ລາວ-ຫວຽດນາມ ປຶສາຫາລືການສົ່ງເສີມພັດທະນາກິລາລາວໃຫ້ພົ້ນເດັ່ນ ກຽມເປັນເຈົ້າພາບ ຊີເກມ ປີ 2031

 

ກະຊວງສຶກສາທິການ ແລະ ກິລາ ຕາງໜ້າລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສາທາລະນະລັດ ສັງຄົມນິຍົມ (ສສ) ຫວຽດນາມ ພົບປະປຶກສາຫາລືແລກປ່ຽນການຮ່ວມມືຫຼາຍວຽກງານ ໃນໄລຍະຜ່ານມາ ພ້ອມສືບຕໍ່ເສີມຂະຫຍາຍສາຍພົວພັນໄມຕີຈິດມິດຕະພາບອັນດິງາມໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແນໃສ່ກຽມຄວາມພ້ອມຮອບດ້ານໃຫ້ສປປ ລາວ ກຽມຮັບກຽດເປັນເຈົ້າພາບ ງານມະຫາກໍາກິລາຊີເກມ ຄັ້ງທີ 36 ໃນປີ 2031.
ເມື່ອວັນທີ 13 ພຶດສະພາ 2026 ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ເລີມ ທິ ເຟືອງ ແທງ, ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມພົບປະ ທ່ານ ຮສ.ປອ ທອງສະລິດ ມັງໜໍເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ ເນື່ອງໃນໂອກາດທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຢູ່ ສປປ ລາວ.
ໃນການພົບປະຄັ້ງນີ້ ທັງສອງຝ່າຍກໍໄດ້ມີການຕີລາຄາສູງກ່ຽວກັບການຮ່ວມມືໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຫຼາຍວຽກງານ ໃນໄລຍະຜ່ານມາ ກ່ຽວກັບວຽກງານຂະແໜງການສຶກສາ ແລະ ກິລາໂດຍສະເພາະ ທາງລັດຖະບານ ສປປ ລາວ ສະເໜີໃຫ້ລັດຖະບານ ສສ ຫວຽດນາມ ສືບຕໍ່ຊ່ວຍເຫຼືອປັບປຸງສູນຝຶກກິລາແຫ່ງຊາດ ທີ່ເປັນໂຄງການຊ່ວຍເຫຼືອຈາກ ສສ ຫວຽດນາມ ເຊິ່ງກໍ່ສ້າງຂຶ້ນໃນປີ 2009 ເນື່ອງຈາກປະຈຸບັນ ມີສະພາບທີ່ຊຸດໂຊມ ແລະ ບໍ່ສາມາດນຳໃຊ້ໄດ້ເປັນປົກກະຕິແລ້ວ.
ສືບຕໍ່ຊຸກຍູ້, ຊ່ວຍເຫຼືອໂຄງການກໍ່ສ້າງສູນວິທະຍາສາດການກິລາ ເພື່ອນໍາໃຊ້ເຂົ້າໃນການກະກຽມນັກກິລາທີມຊາດລາວ ເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາຊີເກມ ຄັ້ງທີ 36 ໃນປີ 2031 ທີ່ ສປປ ລາວ ເປັນເຈົ້າພາບ.
ສືບຕໍ່ສະໜອງທຶນການສຶກສາໄລຍະຍາວໃນສາຂາການກິລາ ແລະ ທຶນຝຶກອົບຮົມໄລຍະສັ້ນ-ກາງ ໃຫ້ແກ່ ບຸກຄະລາກອນກິລາ ແລະ ນັກກິລາທີມຊາດ ທັງໃນຮູບແບບ ນຳສົ່ງນັກວິທະຍາກອນມາຈັດຝຶກອົບຮົມໃຫ້ຢູ່ ສປປ ລາວ ແລະ ທຶນເກັບຕົວຝຶກຊ້ອມໄລຍະ 3-6 ເດືອນ ທີ່ ສສ ຫວຽດນາມ ຈຳນວນ 35-60 ທຶນຕໍ່ປີ ແລະ ໃນຊ່ວງໄລຍະ ປີ 2029-2030 ທີ່ກະກຽມເປັນເຈົ້າພາບຊີເກມ ປີ 2031 ຈໍານວນ 70-100 ທຶນຕໍ່ປີ.
ສືບຕໍ່ສະໜອງອຸປະກອນຝຶກຊ້ອມ ແລະ ເເຂ່ງຂັນທີ່ຈຳເປັນ ແລະ ໄດ້ມາດຕະຖານ ໃຫ້ແກ່ປະເພດກິລາຄວາມຫວັງຫຼຽນລາງວັນ ໂດຍສະເພາະປະກອບໃຫ້ແກ່ ສູນຝຶກກິລາແຫ່ງຊາດ, ສະຖາບັນກິລາ-ກາຍະກຳແຫ່ງຊາດ ເພື່ອກະກຽມນັກກິລາທີມຊາດ ເຂົ້າຮ່ວມເເຂ່ງຂັນງານມະຫາກຳກິລາຊີເກມ ປີ 2031 ທີ່ ສປປ ລາວ ເປັນເຈົ້າພາບ.
ພ້ອມທັງສະເໜີຝ່າຍຫວຽດນາມ ສະໜອງທຶນຝຶກອົບຮົມການບໍລິຫານຄຸ້ມຄອງກິລາຄົນພິການໃຫ້ຜູ້ບໍລິຫານ; ການຈັດກິດຈະກຳການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາ ລະຫວ່າງ ລາວ ແລະ ຫວຽດນາມ ສືບຕໍ່ຊ່ວຍເຫຼືອຝຶກຊ້ອມໃຫ້ແກ່ນັກກິລາຄົນພິການທີມຊາດລາວ ປະເພດກິລາແລ່ນ-ລານ ແລະ ຍົກນ້ຳໜັກ ພ້ອມທັງແລກປ່ຽນການສົ່ງເສີມມວນຊົນ ທຸກເພດໄວ ເຂົ້າຮ່ວມຂະບວນການອອກກຳລັງກາຍເພື່ອສຸຂະພາບ ແລະ ສົ່ງເສີມກິລາພື້ນເມືອງ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ
696269624_122130305025228259_1122323684250171966_n.jpg697777757_122130304983228259_601019233030600297_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.