ຈຳປາສັກ ລາຍງານຄວາມຄືບໜ້າການກະກຽມເປັນເຈົ້າພາບ ຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XIII ໃນປີ 2028

 

ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການກະກຽມເປັນເຈົ້າພາບຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XIII ແລະ ງານກິລາຄົນພິການແຫ່ງຊາດ ຄັ້ງທີ V ໃນປີ 2028 ໃນວັນທີ 12 ພຶດສະພາ 2026 ທີ່ພະແນກດັ່ງກ່າວ, ໂດຍການເປັນປະທານຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ມີຫົວໜ້າ-ຮອງຫົວໜ້າກົມກ່ຽວຂ້ອງຈາກກະຊວງສຶກສາທິການ ແລະ ກິລາ, ບັນດາຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ສະຫະພັນກິລາແຂວງ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ປອ ພູວົງ ອາໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ໄດ້ລາຍງານໃຫ້ຮູ້ວ່າ: ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ງານດັ່ງກ່າວ, ໃນເບື້ອງຕົ້ນທາງແຂວງຈຳປາສັກພວກເຮົາໄດ້ກຳນົດເອົາໄລຍະ "ງານບຸນມະໂຫລານກາເຟ" ເປັນຊ່ວງເວລາຈັດງານ ເພື່ອດຶງດູດການທ່ອງທ່ຽວ ແລະ ສ້າງບັນຍາກາດຟົດຟື້ນ ກໍຄື ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XIII ຈະຈັດຂຶ້ນລະຫວ່າງວັນທີ 13-22 ທັນວາ 2028 ແລະ ງານກິລາຄົນພິການແຫ່ງຊາດ ຄັ້ງທີ V ຈະຈັດຂຶ້ນວັນທີ 25-29 ທັນວາ 2028 ພ້ອມໄດ້ມີການກຳນົດເອົາ ຄຳຂວັນ "ມິດຕະພາບ, ສຸຂະພາບ, ຄວາມເປັນທຳ, ນໍ້າໃຈນັກກິລານໍາພາສູ່ໄຊຊະນະ"; ສັດນໍາໂຊກ (Mascot) ນົກສີດາ; ສັນຍະລັກ (Logo) ກາວັດພູຈຳປາສັກ ແລະ ປະເພດກິລາ ຄົນປົກກະຕິ 28 ປະເພດ ແລະ ຄົນພິການ 8 ປະເພດ; ໄດ້ສຳຫຼວດແລ້ວ 50 ໂຮງແຮມ (2,731 ຫ້ອງ) ແລະ ສະຖານການສຶກສາ 15 ແຫ່ງ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານຮອງລັດຖະມົນຕີ ກະຊວງ ສສກ ແລະ ຄະນະນຳແຂວງຈຳປາສັກ ໄດ້ເນັ້ນໜັກໃຫ້ຖືເອົາ ມະຫາວິທະຍາໄລຈຳປາສັກ ເປັນບຸລິມະສິດໃນການກໍ່ສ້າງພື້ນຖານໂຄງລ່າງ ເພື່ອໃຫ້ເກີດປະໂຫຍດໃນໄລຍະຍາວ. ພ້ອມທັງຊີ້ນຳໃຫ້ຮີບຮ້ອນສຳຫຼວດ ແລະ ປັບປຸງສະໜາມບານເຕະໃຫ້ໄດ້ຢ່າງໜ້ອຍ 6 ສະໜາມ ຕາມມາດຕະຖານເຕັກນິກ; ສ້າງແຜນແມ່ບົດ (Master Plan) ແລະ ແຜນງົບປະມານລະອຽດໃຫ້ສຳເລັດພາຍໃນເດືອນມິຖຸນາ 2026; ເນັ້ນການມີສ່ວນຮ່ວມຂອງທ້ອງຖິ່ນ ແລະ ພາກເອກະຊົນ ໃນການພັດທະນາສະໜາມ ແລະ ການບໍລິການພັກເຊົາ. ເຊິ່ງການເປັນເຈົ້າພາບໃນຄັ້ງນີ້ ບໍ່ພຽງແຕ່ເປັນການສົ່ງເສີມວຽກງານກິລາເທົ່ານັ້ນ ແຕ່ຍັງເປັນໂອກາດສຳຄັນໃນການກະຕຸ້ນເສດຖະກິດ ແລະ ການທ່ອງທ່ຽວຂອງແຂວງຈຳປາສັກ ໃຫ້ມີໃບໜ້າໃໝ່ທີ່ສົດໃສ ແລະ ສ້າງຄວາມປະທັບໃຈໃຫ້ແກ່ນັກກິລາ ແລະ ແຂກທີ່ມາຢ້ຽມຢາມຈາກທົ່ວປະເທດອີກດ້ວຍ.
698230357_122130418179228259_8689431220255691910_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ